ໜ້າຫຼັກ / ການເຄື່ອນໄຫວ / ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຈັດປະຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ພ້ອມປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຈັດປະຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ພ້ອມປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ

08 Dec 2025 | ຫ້ອງການກະຊວງ |

  ໃນວັນທີ 8 ທັນວາ 2025 ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຈັດປະຖະກະຖາ ເພື່ອສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975–2/12/2025) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920–13/12/2025).
       ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຍົກໃຫ້ເຫັນເຖິງວິລະກຳຄວາມອົງອາດກ້າຫານ ຂອງພັກປະຊາຊົນປະຕິວັດລາວ ໃນການນຳພາການຕໍ່ສູ້ກູ້ຊາດ. ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນໜັກເຖິງບົດບາດອັນສຳຄັນຂອງ ທ່ານ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ນຳພາປວງຊົນລາວບັນດາເຜົ່າລຸກຮື້ຂຶ້ນຕໍ່ສູ້ ຈົນສາມາດສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ຫຼັງຈາກການປະຖະກະຖາແລ້ວ ໄດ້ມີພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ພະນັກງານປະຈຳການ ຈຳນວນ 365 ທ່ານ ແລະ ພະນັກງານອາວຸໂສບຳນານ 290 ທ່ານ ລວມທັງໝົດ 655 ທ່ານ ຍິງ 286 ທ່ານ ທີ່ມີຜົນງານ, ຄຸນງາມຄວາມດີ ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະໃນຂົງເຂດວັດທະນະທຳ ແລະ ທ່ອງທ່ຽວຕະຫຼອດໄລຍະ 50 ປີຜ່ານມາ.

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບຄະນະໂຮງຮຽນຊາກຸລາ ຍີ່ປຸ່ນເພື່ອເສີມສ້າງສາຍພົວພັນສອງຊາດລາວຍີ່ປຸ່ນ ຄົບຮອບ 70 ປີ

  • 18 Dec 2025
  • ຫ້ອງການກະຊວງ

   ທ່ານ ນາງ ສວນສະຫວັນ ວິຍະເກດ...

ອ່ານເພີ່ມ

ວຽກງານວັດທະນະທໍາ

ທ່ານ ລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ເຂົ້າຮ່ວມງານບຸນມະໂຫລານສິລະປະສາກົນ ຕາມເສັ້ນທາງສາຍໄໝ ຄັ້ງທີ 11​ ທີ່ ນະຄອນຊີອານ, ແຂວງສ້ານຊີ, ສປ ຈີນ.

  • 17 Oct 2025
  • ຫ້ອງການກະຊວງ

          ໃນລະຫວ່າງວັນທີ 16-17 ຕຸລາ...

ອ່ານເພີ່ມ

ວຽກງານວັດທະນະທໍາ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34

  • 08 Oct 2025
  • ພາບ-ຂ່າວ: ກອງເລຂາເສົາຄ້ຳ ASCC ລາວ

    ໃນລະຫວ່າງວັນທີ 6-9 ຕຸລາ 2025 ທີ່...

ອ່ານເພີ່ມ

ວຽກງານວັດທະນະທໍາ

ງານສັບປະດາ ວັດທະນະທຳລາວ ເປີດສາກຢ່າງຍິ່ງໃຫຍ່ ທີ່ໂຮງລະຄອນຮ່າໂນ້ຍ, ຫວຽດນາມ

  • 03 Oct 2025
  • ຫ້ອງການກະຊວງ

      ໃນຄໍ່າຄືນວັນທີ 2 ຕຸລາ 2025 ທີ່...

ອ່ານເພີ່ມ