ໜ້າຫຼັກ / ການເຄື່ອນໄຫວ / ຄະນະຊາວໜຸ່ມ ກະຊວງ ຖວທ ໄດ້ຮັບ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ

ຄະນະຊາວໜຸ່ມ ກະຊວງ ຖວທ ໄດ້ຮັບ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ

04 Jun 2025 | ຂ່າວ: ທະນູທອງ |

  ຂປລ. ພິທີມອບ-ຮັບ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດຂຶ້ນໃນວັນທີ 3 ມິຖຸນາ 2025 ນີ້, ຕາງໜ້າມອບໂດຍ ສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປ ລາວ ໂດຍມີ ສະຫາຍ ວັນສີ ກົວມົວ ກໍາມະການ ສຳຮອງສູນກາງພັກ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ຖວທ, ມີບັນດາສະຫາຍເລຂາ, ຮອງເລຂາ, ກຳມະການໜ່ວຍຊາວໜຸ່ມຮາກຖານ ແລະ ຊາວໜຸ່ມທີ່ຂຶ້ນກັບ ຮາກຖານ, ພ້ອມດ້ວຍສະມາຊິກຊາວໜຸ່ມ ອ້ອມຂ້າງ ກະຊວງ ຖວທ ເຂົ້າຮ່ວມ.

  ໂອກາດດັ່ງກ່າວ, ສະຫາຍ ນາງ ສີວັນໄຊ ສີພັນຄຳ ຮອງເລຂາຄະນະບໍລິຫານການຊາວໜຸ່ມ ກະຊວງ ຖວທ, ທັງເປັນຮອງຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ ໄດ້ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກ ນັບແຕ່​ປີ 2021-2024 ແລະ ທິດທາງແຜນການ ປີ 2025 ​ໂດຍ​ວຽກ​ງານ​ຂອງ​ຊາວ​ໜຸ່ມ​ ໄດ້​ຕິດ​ພັນ​​ກັບ​ວຽກງານ​ວິຊາ​ສະ​ເພາະຢ່າງ​ສະໜິດ​ແໜ້ນ ໄດ້ປະກອບສ່ວນ​ຢ່າງຫລວງຫລາຍ ເຂົ້າໃນວຽກງານວິຊາສະເພາະ ຂອງຂະແໜງການຂອງຕົນ ຢ່າງຫ້າວຫັນ ແລະ ມີຜົນສໍາເລັດສູງ. ຜ່ານການປະຕິບັດ ວຽກງານດ້ວຍ ຄວາມຕື່ນຕົວ, ສະໝັກໃຈ ແລະ ມີຄວາມຮັບຜິດຊອບສູງ ເຮັດໃຫ້ການຈັດຕັ້ງ, ບຸກຄົນໃນຖັນແຖວຊາວໜຸ່ມ ກາຍເປັນຕົວແບບຊາວໜຸ່ມ 4 ບຸກ ສັງກັດໃນກົມ, ກອງ​ຕ່າງໆທົ່ວກະຊວງ, ເຮັດໃຫ້ຊາວ​ໜຸ່ມມີຄວາມເຂັ້ມແຂງ, ໜັກແໜ້ນ, ມີຄວາມສາມັກຄີພາຍໃນແໜ້ນແຟ້ນ, ມີແບບແຜນວິທີເຮັດວຽກ​ເປັນ​ຢ່າງ​ດີ, ວ່ອງໄວ ແລະ ມີຄຸນນະພາບ. ຜ່ານການຈັດຕັ້ງປະຕິ ບັດຂໍ້ແຂ່ງຂັນ 4 ບຸກ, ນັບແຕ່​ປີ 2021-2024 ທີ່ຜ່ານມາ, ຄະນະຊາວໜຸ່ມກະຊວງ ຖວທ ສາມາດຈັດຕັ້ງປະຕິບັດບັນດາເນື້້ອໃນຈິດໃຈຂໍ້ແຂ່ງຂັນ 4 ບຸກ ໄດ້ຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດບຸກທະລຸ ໃນຫລາຍດ້ານ. ພ້ອມນີ້, ສະຫາຍ ນາງ ສີວັນໄຊ ສີພັນຄໍາ ຍັງໄດ້ຍົກໃຫ້ເຫັນ ຜົນງານການຈັດຕັ້ງປະຕິບັດ 9 ມາດຖານ 4 ບຸກ ຂອງຄະນະ ບໍລິຫານງານຊາວໜຸ່ມ ຕື່ມອີກ.

  ໂອກາດນີ້, ສະຫາຍ ທອງລີ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການປະຕິບັດໜ້າທີ່ຂອງຄະນະບໍລິຫານງານຊາວໜຸ່ມກະຊວງ ຖວທ ທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ບັນດາເນື້້ອໃນ ຈິດໃຈຂໍ້ແຂ່ງຂັນ 4 ບຸກຂອງກະຊວງຢ່າງຕັ້ງໜ້າ, ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການເຄື່ອນ ໄຫວວຽກງານວິຊາສະເພາະ ຂອງຄະນະບໍລິຫານ ການຊາວໜຸ່ມ ກະຊວງ ຖວທ ຍາດມາໄດ້ໃນໄລຍະຜ່ານມາ, ທັງໄດ້ເນັ້ນໃຫ້ຄະນະນໍາ ກໍຄື ສະມາຊິກຊາວໜຸ່ມ ກະຊວງ ຖວທ ຕ້ອງກໍາໄດ້, ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບ ເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ, ຖືເປັນສໍາຄັນວຽກງານການສຶກສາອົບຮົມ ການເມືອງແນວຄິດໃຫ້ຊາວໜຸ່ມລາວ ກໍຄື ໃນຖັນແຖວລັດຖະກອນ, ນັກຮຽນ-ນັກສຶກສາ ທີ່ສັງກັດກະຊວງພວກເຮົາ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ມີແບບແຜນວິທີຄົ້ນຄິດ ແລະ ປະຕິບັດໜ້າທີ່ວິຊາສະເພາະຢ່າງວິທະຍາສາດ, ມີຄວາມກ້າວໜ້າ, ຊອກຮູ້ຮຽນນໍາຄົນຮຸ່ນກ່ອນ ໃຫ້ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ມີມານະຈິດອົດທົນ, ມີຄຸນສົມບັດສິນທໍາປະຕິວັດຢ່າງໜັກແໜ້ນ ໃຫ້ສົມເປັນສິນໄຊຍຸກໃໝ່ຢ່າງແທ້ຈິງ; ເອົາໃຈໃສ່ສືບຕໍ່ສູ້ຊົນບຸກບືນ, ຝຶກຝົນຫລໍ່ ຫລອມຕົນເອງ ເສີມຂະຫຍາຍຮັກສາມູນເຊື້ອດຸໝັ່ນຂະຫຍັນພຽນ, ເຄົານົບທໍານຽມຮີດຄອງປະເພນີອັນດີງາມຂອງຊາດ, ພະຍາຍາມຊອກຫາຄວາມຮູ້ໃໝ່ໆ ເພື່ອພັດທະນາຄວາມຮູ້ ຄວາມສາມາດ ຂອງຕົນໃຫ້ສູງຂຶ້ນເລື້ອຍໆ; ຮູ້ຈັກໝູນໃຊ້ຄວາມຮູ້, ຄວາມສາມາດ, ສະຕິປັນຍາ ແລະ ກໍາລັງວັງຊາຂອງຕົນ ໃຫ້ມີປະໂຫຍດສູງສຸດ ຕໍ່ວຽກງານລວມ ຂອງການພັດທະນາ ແລະ ສ້າງສາປະເທດຊາດ, ເປັນແບບຢ່າງທີ່ດີນໍາໜ້າໃນການຄົ້ນ ຄວ້າ-ຮໍ່າຮຽນ, ຍົກລະດັບຄວາມຮູ້ຄວາມສາມາດຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ເປັນຊາວໜຸ່ມທີ່ໜັກແໜ້ນ ສາມາດກາຍ ຜູ້ສືບທອດທີ່ດີ ຂອງຊາດໃນອະນາຄົດ; ເອົາໃຈໃສ່ການເຕົ້າໂຮມ ຄວາມສາມັກຄີຊາວໜຸ່ມລາວບັນດາເຜົ່າ ໃຫ້ເປັນປຶກແຜ່ນແໜ້ນໜາ ເພື່ອກາຍເປັນກໍາລັງແຮງສັງລວມ ທີ່ເຂັ້ມແຂງ ປະກອບສ່ວນເຂົ້າໃນ ວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມນັ້ນ, ກໍຕ້ອງສະກັດກັ້ນ, ຕ້ານການຫລິ້ນກິນຟູມເຟືອຍ, ມົວເມົານໍາສິ່ງ ອະບາຍຍະມຸກ, ສິ່ງເສບຕິດ, ການພະນັນ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ກໍາລັງເປັນໄພຄຸກຄາມຊາວໜຸ່ມ; ເອົາໃຈໃສ່ປັບປຸງການຈັດຕັ້ງ ໃຫ້ໜັກແໜ້ນເຂັ້ມແຂງ; ຊຸກຍູ້ຂະບວນການ ຂອງຊາວໜຸ່ມ ໃຫ້ກວ້າງຂວາງ ແລະ ມີຂະບວນຟົດຟື້ນ, ເສີມຂະຫຍາຍບົດບາດ ປະຈັນບານຂອງຊາວໜຸ່ມ, ເສີມສ້າງຫົວຄິດປະດິດສ້າງຂອງຄົນຮຸ່ນໜຸ່ມ, ຍູ້ແຮງຂະບວນການຮັກຊາດ ແລະ ພັດທະນາໂດຍຕິດພັນກັບຂະບວນການແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ ຂອງເຍົາວະຊົນທັນວາ ໃຫ້ເປັນຮູບປະທໍາຍິ່ງຂຶ້ນ, ຊາວໜຸ່ມລາວຕ້ອງອາດຫານກ້າວຂຶ້ນໆ ໃຫ້ສົມກັບປະທານ ໄກສອນ ພົມວິຫານ ເຄີຍໄດ້ໃຫ້ສັນຍານາມຊາວໜຸ່ມໄວ້ວ່າ: ຊາວໜຸ່ມ ຈົ່ງເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພະຍຸລົມແດງ ຈົ່ງກາຍເປັນສິນ ໄຊແຫ່ງຍຸກສະໄໝ.

Share:

ຂ່າວຫຼ້າສຸດ

ວຽກງານທ່ອງທ່ຽວ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີທ່ອງທ່ຽວ ອາຊຽນ ຄັ້ງທີ 2 (The Second ASEAN Tourism Ministers’ Retreat)

  • 29 Sep 2026
  • ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ

ຄະນະຜູ້ແທນ ສປປ ລາວ...

ອ່ານເພີ່ມ

ວຽກງານວັດທະນະທໍາ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມວັດທະນະທໍາສາກົນ ຄັ້ງທີ 12 “The XII ST. Petersburg International United Cultures Forum”

  • 24 Sep 2026
  • ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ

ຄະນະຜູ້ແທນ ສປປ ລາວ...

ອ່ານເພີ່ມ

ວຽກງານທ່ອງທ່ຽວ

ສປປລາວ ຮ່ວມກອງປະຊຸມລັດຖະມົນຕີທ່ອງທ່ຽວ CLV, CLMV ແລະ ACMECS ຢູ່ ສສ ຫວຽດນາມ ພ້ອມມຸ່ງສູ່ Smart Tourism

  • 26 Aug 2026
  • ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ

ໃນລະຫວ່າງວັນທີ 26-27 ສິງຫາ 2026 ນີ້, ຢູ່ທີ່...

ອ່ານເພີ່ມ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ລົງຊຸກຍູ້ ແລະ ຊ່ວຍເຫຼືອການແກ້ໄຂບັນຫາວຽກງານວັດທະນະທຳ ແລະ ການທ່ອງທ່ຽວ ຢູ່ ແຂວງຫຼວງພະບາງ

  • 18 Aug 2026
  • ຫ້ອງການກະຊວງ

ໂດຍປະຕິບັດຕາມຂໍ້ຕົກລົງ ຂອງທ່ານ...

ອ່ານເພີ່ມ