ໜ້າຫຼັກ / ການເຄື່ອນໄຫວ / ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງວັດທະນະທຳແລະການທ່ອງທ່ຽວ ຄັ້ງທີ VI ໄດ້ສຳເລັດລົງຢ່າງສະຫງ່າງາມ.

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງວັດທະນະທຳແລະການທ່ອງທ່ຽວ ຄັ້ງທີ VI ໄດ້ສຳເລັດລົງຢ່າງສະຫງ່າງາມ.

26 Sep 2025 | ຫ້ອງການກະຊວງ |

    ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຄັ້ງທີ VI ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 25 ກັນຍາ 2025 ໂດຍການເປັນປະທານຂອງ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ວັດທະນະນຳ ແລະ ການທ່ອງທ່ຽວ ໂດຍການເຂົ້າຮ່ວມຂອງສະຫາຍ ປະລິນຍາເອກ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູງກາງ.
    ບັນດາສະຫາຍທີ່ເຂົ້າຮ່ວມ ລ້ວນແຕ່ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄວ້າ, ປະກອບຄວາມເຫັນຕໍ່ເນື້ອໃນກອງປະຊຸມຢ່າງກົງໄປກົງມາ, ພ້ອມກັນນັ້ນ ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຈາກຜູ້ຕາງໜ້າຂະແໜງວັດທະນະທໍາ, ການທ່ອງທ່ຽວ ແລະ ຂົງເຂດວຽກງານເສນາທິການຂອງກະຊວງ, ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ ຄັ້ງທີ VI ຄັ້ງນີ້ ຍັງໄດ້ລົງປະຊາມະຕິ ຮັບຮອງເອົາເນື້ອໃນ ແລະ ຜົນສໍາເລັດຂອງຄະນະບໍລິຫານງານພັກກະຊວງ. ທີ່ສຳຄັນ, ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງຊຸດໃໝ່ ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງ 18 ສະຫາຍ, ຍິງ 7 ສະຫາຍ ແລະ ເລືອກໄດ້ 15 ສະຫາຍ, ຍິງ 5 ສະຫາຍ ຄື:
1) ສະຫາຍ ນ. ສວນສະຫວັນ ວິຍະເກດ
2) ສະຫາຍ ວັນສີ ກົວມົວ
3) ສະຫາຍ ນ. ດາລານີ ພົມມະວົງສາ
4) ສະຫາຍ ຄຳເພົ້າ ວັນນະວົງ
5) ສະຫາຍ ພະຂັນໄຊ ສີຄັນໄຊ
6) ສະຫາຍ ປອ. ວຽງພອນ ສຸຂະວົງ
7) ສະຫາຍ ປອ. ຄຳສຸກ ແກ້ວວົງຊາຍ
8)ສະຫາຍ ນ. ວອນວິໄລ ລັດຖະຟ້າສະຫວ່າງ
9) ສະຫາຍ ນ. ພອນມະລີ ອິນທະພົມ
10) ສະຫາຍ ອິນຖາ ສີສົມພອນ
11) ສະຫາຍ ນ. ມະນີສາຄອນ ທໍາມະວົງໄຊ
12) ສະຫາຍ ສຸກສະຫວັນ ສຸລິວົງ
13) ສະຫາຍ ຄຳພູ ເພັຍສັກຂາ
14) ສະຫາຍ ເດດນະຄອນ ຫຼວງໂມວິຫານ
15) ສະຫາຍ ໄຊຍະພອນ ອະໂນລາດ
   ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຄັ້ງທີ VI ໄດ້ເລືອກຕັ້ງເອົາຄະນະປະຈໍາພັກ, ເລືອກເອົາເລຂາ, ຮອງເລຂາ ແລະເລືອກເອົາປະທານ, ຮອງປະທານກວດກາພັກ ດັ່ງນີ້ :
ເລືອກຕັ້ງເອົາຄະນະປະຈໍາພັກ ດັ່ງນີ້:
1) ສະຫາຍ ນ. ສວນສະຫວັນ ວິຍະເກດ
2) ສະຫາຍ ວັນສີ ກົວມົວ
3) ສະຫາຍ ນ. ດາລານີ ພົມມະວົງສາ
4) ສະຫາຍ ຄຳເພົ້າ ວັນນະວົງ
5) ສະຫາຍ ພະຂັນໄຊ ສີຄັນໄຊ
ເລືອກເອົາເລຂາ ແລະ ຮອງເລຂາ ຄະນະບໍລິຫານງານພັກກະຊວງ ດັ່ງນີ້:
1) ສະຫາຍ ນ. ສວນສະຫວັນ ວິຍະເກດ ເປັນເລຂາຄະນະພັກ;
2) ສະຫາຍ ວັນສີ ກົວມົວ ເປັນຮອງເລຂາຄະນະພັກ.
3. ເລືອກຕັ້ງເອົາປະທານ ແລະ ຮອງປະທານກວດກາ ດັ່ງນີ້້:
1) ສະຫາຍ ນ. ດາລານີ ພົມມະວົງສາ ເປັນປະທານກວດກາພັກ.
2) ສະຫາຍ ຄຳເພົ້າ ວັນນະວົງ ເປັນຮອງປະທານກວດກາພັກ.
3) ສະຫາຍ ຄູນສະຫວັດ ຊຸ່ມມະນີວົງ ເປັນຮອງປະທານກວດກາພັກ.
   ໃນກອງປະຊຸມ ໄດ້ຮັບຟັງການໂອ້ລົມຈາກສະຫາຍ ປອ ຄໍາພັນ ພົມມະທັດ ທີ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກກະຊວງ ແລະ ໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານທີ່ຍັງຄົງຄ້າງ ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານພັກຊຸດໃໝ່ ຈະຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ ເປັນຕົ້ນແມ່ນສ້າງວັດທະນະທໍາຂອງຊາດ, ຂອງເຜົ່າ ໃຫ້ສີວິໄລ, ເນັ້ນສ້າງພະລັງຈິດໃຈຂອງຄົນລາວຕໍ່ການຮັກຊາດ ເອກະພາບ, ຮັກຊາດຮັກບ້ານເກີດເມືອງນອນ, ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາຂອງຊາດໃຫ້ສີວິໄລ.; ທ່ອງທ່ຽວໃຫ້ກາຍເປັນເສດຖະກິດປາຍແຫຼມ, ປະກອບສ່ວນສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ, ສ້າງແຫຼ່ງລາຍຮັບທີ່ສໍາຄັນໃຫ້ງົບປະມານແຫ່ງລັດ, ສ້າງທ່າແຮງສົມທົບວັດທະນະທໍາ ແລະ ການທ່ອງທ່ຽວໃຫ້ແຂງແຮງ, ສ້າງຄວາມເອກອ້າງຂອງຄົນລາວ ແລະ ຊາດລາວ ຕໍ່ສາກົນ. ກອງປະຊຸມໃນຄັ້ງນີ້ ດຳເນີນເປັນເວລາ 1 ວັນ ກໍໄດ້ສຳເລັດລົງຢ່າງສະຫງ່າງາມ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ.

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ກະຊວງ ວທ

  • 25 Dec 2025
  • ຫ້ອງການກະຊວງ

   ໃນຕອນເຊົ້າຂອງວັນທີ 25 ທັນວາ 2025...

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບຄະນະໂຮງຮຽນຊາກຸລາ ຍີ່ປຸ່ນເພື່ອເສີມສ້າງສາຍພົວພັນສອງຊາດລາວຍີ່ປຸ່ນ ຄົບຮອບ 70 ປີ

  • 18 Dec 2025
  • ຫ້ອງການກະຊວງ

   ທ່ານ ນາງ ສວນສະຫວັນ ວິຍະເກດ...

ອ່ານເພີ່ມ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຈັດປະຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ພ້ອມປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ

  • 08 Dec 2025
  • ຫ້ອງການກະຊວງ

  ໃນວັນທີ 8 ທັນວາ 2025 ກະຊວງວັດທະນະທຳ...

ອ່ານເພີ່ມ

ວຽກງານວັດທະນະທໍາ

ທ່ານ ລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ເຂົ້າຮ່ວມງານບຸນມະໂຫລານສິລະປະສາກົນ ຕາມເສັ້ນທາງສາຍໄໝ ຄັ້ງທີ 11​ ທີ່ ນະຄອນຊີອານ, ແຂວງສ້ານຊີ, ສປ ຈີນ.

  • 17 Oct 2025
  • ຫ້ອງການກະຊວງ

          ໃນລະຫວ່າງວັນທີ 16-17 ຕຸລາ...

ອ່ານເພີ່ມ