ໜ້າຫຼັກ / ການເຄື່ອນໄຫວ / ທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກ ໄທ ປະຈຳ ສປປ ລາວ

ທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກ ໄທ ປະຈຳ ສປປ ລາວ

28 Aug 2025 | ພາບ-ຂ່າວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. |

      ວັນທີ 28 ສິງຫາ 2025, ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງ ທ່ານ ນາງ ມໍຣະກົດ ສີສະຫວັດ, ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກ ໄທ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.


     ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈຕໍ່ການຊຸກຍູ້, ສະໜັບສະໜູນການຮ່ວມມືໃນຂົງເຂດວັດທະນະທໍາ ແລະ ການທ່ອງທ່ຽວ, ໂດຍສະເພາະປີ 2025 ເປັນປີສໍາຄັນໃນການສະເຫຼີມສະຫຼອງຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ທີ່ໄດ້ຈັດການປະກວດຮູບແຕ້ມຈິດຕະກຳ ລາວ-ໄທ, ການຝຶກອົບຮົມທັກສະ ແລະ ເຕັກນິກການນໍາໃຊ້ເຄື່ອງດົນຕີຄຣາດສິກ, ຈັດງານສະແດງສິລະປະວັດທະນະທໍາຮ່ວມໃຈ ລາວ-ໄທ ແລະ ງານວາງສະແດງຜົນງານສິລະປະວີຈິດຕະກໍາ ລາວ-ໄທ ລວມເຖິງການໂຄສະນາສົ່ງເສີມການທ່ອງທ່ຽວລາວ ຊຶ່ງເຮັດໃຫ້ນັກທ່ອງທ່ຽວໄທເຂົ້າມາທ່ອງທ່ຽວ ສປປ ລາວ ຫຼາຍສົມຄວນ. ສິ່ງເຫຼົ່ານີ້ແມ່ນເປັນການປະກອບສ່ວນເສີ່ມສ້າງສາຍພົວພັນມິດຕະພາບແບບຄູ່ຮ່ວມຍຸດທະສາດເພື່ອການພັດທະນາແບບຍືນຍົງຂອງສອງປະເທດລາວ-ໄທ. ພ້ອມກັນນັ້ນ, ທ່ານລັດຖະມົນຕີຍັງໄດ້ສະເໜີໃຫ້ທ່ານທູດສືບຕໍ່ຮ່ວມມື ແລະ ສະໜັບສະໜູນນຂົງເຂດວຽກງານວັດທະນະທໍາ ແລະ ການທ່ອງທ່ຽວ ເພື່ອໃຫ້ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.


     ໃນການພົບປະ, ທ່ານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກ ໄທ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງທ່ານລັດຖະມົນຕີ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ຕີລາຄາສູງຕໍ່ກັບສາຍພົວພັນມິດຕະພາບການຮ່ວມມືຂອງສອງປະເທດ ແລະ ສະແດງຄວາມຂອບໃຈຕໍ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ທີ່ໄດ້ໃຫ້ການສະໜັບສະໜູນ, ການຮ່ວມມື ແລະ ຊ່ວຍເຫຼືອໂດຍດີຕະຫຼອດມາ ເຊັ່ນ: ບັນດາກິດຈະກໍາສະເຫຼີມສະຫຼອງ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ໄທ. ທີ່ສຳຄັນ, ທ່ານທູດຍັງໄດ້ລາຍງານຕໍ່ກັບຜົນງານການເຄື່ອນໄຫວຂອງສະຖານທູດໃນໄລຍະຜ່ານມາ ໂດຍສະເພາະການສະໜັບສະໜູນກໍ່ສ້າງວັດຕ່າງໆຂອງ ສປປ ລາວ ແລະ ໃນປີ 2025 ກໍ່ຈະສືບຕໍ່ໃຫ້ການສະໜັບສະໜູນວັດຕ່າງໆອີກຈໍານວນໜຶ່ງຢູ່ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ. ນອກຈາກນີ້, ກໍຍັງໄດ້ສະໜັບສະໜູນຈັດກອງປະຊຸມວຽກງານທ່ອງທ່ຽວ ພາຍໃຕ້ຫົວຂໍ້ ການພັດທະນາສົ່ງເສີມການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ແລະ ຍືນຍົງ ເພື່ອສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ ແລະ ການມີສ່ວນຮ່ວມຂອງຊຸມຊົນ.
ໃນຕອນທ້າຍ, ທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຮ່ວມມື ແລະ ການສະໜັບສະໜູນອັນດີງາມຂອງລັດຖະບານໄທ ກໍ່ຄືສະຖານທູດໄທ ປະຈໍາ ສປປ ລາວທີ່ມີຕໍ່ວຽກງານວັດທະນະທຳ ແລະ ການທ່ອງທ່ຽວຂອງ ສປປ ລາວ ຕະຫຼອດມາ ແລະ ອວຍພອນໃຫ້ທ່ານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານໃໝ່ອັນມີກຽດຂອງທ່ານ.

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ກະຊວງ ວທ

  • 25 Dec 2025
  • ຫ້ອງການກະຊວງ

   ໃນຕອນເຊົ້າຂອງວັນທີ 25 ທັນວາ 2025...

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບຄະນະໂຮງຮຽນຊາກຸລາ ຍີ່ປຸ່ນເພື່ອເສີມສ້າງສາຍພົວພັນສອງຊາດລາວຍີ່ປຸ່ນ ຄົບຮອບ 70 ປີ

  • 18 Dec 2025
  • ຫ້ອງການກະຊວງ

   ທ່ານ ນາງ ສວນສະຫວັນ ວິຍະເກດ...

ອ່ານເພີ່ມ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຈັດປະຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ພ້ອມປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ

  • 08 Dec 2025
  • ຫ້ອງການກະຊວງ

  ໃນວັນທີ 8 ທັນວາ 2025 ກະຊວງວັດທະນະທຳ...

ອ່ານເພີ່ມ

ວຽກງານວັດທະນະທໍາ

ທ່ານ ລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ເຂົ້າຮ່ວມງານບຸນມະໂຫລານສິລະປະສາກົນ ຕາມເສັ້ນທາງສາຍໄໝ ຄັ້ງທີ 11​ ທີ່ ນະຄອນຊີອານ, ແຂວງສ້ານຊີ, ສປ ຈີນ.

  • 17 Oct 2025
  • ຫ້ອງການກະຊວງ

          ໃນລະຫວ່າງວັນທີ 16-17 ຕຸລາ...

ອ່ານເພີ່ມ