ໜ້າຫຼັກ / ການເຄື່ອນໄຫວ / ຫາລືວຽກພົວພັນຮ່ວມມື ສອງຝ່າຍ ລາວ ແລະ ອິນເດຍ

ຫາລືວຽກພົວພັນຮ່ວມມື ສອງຝ່າຍ ລາວ ແລະ ອິນເດຍ

22 Apr 2025 | ຂ່າວ-ພາບ: ກິດຕາ |

    ຂປລ. ຕອນບ່າຍຂອງວັນທີ 22 ເມສາ 2025 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຢເກສ໌ວາ ສັງວານ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ອິນເດຍ ປະຈຳລາວ ພ້ອມດ້ວຍຄະນະ ເພື່ອປຶກສາຫາລືກ່ຽວກັບວຽກງານການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ ອິນເດຍ ໃນໄລຍະຜ່ານມາ.

   ໃນໂອກາດນີ້ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ໂຢເກສ໌ວາ ສັງວານ, ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ອິນເດຍ ຕະຫລອດ 69 ປີ ແຫ່ງການສ້າງສາຍພົວພັນ ການທູດຮ່ວມກັນ ຜ່ານມາສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫລືອຂອງ ລັດຖະບານອິນເດຍ ໃຫ້ແກ່ ສປປ ລາວ ໂດຍສະເພາະ ໂຄງການຮ່ວມມືລາວ-ອິນເດຍ ໃນການປົກປັກຮັກສາ ແລະ ບູລະນະສ້ອມແປງກຸ່ມຜາສາດຫີນວັດພູຈຳປາສັກໂຄງການປົກປັກຮັກສາຕົ້ນໂພປັບປຸງ ແລະ ພັດທະນາບໍລິເວນແທນໂພ ຢູ່ສະຖານທີ່ທ່ອງທ່ຽວພູສີ ແຂວງຫລວງພະບາງການພັດທະນາຊັບພະຍາກອນມະນຸດດ້ານການສຶກສາສາທາລະນະສຸກການສົ່ງເສີມການຄ້າ-ການລົງທຶນການພັດທະນາຊົນນະບົດ ແລະ ຂະແໜງການອື່ນໆ ອັນເປັນການ ປະກອບສ່ວນອັນສໍາຄັນ ເຂົ້າໃນການສ້າງສາພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ.

  ທ່ານ ໂຢເກສ໌ວາ ສັງວານ ກໍໄດ້ສະແດງຄວາມຂອບໃຈ ມາ​ຍັງ ທ່ານ ນາງ ສວນສະຫວັນ ວິຍະເກດ ທີ່​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ, ​ທັງ​ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສ ອິນເດຍ ແລະ ສປປ ລາວ ​ແລະ ໃຫ້ຄໍາໝັ້ນສັນຍາ ທີ່ຈະສືບຕໍ່ພົວພັນຮ່ວມມື ລະຫວ່າງ ສອງ ປະເທດ ໃຫ້ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງສ້າງຄວາມສາມັກຄີມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈ ​ເຊິ່ງກັນ ແລະ ກັນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດ ອິນເດຍ-ລາວ.

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ກະຊວງ ວທ

  • 25 Dec 2025
  • ຫ້ອງການກະຊວງ

   ໃນຕອນເຊົ້າຂອງວັນທີ 25 ທັນວາ 2025...

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບຄະນະໂຮງຮຽນຊາກຸລາ ຍີ່ປຸ່ນເພື່ອເສີມສ້າງສາຍພົວພັນສອງຊາດລາວຍີ່ປຸ່ນ ຄົບຮອບ 70 ປີ

  • 18 Dec 2025
  • ຫ້ອງການກະຊວງ

   ທ່ານ ນາງ ສວນສະຫວັນ ວິຍະເກດ...

ອ່ານເພີ່ມ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຈັດປະຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ພ້ອມປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ

  • 08 Dec 2025
  • ຫ້ອງການກະຊວງ

  ໃນວັນທີ 8 ທັນວາ 2025 ກະຊວງວັດທະນະທຳ...

ອ່ານເພີ່ມ

ວຽກງານວັດທະນະທໍາ

ທ່ານ ລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ເຂົ້າຮ່ວມງານບຸນມະໂຫລານສິລະປະສາກົນ ຕາມເສັ້ນທາງສາຍໄໝ ຄັ້ງທີ 11​ ທີ່ ນະຄອນຊີອານ, ແຂວງສ້ານຊີ, ສປ ຈີນ.

  • 17 Oct 2025
  • ຫ້ອງການກະຊວງ

          ໃນລະຫວ່າງວັນທີ 16-17 ຕຸລາ...

ອ່ານເພີ່ມ