ທ່ານ ລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ເຂົ້າຮ່ວມງານບຸນມະໂຫລານສິລະປະສາກົນ ຕາມເສັ້ນທາງສາຍໄໝ ຄັ້ງທີ 11 ທີ່ ນະຄອນຊີອານ, ແຂວງສ້ານຊີ, ສປ ຈີນ.
17 Oct 2025 | ຫ້ອງການກະຊວງ |
ໃນລະຫວ່າງວັນທີ 16-17 ຕຸລາ 2025 ທີ່ນະຄອນຊີອານ, ແຂວງສ້ານຊີ, ສປ ຈີນ ຄະນະຜູ້ແທນລາວ ນໍາໂດຍ ສະຫາຍ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ເຂົ້າຮ່ວມພິທີເປີດງານບຸນມະໂຫລານສິລະປະສາກົນ ຕາມເສັ້ນທາງສາຍໄໝ ຄັ້ງທີ 11 ພາຍໃຕ້ຫົວຂໍ້ “ ເສັ້ນທາງສາຍໄໝ ແລະ ພື້ນຖານຂອງການເລີ່ມຕົ້ນ “ແຫ່ງການເຕົ້າໂຮມສິລະປະເສັ້ນທາງສາຍໄໝອັນຍິ່ງໃຫຍ່, ຂົວຕໍ່ແຫ່ງການເຊື່ອມໂຍງປະຊາຊົນ ສູ່ປະຊາຊົນ ແລະ ບຸນມະໂຫລານຮັບໃຊ້ມວນຊົນ ຈັດຂື້ນທີ່ ໂຮງລະຄອນແຂວງສ້ານຊີ ໃນຄໍ່າຄືນວັນທີ 16 ຕຸລາ 2025, ໃຫ້ກຽດເຂົ້າຮ່ວມງານໂດຍສະຫາຍ ຈ້າວ ອີ້ເຕີ (Zhao Yide), ເລຂາພັກແຂວງສ້ານຊີ, ສະຫາຍ ຈ້າວ ກາງ (Zhao Gang), ຮອງເລຂາພັກແຂວງ, ເຈົ້າແຂວງ ແຂວງສ້ານຊີ, ບັນດາລັດຖະມົນຕີ, ເອກອັກຄະລັດຖະທູດ, ຫົວໜ້າກົງສູນໃຫຍ່, ພັນລະຍາການນຳ ແລະ ບັນດາຄະນະສິລະປະ ຫຼາຍກວ່າ 80 ປະເທດ ຈະມາຜັດປ່ຽນກັນສະແດງ ຕະຫຼອດໄລຍະ 25 ວັນ ເລີ່ມແຕ່ວັນ 17 ຕຸລາ ຫາ 09 ພະຈິກ 2025. ຈຸດປະສົງຂອງງານດັ່ງກ່າວ ແມ່ນນຳເອົາວັດທະນະທໍາ ທີ່ມີຄວາມຫຼາກຫຼາຍຂອງແຕ່ລະປະເທດ ມາເປັນແນວທາງ ໃນການເສີມຂະຫຍາຍເນື້ອໃນ ຈິດໃຈເສັ້ນທາງສາຍໄໝ ໂດຍການແລກປ່ຽນວັດທະນະທຳ ເພື່ອການຮຽນຮູ້ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນຫຼາຍຂຶ້ນ , ຮ່ວມມືກັນຢ່າງສັນຕິ ແລະ ມີຜົນປະໂຫຍດຮ່ວມກັນ, ເປີດກວ້າງ ແລະ ຍອມຮັບ ໃນຄວາມແຕກຕ່າງ, ເສີມຂະຫຍາຍການຮ່ວມມືຕົວຈິງໃນຂົງເຂດການລົງທຶນດ້ານເສດຖະກິດ-ການຄ້າ ແລະ ການພັດທະນາບຸກຄະລາກອນໃຫ້ມີຄວາມເຂັ້ມແຂງຂຶ້ນ ເພື່ອຮ່ວມກັນສ້າງໜຶ່ງແລວ ໜຶ່ງເສັ້ນທາງ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ ຕາມລະດັບຄາດໝາຍທີ່ກຳນົດໄວ້. ໃນໂອກາດເຄື່ອນໄຫວ ຢູ່ທີ່ແຂວງສ້ານຊີ, ສະຫາຍ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ພົບປະສອງຝ່າຍ ກັບ ສະຫາຍ ຈ້າວ ກາງ, ເຈົ້າແຂວງ ແຂວງສ້ານຊີ ໃນວັນທີ 17 ຕຸລາ 2025. ທັງສອງຝ່າຍ ໄດ້ແລກປ່ຽນຄໍາຄິດ ຄຳເຫັນກ່ຽວກັບການລິເລີ່ມ ການຮ່ວມມືກັນໃນຂົງເຂດວັດທະນະທຳ ແລະ ການທ່ອງທ່ຽວ ຂອງກະຊວງ ວທ ກັບ ແຂວງສ້ານຊີ ສປ ຈີນ ກໍຄືການຜັນຂະຫຍາຍທິດຊີ້ນຳຂອງສອງການນຳຂັ້ນສູງ ລາວ-ຈີນ ກ່ຽວກັບການເພີ່ມທະວີການຮ່ວມມື ໃນນາມຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ກວ່າໜຶ່ງ ທົດສະຫວັດ ກໍ່ຄືການສ້າງຄູ່ຮ່ວມຊະຕາກໍາ ສັງນິຍົມລາວ-ຈີນ 2024-2028 ທີ່ມີຄວາມໝາຍຍຸດທະສາດ ເປັນຕົ້ນ: ສົ່ງເສີມການເຊື່ອມໂຍງເຊື່ອມຈອດໃຫ້ມີສາຍການບິນໂດຍກົງ ເພື່ອສົ່ງເສີມການທ່ອງທ່ຽວ, ດຶງດູດນັກລົງທຶນມາລົງທຶນໃນຂະແໜງການທ່ອງທ່ຽວ ຢູ່ ສປປ ລາວ, ຄົ້ນຄວ້າສ້າງນະໂຍບາຍ ແລະ ອໍານວຍຄວາມສະດວກດ້ານຕ່າງໆ ເພື່ອສົ່ງເສີມການ ທ່ອງທ່ຽວ ທາງດ້ານວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດຂອງ ສປປ ລາວ ເຊື່ອມໂຍງກັບ ແຂວງສ້ານຊີ ຢ່າງມີຈຸດສຸມ.

ໃນຕອນຄໍ່າຂອງວັນດຽວກັນ, ສະຫາຍ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຂອບໃຈມາຍັງການນຳແຂວງທຸກຂັ້ນ, ກໍຄືລັດຖະບານແຫ່ງ ສປ ຈີີນ ທີ່ໄດ້ເຊີນ ຄະນະສິລະປະລາວ ຈໍານວນ 29 ສະຫາຍ ດໍາເນີນການສະແດງ ສິລະປະ-ວັດທະນະທຳ ລາວ, ເປັນປະເທດທໍາອິດໃນການເປີດສາກການສະແດງສິລະປະ ພາຍຫຼັງທີ່ໄດ້ມີການເປີດພິທີທາງການຢ່າງຍີ່ງໃຫຍ່ ໃນຄໍ່າຄືນທີ່ຜ່ານມາ! ທີ່ສູນວັດທະນະທຳແຂວງສ້ານຊີ. ຄະນະສະແດງສິລະປະ ໃນຄັ້ງນີ້ ໄດ້ນຳເອົາບັນດາບົດຟ້ອນ, ບົດເພງທີ່ມີເນື້ອໃນເວົ້າເຖິງມູນເຊື້ອສິລະປະວັດທະນະທໍາອັນດີງາມ ທັງເປັນເອກະລັກຂອງປະຊາຊົນລາວບັນດາເຜົ່າ ທີ່ມີຄວາມແຕກຕ່າງ ແລະ ຫຼາກຫຼາຍ. ພ້ອມດຽວກັນນີ້, ກໍ່ຍັງນຳເອົາບັນດາບົດເພງ, ບົດຟ້ອນທີ່ສັນລະເສີນມູນເຊື້ອຄວາມສາມັກຄີມິດຕະພາບແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ກໍ່ຄືການສ້າງຄູ່ຮ່ວມຊະຕາກໍາ ສັງນິຍົມ ທີ່ມີຄວາມໝາຍຍຸດທະສາດ ສອງຊາດລາວ-ຈີນ, ຈີນ-ລາວ ຊື່ງໄດ້ຮັບຄວາມນິຍົມຊົມຊອບຫຼາຍສົມຄວນຈາກຜູ້ຊົມ.
Share: