ໜ້າຫຼັກ / ການເຄື່ອນໄຫວ / ລາວ-ຫວຽດນາມ ຢືນຢັນການຮ່ວມມືຢ່າງເລິກເຊິ່ງ ເນັ້ນການສົ່ງເສີມວັດທະນະທຳ, ຄຸ້ມຄອງມໍລະດົກໂລກຮ່ວມຊາຍແດນ ແລະ ຍົກລະດັບການທ່ອງທ່ຽວ

ລາວ-ຫວຽດນາມ ຢືນຢັນການຮ່ວມມືຢ່າງເລິກເຊິ່ງ ເນັ້ນການສົ່ງເສີມວັດທະນະທຳ, ຄຸ້ມຄອງມໍລະດົກໂລກຮ່ວມຊາຍແດນ ແລະ ຍົກລະດັບການທ່ອງທ່ຽວ

02 Oct 2025 | ຫ້ອງການກະຊວງ |

      ໃນໂອກາດທີ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປລາວ ມາຢ້ຽມຢາມ ແລະ ຈັດຕັ້ງງານສັບປະດາວັດທະນະທຳລາວ ທີ່ຫວຽດນາມ ໃນລະຫວ່າງວັນທີ 1-7 ຕຸລາ 2025 ນີ້. ວັນທີ 2 ຕຸລາ 2025 ໄດ້ມີກອງປະຊຸມພົບປະ ແລະ ແລກປ່ຽນການຮ່ວມມືສອງຝ່າຍ. ການພົບປະຄັ້ງນີ້ ຝ່າຍລາວ ນຳໂດຍ ສະຫາຍ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ແລະ ຝ່າຍຫວຽດນາມ ສະຫາຍ ໂຫ ອ່ານ ຟ່ອງ ຮອງລັດຖະມົນຕີ, ໂດຍທັງສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນການຮ່ວມມືທີ່ຜ່ານມາ, ພ້ອມທັງເນັ້ນໜັກການກະກຽມແຜນການຮ່ວມມືໃນຕໍ່ໜ້າ. ຈຸດສຳຄັນທີ່ສຸດແມ່ນການສືບຕໍ່ວຽກງານພັດທະນາຄຸ້ມຄອງມໍລະດົກໂລກຮ່ວມຊາຍແດນ ລະຫວ່າງ ອຸທິຍານຫີນໜາມໜໍ່-ອຸທິຍາແຫ່ງຊາດຟອງຫຍາ-ແກບາງ ທີ່ໄດ້ຖືກຮັບຮອງເປັນມໍລະດົກໂລກທາງທໍາມະຊາດ ໃນວັນທີ 13 ກໍລະກົດ 2025 ຜ່ານມາ ແລະ ແລກປ່ຽນການທ່ອງທ່ຽວສອງຝ່າຍ ຫຼັງຈາກທີ່ນັກທ່ອງທ່ຽວຫວຽດນາມເຂົ້າມາທ່ຽວລາວສູງເປັນອັນດັບ 2.
      ໃນກອງປະຊຸມ ຝ່າຍ ສປປ ລາວໄດ້ສະຫຼຸບສັງລວມຜົນສຳເລັດດ້ານວັດທະນະທຳ ແລະ ການທ່ອງທ່ຽວ. ດ້ານວັດທະນະທຳ ໄດ້ມີການແລກປ່ຽນຄະນະຜູ້ແທນເຊິ່ງກັນ ແລະ ກັນ, ຈັດຕັ້ງງານສັບປະດາວັດທະນະທໍາ ໂດຍຜັດປ່ຽນກັນເປັນເຈົ້າພາບ, ຈັດພິມປື້ມທີ່ເດັ່ນຂອງຫວຽດນາມ ເພື່ອແປ-ຈັດພິມເປັນພາສາລາວ. ດ້ານການທ່ອງທ່ຽວ ທັງສອງຝ່າຍໄດ້ຈັດກິດຈະກຳພົບປະຕະຫຼາດທ່ອງທ່ຽວຮ່ວມກັນ, ເຂົ້າຮ່ວມງານວາງສະແດງທ່ອງທ່ຽວສາກົນ ເຊິ່ງປະກອບສ່ວນໃຫ້ນັກທ່ອງທ່ຽວຫວຽດນາມເຂົ້າມາ ສປປ ລາວ ມີເຖິງ 1 ລ້ານກວ່າເທື່ອຄົນໃນປີ 2024. ສຳລັບທິດທາງໃນຕໍ່ໜ້າ ສອງຝ່າຍແມ່ນສືບຕໍ່ການຮ່ວມມືເປັນຕົ້ນ: ການກໍ່ສ້າງບຸກຄະລາກອນ, ຈັດຕັ້ງກິດຈະກໍາແລກປ່ຽນວັດທະນະທໍາ ແລະ ການທ່ອງທ່ຽວ, ຄຸ້ມຄອງມໍຣະດົກໂລກຮ່ວມກັນ, ຮ່ວມກັນປັບປຸງສະຖານທີ່ທ່ອງທ່ຽວປະຫວັດສາດພູຜາຖີ່ ແລະ ເສັ້ນທາງໂຮ່ຈິມິນ.
     
     ຜົນສໍາເລັດການພົບປະໃນຄັ້ງນີ້ຈະປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ໝັ້ນຄົງຂະນົງແກ່ນຕະຫຼອດການລະນານ.
ຂ່າວ: ຫ້ອງການກະຊວງ ວທ

Share:

ຂ່າວຫຼ້າສຸດ

ວຽກງານວັດທະນະທໍາ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34

  • 08 Oct 2025
  • ພາບ-ຂ່າວ: ກອງເລຂາເສົາຄ້ຳ ASCC ລາວ

    ໃນລະຫວ່າງວັນທີ 6-9 ຕຸລາ 2025 ທີ່...

ອ່ານເພີ່ມ

ວຽກງານວັດທະນະທໍາ

ງານສັບປະດາ ວັດທະນະທຳລາວ ເປີດສາກຢ່າງຍິ່ງໃຫຍ່ ທີ່ໂຮງລະຄອນຮ່າໂນ້ຍ, ຫວຽດນາມ

  • 03 Oct 2025
  • ຫ້ອງການກະຊວງ

      ໃນຄໍ່າຄືນວັນທີ 2 ຕຸລາ 2025 ທີ່...

ອ່ານເພີ່ມ

ວຽກງານເສນາ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງວັດທະນະທຳແລະການທ່ອງທ່ຽວ ຄັ້ງທີ VI ໄດ້ສຳເລັດລົງຢ່າງສະຫງ່າງາມ.

  • 26 Sep 2025
  • ຫ້ອງການກະຊວງ

    ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ...

ອ່ານເພີ່ມ

ວຽກງານເສນາ

ທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກ ໄທ ປະຈຳ ສປປ ລາວ

  • 28 Aug 2025
  • ພາບ-ຂ່າວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ.

      ວັນທີ 28 ສິງຫາ 2025, ທ່ານ ນາງ...

ອ່ານເພີ່ມ