ໜ້າຫຼັກ / ການເຄື່ອນໄຫວ / ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບຄະນະໂຮງຮຽນຊາກຸລາ ຍີ່ປຸ່ນເພື່ອເສີມສ້າງສາຍພົວພັນສອງຊາດລາວຍີ່ປຸ່ນ ຄົບຮອບ 70 ປີ
ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຕ້ອນຮັບ ທ່ານ ມະຊະທະກະ ຄະນະຊາວະ ຫົວໜ້າຄະນະໂຮງຮຽນມັດທະຍົມນາໆຊາດຊາກຸລາ ປະເທດຍີ່ປຸ່ນ, ທີ່ຫໍວັດທະນະທຳແຫ່ງຊາດ. ການຢ້ຽມຢາມຄັ້ງນີ້ ແມ່ນການປະກອບສ່ວນອັນສໍາຄັນໃນການສະເຫຼີມສະຫຼອງ ສາຍພົວພັນການທູດລາວ-ຍີ່ປຸ່ນ ຄົບຮອບ 70 ປີ. ທ່ານລັດຖະມົນຕີ ໄດ້ກ່າວຕີລາຄາສູງຕໍ່ສາຍພົວພັນການເປັນຄູ່ຮ່ວມຍຸດທະສາດຮອບດ້ານຂອງສອງປະເທດ,ນອກຈາກນີ້, ທ່ານ ຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງຍີ່ປຸ່ນ ຊຶ່ງໂຮງຮຽນມັດທະຍົມນາໆຊາດຊາກຸລາ ເປັນສ່ວນໜຶ່ງໃນການລະດົມທຶນຊ່ວຍໂຄງການພັດທະນາການສຶກສາຫຼາຍແຫ່ງ ເພື່ອເປັນປະໂຫຍດໃຫ້ແກ່ນັກຮຽນລາວ. ໃນຂົງເຂດວັດທະນະທຳ ແລະ ການທ່ອງທ່ຽວ ທ່ານລັດຖະມົນຕີ ໄດ້ຍ້ອງຍໍຕໍ່ຜົນສຳເລັດຂອງການຮ່ວມກັນຈັດງານ “ບຸນລາວ” ທີ່ ໂຕກຽວ ທຸກປີ ເຊິ່ງເປັນການໂຄສະນາສົ່ງເສີມວັດທະນະທຳ ແລະ ການທ່ອງທ່ຽວລາວຢ່າງມີປະສິດທິຜົນ. ສຳລັບ “ງານວັນລາວ” ຄັ້ງທີ 14 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 24-25 ພຶດສະພາ 2026 ນີ້, ກໍຈະມີການປະສານສົມທົບເພື່ອໃຫ້ມີການສະແດງສິລະປະ-ວັດທະນະທຳຂອງລາວໃຫ້ມີຄວາມຫຼາກຫຼາຍ ແລະມີບັນຍາກາດຟົດຟື້ນ.


ໃນຕອນທ້າຍ, ທ່ານ ລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ ແລະ ອວຍພອນໃຫ້ຄະນະ ຈົ່ງມີສຸຂະພາບແຂງແຮງ. ແລະ ປະສົບຜົນສຳເລັດໃນການທັດສະນະສຶກສາໃນຄັ້ງນີ້. ນັກຮຽນຍີ່ປຸ່ນ ແລະ ຄູອາຈານ 30 ກວ່າຄົນ ທີ່ມາຮ່ວມ ກໍໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ຕື່ນເຕັ້ນ ທີ່ໄດ້ມາທັດສະນະຢ້ຽມຢາມ ແລະ ຮຽນຮູ້ວັດທະນະທຳທຳອັນເປັນເອກະລັກຂອງ ສປປ ລາວ ດ້ວຍຕົນເອງ, ເຊິ່ງເປັນປະສົບການທີ່ໜ້າຈົດຈຳໃນການເດີນທາງຄັ້ງນີ້.