ໜ້າຫຼັກ / ການເຄື່ອນໄຫວ / ລັດຖະມົນຕີກະຊວງ ຖວທ ຕ້ອນຮັບ ຜູ້ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບ ຜູ້ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ

21 May 2025 | ພາບ: ເກດສະໜາ |

  ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ທ່ານ ຈ່ອງ-ກາບຣີແຢຣ ດຸສ (Jean Gabriel Duss) ຜູ້ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງຫ້ອງການຮ່ວມມື ແລະ ກົງສູນສະວິດ (SDC) ເພື່ອລາຍງານ ແລະ ທົບທວນຄືນການຈັດຕັ້ງ ປະຕິບັດໂຄງການຮ່ວມມື ລະຫວ່າງ ກະຊວງ ຖວທ ແລະ ຫ້ອງການ SDC ທີ່ຈັດຕັ້ງປະຕິບັດໂດຍ ບັນດາອົງການຈັດຕັ້ງສາກົນ ຂອງປະເທດສະວິດ ໂດຍສະເພາະ ບັນດາກິດຈະກໍາ ທີ່ຊຸກຍູ້ສົ່ງເສີມນະໂຍບາຍ ຂະແໜງການທ່ອງທ່ຽວພ້ອມທັງປຶກສາຫາລືກ່ຽວກັບ ແຜນການຮ່ວມມືຮ່ວມກັນໃນຕໍ່ໜ້າ.

  ໃນໂອກາດນີ້ທ່ານ ລັດຖະມົນຕີ ກະຊວງ ຖວທ ໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອ ຂອງຫ້ອງການ SDC ໃນໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນສຳຄັນ ຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ​ໂດຍສະເພາະ ວຽກງານການຍົກສູງດ້ານທັກສະວິຊາການ ແລະ ການພັດທະນາບຸກຄະລາກອນ ດ້ານການທ່ອງທ່ຽວ ທີ່ເປັນວຽກບຸລິມະສິດ ສໍາຄັນອັນໜຶ່ງ ໃນການພັດທະ ນາວຽກງານຂອງ ກະຊວງ ຖວທ.

   ພ້ອມກັນນີ້ສອງຝ່າຍໄດ້ສະແດງຄວາມເປັນເອກະພາບ ແລະ ຕີລາຄາສູງ ຕໍ່ໝາກຜົນຂອງບັນ ດາວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ​ໂດຍ ທ່ານ ຈ່ອງ-ກາບຣີແຢຣ ດູສ ໄດ້ສະແດງຄຳໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມມືກັບ ກະຊວງ ຖວທ ໃນສ້າງຄວາມເຂັ້ມແຂງ ໃຫ້ແກ່ບຸກຄະລາກອນລົງເລິກການຈັດຝຶກອົບຮົມ ດ້ານວິຊາຊີບການທ່ອງທ່ຽວ, ວຽກງານສົ່ງເສີມການພັດທະນາ ທັກສະຄວາມຮູ້-ຄວາມສາມາດ ແລະ ວິເຄາະ-ວິໄຈດ້ານການທ່ອງທ່ຽວໃຫ້ຫລາຍຂື້ນ.

  ຈາກນັ້ນທ່ານ ນາງ ສວນສະຫວັນ ວິຍະເກດ ກໍໄດ້ສະແດງຄວາມຂອບໃຈ ແລະ ສະແດງຄວາມພ້ອມທີ່ຈະສືບຕໍ່ຮ່ວມມື ແລະ ຮ່ວມເຮັດວຽກຢ່າງໃກ້ຊິດກັບ ຫ້ອງການ SDC ເພື່ອເຮັດໃຫ້ວຽກງານຮ່ວມມື ຂອງສອງຝ່າຍບັນລຸຜົນສຳເລັດ ຕາມເປົ້າໝາຍທີ່ວາງໄວ້.

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ຄະນະຄຸ້ມຄອງເວັບໄຊ ກະຊວງ ຖວທ ຊຸກຍູ້ການສ້າງ ແລະ ພັດທະນາເວັບໄຊ ຖວທ ແຂວງບໍ່ແກ້ວ

  • 20 May 2025
  • ຂ່າວ: ບຸນຈັນ ມະນີໄຊ

  ຂປລ. ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ...

ອ່ານເພີ່ມ

ວຽກງານເສນາ

ຫາລືວຽກພົວພັນຮ່ວມມື ສອງຝ່າຍ ລາວ ແລະ ອິນເດຍ

  • 22 Apr 2025
  • ຂ່າວ-ພາບ: ກິດຕາ

    ຂປລ....

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ແລະ ທູດອີຢູ ຫາລືແຜນການຮ່ວມມືໃນຕໍ່ໜ້າ

  • 07 Mar 2025
  • ຂ່າວ-ພາບ: ທະນູທອງ

ຂປລ....

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບທູດສີລັງກາ ປະຈຳ ລາວ

  • 06 Mar 2025
  • ພາບ: ຂັນໄຊ

ຂປລ. ທ່ານ ນາງ ສວນສະຫວັນ ວິຍະເກດ...

ອ່ານເພີ່ມ