ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ກະຊວງ ວທ
25 Dec 2025 | ຫ້ອງການກະຊວງ |
ໃນຕອນເຊົ້າຂອງວັນທີ 25 ທັນວາ 2025 ທີ່ ຫໍວັດທະນະທໍາແຫ່ງຊາດ ກະຊວງ ວທ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ເລຂາໜ່ວຍພັກ, ຫົວກົມ, ສະຖາບັນ, ກອງວິຊາການ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ ສະໄໝທີ VI, ກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະບໍລິຫານງານພັກກະຊວງ ວທ ແລະ ທັງເປັນການສະຫຼຸບຜົນງານ 5 ປີ ແຫ່ງການເຄື່ອນໄຫວ, ນຳພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກງານຕະຫຼອດໄລຍະ 5 ປີ ຜ່ານມາ (2021-2025) ແລະ ທິດທາງແຜນການ (2026-2030) ມະຕິວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ແກ່ບັນດາສະຫາຍກໍາມະການຄະນະພັກກະຊວງ, ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ສະບັບເລກທີ 700/ນຍ, ລົງວັນທີ 7/11/2025 ແລະ ເອກະສານອື່ນທີ່ສຳຄັນ.
ໃນຕອນທ້າຍທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ເນັ້ນໜັກໃຫ້ອົງຄະນະພັກ ກໍ່ຄືຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ບັນດາກົມກອງ ຈົ່ງພ້ອມກັນນຳເອົາເນື້ອໃນຈິດຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງກະພັກກະຊວງ ວທ ນຳໄປຄົ້ນຄວ້າ, ເຊື່ອມຊຶມ ໃຫ້ພະນັກງານ, ສະມາຊິກພັກ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ເລິກເຊີ່ງ, ທົ່ວເຖີງ ແລະ ສາມາດຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບ ເພື່ອໃຫ້ໄດ້ຜົນສໍາເລັດ ໃບໜ້າອັນໃໝ່ ແລະ ຍີ່ງໃຫຍ່ຂື້້ນກວ່າເກົ່າຕາມລະດັບຄາດໝາຍທີ່ວາງໄວ້.
Share: