ໜ້າຫຼັກ / ການເຄື່ອນໄຫວ / ງານສັບປະດາ ວັດທະນະທຳລາວ ເປີດສາກຢ່າງຍິ່ງໃຫຍ່ ທີ່ໂຮງລະຄອນຮ່າໂນ້ຍ, ຫວຽດນາມ

ງານສັບປະດາ ວັດທະນະທຳລາວ ເປີດສາກຢ່າງຍິ່ງໃຫຍ່ ທີ່ໂຮງລະຄອນຮ່າໂນ້ຍ, ຫວຽດນາມ

03 Oct 2025 | ຫ້ອງການກະຊວງ |

      ໃນຄໍ່າຄືນວັນທີ 2 ຕຸລາ 2025 ທີ່ ໂຮງລະຄອນໃຫຍ່ ນະຄອນຫຼວງຮ່າໂນ້ຍ, ຫວຽດນາມ ໄດ້ເປີດງານສັບປະດາວັດທະນະທຳລາວຂຶ້ນ. ງານນີ້ແມ່ນການຈັດຕັ້ງຮ່ວມກັນຢ່າງໃກ້ຊິດລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ. ໂດຍການນຳພາຄະນະຂອງ ທ່ານ ນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ພາຍໃນງານຄະນະນັກສະແດງສິລະປະຈາກ ສປປ ລາວ ຈຳນວນ 20 ກວ່າຄົນ ໄດ້ທຳການສະແດງ ສ້າງຄວາມປະທັບໃຈອັນລົ້ນເຫຼືອໃຫ້ແກ່ຜູ້ເຂົ້າຊົມຢ່າງຫຼວງຫຼາຍ. ການສະແດງໄດ້ນຳເອົາ ສິລະປະການຟ້ອນ, ຮ້ອງລຳ ແລະ ສຽງແຄນອັນເປັນເອກະລັກ ແລະ ມໍລະດົກໂລກ ມາສະແດງ ເຊິ່ງໄດ້ສື່ເຖິງມູນເຊື້ອສິລະປະວັດທະນະທຳອັນດີງາມ ແລະ ເປັນເອກະລັກສະເພາະຂອງປະຊາຊົນລາວບັນດາເຜົ່າ, ການສັນລະເສີນປະເທດຊາດທີ່ຮັ່ງມີສວຍງາມ ແລະ ຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ, ຄວາມສາມັກຄີມິດຕະພາບແບບພິເສດ ແລະ ດູດດື່ມ ລະຫວ່າງສອງຊາດ ລາວ-ຫວຽດນາມ ຜ່ານບົດເພງ ແລະ ບົດຟ້ອນທີ່ເຕັມໄປດ້ວຍຄວາມໝາຍ. ໃນພິທີເປີດ ທ່ານຮອງລັດຖະມົນຕີ ດາລານີ ພົມມະວົງສາ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງງານຄັ້ງນີ້, ເຊິ່ງເປັນການປະກອບສ່ວນໃນການເສີມສ້າງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ. ງານນີ້ຍັງເປັນສ່ວນໜຶ່ງໃນການຮ່ວມສະເຫຼີມສະຫຼອງວາລະສຳຄັນທາງປະຫວັດສາດຂອງສອງປະເທດ ຄື: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດ ທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 80 ປີ ແລະ ວັນເກີດ ທ່ານປະທານ ໂຮ່ຈິມິນ ຄົບຮອບ 135 ປີ.
   
     ການຈັດງານແມ່ນໄດ້ປະຕິບັດຕາມແຜນການຮ່ວມມືດ້ານສິລະປະ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ-ຫວຽດນາມ ສົກປີ 2021-2025. ໃນພິທີເປີດງານ ສະຫາຍ ໂຮ່ ອານ ຟອງ ຮອງລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ກໍໄດ້ເຂົ້າຮ່ວມ ແລະ ມີຄຳເຫັນຊົມເຊີຍຕໍ່ງານສັບປະດາວັດທະນະທຳລາວ ພ້ອມທັງກ່າວເຖິງສາຍພົວພັນມິດຕະພາບອັນແໜ້ນແຟ້ນຂອງສອງຊາດລາວຫວຽດນາມ ຈົ່ງໝັ້ນຄົງຂະນົງແກ່ນຊົ່ວການລະນານ. ໃນການເຂົ້າຮ່ວມຊົມການສະແດງ ແມ່ນມີ ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ບັນດາການນຳສອງປະເທດລາວຫວຽດນາມ, ທູຕານຸທູດ, ຊາວລາວທີ່ສຶກສາ ແລະ ອາໄສຢູ່ຫວຽດນາມ ແລະ ມວນຊົນຊາວຫວຽດນາມຢ່າງໜາແໜ້ນ. ນອກຈາກການສະແດງຢູ່ນະຄອນຫຼວງຮ່າໂນ້ຍແລ້ວ, ຄະນະນັກສະແດງ ສປປ ລາວ ຍັງຈະໄດ້ສືບຕໍ່ເດີນທາງໄປສະແດງທີ່ ແຂວງແທ່ງຮົ່ວ ອີກດ້ວຍ.
ທີ່ມາ: ຫ້ອງການກະຊວງ ວທ

Share:

ຂ່າວຫຼ້າສຸດ

ວຽກງານວັດທະນະທໍາ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34

  • 08 Oct 2025
  • ພາບ-ຂ່າວ: ກອງເລຂາເສົາຄ້ຳ ASCC ລາວ

    ໃນລະຫວ່າງວັນທີ 6-9 ຕຸລາ 2025 ທີ່...

ອ່ານເພີ່ມ

ວຽກງານວັດທະນະທໍາ

ລາວ-ຫວຽດນາມ ຢືນຢັນການຮ່ວມມືຢ່າງເລິກເຊິ່ງ ເນັ້ນການສົ່ງເສີມວັດທະນະທຳ, ຄຸ້ມຄອງມໍລະດົກໂລກຮ່ວມຊາຍແດນ ແລະ ຍົກລະດັບການທ່ອງທ່ຽວ

  • 02 Oct 2025
  • ຫ້ອງການກະຊວງ

      ໃນໂອກາດທີ່ກະຊວງວັດທະນະທຳ...

ອ່ານເພີ່ມ

ວຽກງານເສນາ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງວັດທະນະທຳແລະການທ່ອງທ່ຽວ ຄັ້ງທີ VI ໄດ້ສຳເລັດລົງຢ່າງສະຫງ່າງາມ.

  • 26 Sep 2025
  • ຫ້ອງການກະຊວງ

    ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ...

ອ່ານເພີ່ມ

ວຽກງານເສນາ

ທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກ ໄທ ປະຈຳ ສປປ ລາວ

  • 28 Aug 2025
  • ພາບ-ຂ່າວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ.

      ວັນທີ 28 ສິງຫາ 2025, ທ່ານ ນາງ...

ອ່ານເພີ່ມ