ໜ້າຫຼັກ / ການເຄື່ອນໄຫວ / ລັດຖະມົນຕີ ຖວທ ຕ້ອນຮັບຮອງລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ

ລັດຖະມົນຕີ ຖວທ ຕ້ອນຮັບຮອງລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ

09 Dec 2024 | ຂ່າວ-ພາບ ສົມຫວັງ |

  ຂປລ. ໃນວັນທີ 9 ທັນວາ 2024 ທີ່ນະຄອນຫລວງວຽງຈັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຮວາງ ດາວ ເຄື່ອງ ຮອງລັດຖະມົນຕີ ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ຈັດຕັ້ງງານສັບປະດາວັດທະນະທໍາຫວຽດນາມ ຢູ່ ສປປ ລາວ ປະຈຳ ປີ 2024.

  ໃນໂອກາດດັ່ງກ່າວທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນມາຍັງ ທ່ານ ຮວາງ ດາວ ເຄື່ອງ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ຈັດຕັ້ງງານ ສັບປະດາວັດທະນະທໍາ ຫວຽດນາມ ຢູ່ ສປປ ລາວ ປະຈຳ ປີ 2024 ໃນຄັ້ງນີ້ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ແລະ ການຈັດຕັ້ງງານສັບປະດາວັດທະນະທໍາ ຫວຽດນາມ ຖືວ່າແມ່ນການຈັດຕັ້ງຜັນຂະຫຍາຍ ແຜນການຮ່ວມມື ດ້ານສິລະປະວັດທະນະທຳ ແລະ ທ່ອງທ່ຽວ ຂອງສອງກະຊວງ ວັດທະນະທຳ ແລະ ທ່ອງທ່ຽວ ລາວ-ຫວຽດນາມ ທັງເປັນການສະແດງໃຫ້ເຫັນເຖິງໄມຕີຈິດມິດຕະພາບອັນດູດດື່ມ ຖານສະຫາຍອ້າຍນ້ອງຄວາມຮັກແພງສາມັກຄີມິດຕະພາບລາວ-ຫວຽດນາມຫວຽດນາມ-ລາວ, ຊຶ່ງຖືເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະ ສອງກະຊວງ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ.

   ໂອກາດນີ້ທ່ານ ຮວາງ ດາວ ເຄື່ອງ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີ ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້ພ້ອມທັງຖືໂອກາດນີ້ ລາຍງານໂດຍຫຍໍ້ ກ່ຽວກັບແຜນການຢ້ຽມຢາມ ແລະ ການຈັດຕັ້ງງານສັບປະດາ ວັດທະນະທໍາຫວຽດນາມ ຢູ່ ສປປ ລາວ ປະຈຳ ປີ 2024 ໃຫ້ທ່ານລັດຖະມົນຕີໄດ້ຮັບຊາບ.

Share:

ຂ່າວຫຼ້າສຸດ

ອົງການຈັດຕັ້ງມະຫາຊົນ

ຄະນະຊາວໜຸ່ມ ກະຊວງ ຖວທ ໄດ້ຮັບ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ

  • 04 Jun 2025
  • ຂ່າວ: ທະນູທອງ

  ຂປລ. ພິທີມອບ-ຮັບ...

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບ ຜູ້ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ

  • 21 May 2025
  • ພາບ: ເກດສະໜາ

  ຂປລ....

ອ່ານເພີ່ມ

ວຽກງານເສນາ

ຄະນະຄຸ້ມຄອງເວັບໄຊ ກະຊວງ ຖວທ ຊຸກຍູ້ການສ້າງ ແລະ ພັດທະນາເວັບໄຊ ຖວທ ແຂວງບໍ່ແກ້ວ

  • 20 May 2025
  • ຂ່າວ: ບຸນຈັນ ມະນີໄຊ

  ຂປລ. ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ...

ອ່ານເພີ່ມ

ວຽກງານເສນາ

ຫາລືວຽກພົວພັນຮ່ວມມື ສອງຝ່າຍ ລາວ ແລະ ອິນເດຍ

  • 22 Apr 2025
  • ຂ່າວ-ພາບ: ກິດຕາ

    ຂປລ....

ອ່ານເພີ່ມ