ໜ້າຫຼັກ / ການເຄື່ອນໄຫວ / ມອບ-ຮັບ ໜ້າທີ່ ຜູ້ອຳນວຍການໃຫຍ່ ຂປລ ຜູ້ໃໝ່

ມອບ-ຮັບ ໜ້າທີ່ ຜູ້ອຳນວຍການໃຫຍ່ ຂປລ ຜູ້ໃໝ່

17 Oct 2024 | ທະນູທອງ |

   ໃນວັນທີ 16 ຕຸລາ ນີ້, ສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດພິທີມອບ - ຮັບ ໜ້າທີ່ ລະຫວ່າງ ທ່ານ ຄຳເຜີຍ ພິລາພາ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ຜູ້ເກົ່າ ແລະ ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ຜູ້ໃໝ່, ພ້ອມທັງມອບຂໍ້ຕົກລົງວ່າດ້ວຍການອະນຸມັດພະນັກງານ-ລັດຖະກອນ ຮັບອຸດໜູນບຳນານ ໃຫ້ ທ່ານ ວິໄລ ມະນີລັດ ອະດີດຮອງຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ ໂດຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຄະນະພັກ, ຄະນະນຳ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນສຳນັກຂ່າວສານປະເທດລາວ ເຂົ້າຮ່ວມ.
   ໂອກາດດັ່ງກ່າວ, ທ່ານ ຄຳເຜີຍ ພິລາພາ ໄດ້ລາຍງານກ່ຽວກັບສະພາບລວມຂອງສຳນັກຂ່າວສານປະເທດລາວ, ພ້ອມທັງລາຍງານສະພາບການເຄື່ອນໄຫວນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານຂອງສຳນັກຂ່າວສານປະເທດລາວ ຕະຫຼອດໄລຍະເວລາ 4 ປີກວ່າຜ່ານມາ ຊຶ່ງໄດ້ມີຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນ ໄດ້ພ້ອມກັບຄະນະ ແລະ ອ້າຍນ້ອງພະນັກງານ ສູ້ຊົນຢ່າງສຸດຄວາມສາມາດໃນການປະຕິບັດໜ້າທີ່ການເມືອງອັນມີກຽດ ຕາມທີ່ຕັ້ງ-ພາລະບົດບາດ, ໄດ້ຮັບໃຊ້ວຽກງານສໍາຄັນຕ່າງໆ ສໍາເລັດຜົນເປັນຕົ້ນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກ, ບັ້ນເລືອກຕັ້ງ ສສຊ ຊຸດທີ 9, ສສຂ ຊຸດທີ 2; ການເຄື່ອນໄຫວຂອງການນໍາຂັ້ນສູງຢູ່ພາຍໃນ ແລະ ຕ່າງປະເທດ, ລວມເຖິງວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະ ບັນດາກອງປະຊຸມໃຫຍ່ໆທີ່ລາວເປັນເຈົ້າພາບ ໂດຍສະເພາະໃນປີ 2024 ທີ່ ສປປ ລາວ ເປັນປະທານໝູນວຽນອາຊຽນ ແລະ ບັ້ນສໍາຄັນຕ່າງໆ ຢ່າງສໍາເລັດຜົນ. ນອກນັ້ນ, ຍັງໄດ້ຮ່ວມກັບໝູ່ຄະນະ ແລະ ອ້າຍເອື້ອຍນ້ອງ ເຮັດສຳເລັດປຶ້ມ 45 ປີ ສປປ ລາວ, ໂປສເຕີ ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ, ກອງປະຊຸມໃຫຍ່ຄັ້ງທີ 5 ອົງຄະນະພັກກະຊວງ ຖວທ, ປຶ້ມຮູບ ຊີວິດ-ການເຄື່ອນໄຫວປະຕິວັດຂອງ ປະທານ ໄກສອນ ພົມວິຫານ ແລະ ປະທານ ຄຳໄຕ ສີພັນດອນ ໂອກາດຄົບຮອບ 100 ປີ ແລະ ອື່ນໆ.
    ໂອກາດນີ້, ທ່ານ ໂພສີ ແກ້ວມະນີວົງ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ໃນການນໍາພາ-ຊີ້ນໍາຢ່າງໃກ້ຊິດ ຂອງທ່ານ ຄຳເຜີຍ ພິລາພາ ທີ່ໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງ ເຂົ້າສູ່ວຽກງານຢ່າງມີແບບແຜນ ແລະ ມີຄວາມຮັບຜິດຊອບສູງ ເຮັດໃຫ້ວຽກງານຂອງສຳນັກຂ່າວສານປະເທດລາວ ໄດ້ຮັບການພັດທະນາຢ່າງຮອບດ້ານ ໂດຍສະເພາະ ບັນດາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ໄດ້ຖືກເຜີຍແຜ່ອອກສູ່ສັງຄົມຢ່າງກວ້າງຂວາງ ຖືກຕ້ອງ ແລະ ທັນການ ຜ່ານຫຼາຍຊ່ອງທາງ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ວັນນະສິນ ສິມມະວົງ ທີ່ໄດ້ຮັບຕໍາແໜ່ງຜູ້ອຳນວຍການໃຫຍ່ ສໍານັກຂ່າວສານປະເທດລາວຄົນໃໝ່, ພ້ອມທັງ ເນັ້ນໃຫ້ ສືບຕໍ່ນໍາພາ-ຊີ້ນຳ ພະນັກງານ ທົ່ວສຳນັກຂ່າວສານປະເທດລາວ ຈັດຕັ້ງປະຕິບັດໜ້າທີ່ການເມືອງ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການວຽກງານໃນໄລຍະໃໝ່. ພ້ອມທັງ ເນັ້ນໃຫ້ພ້ອມກັນເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ສູ້ຊົນປະຕິບັດໜ້າທີ່ວຽກງານຂອງຕົນ, ອັນໃດຍັງຊັກຊ້າຍັງເປັນຈຸດອ່ອນ ແລະ ຂໍ້ຄົງຄ້າງ ແມ່ນໃຫ້ພ້ອມກັນປັບປຸງແກ້ໄຂໃຫ້ໄວທີ່ສຸດ ແນໃສ່ຮັບປະກັບການເຄື່ອນໄຫວວຽກງານໃຫ້ມີປະສິດທິພາບ, ວ່ອງໄວ ແລະ ທັນເຫດການ, ທັງຍົກລະດັບໃຫ້ດີກວ່າເກົ່າ ແລະ ມີປະສິດທິພາບ. ພ້ອມທັງ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ-ໜ້າທີ່ວຽກງານ, ສຸມສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ປະຕິບັດໜ້າທີ່ ທີ່ພັກ-ລັດ ມອບໝາຍໃຫ້ມີຜົນສຳເລັດເປັນຢ່າງດີ ແລະ ມອບ-ຮັບວຽກໃຫ້ກັນ ແລະ ກັນ ເປັນລາຍລັກອັກສອນ, ມີການປຶກສາຫາລື ແລະ ປະສານງານກັນຄັກແນ່, ສືບຕໍ່ເອົາໃຈໃສ່ເຮັດວຽກງານການເມືອງແນວຄິດກັບພະນັກງານ - ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມຮັບຜິດຊອບສູງຕໍ່ວຽກງານ, ມີຄວາມສາມັກຄີກັນແໜ້ນແຟ້ນ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ຕໍ່ແນວທາງຂອງພັກ, ນະໂຍບາຍຂອງລັດ, ຢຶດໝັ້ນແບບແຜນວິທີເຮັດວຽກລວມສູນປະຊາທິປະໄຕ ແລະ ນໍາພາໃນວຽກງານທີ່ຕົນຮັບຜິດຊອບ ຢ່າງມີຜົນສຳເລັດ ຮັບປະກັນໄດ້ທັງປະລິມານ ແລະ ຄຸນນະພາບເພື່ອໃຫ້ມີບາດກ້າວໃໝ່ ຢ່າງໜັກແໜ້ນ. ພ້ອມນີ້, ທ່ານຍັງເນັ້ນໃຫ້ເອົາໃຈໃສ່ວຽກງານວິຊາສະເພາະ, ວຽກງານການສ້າງບຸກຄະລາກອນ ແລະ ໃຫ້ເອົາໃຈໃສ່ສ້າງຜູ້ສືບທອດປ່ຽນແທນ ໃຫ້ມີຈຸດສຸມ, ມີແບບແຜນວິທີເຮັດວຽກ, ຕ້ອງປຶກສາຫາລືກັນເປັນໝູ່ຄະນະ ເພື່ອຊອກຫາວິທີການພັດທະນາວຽກງານຕ່າງໆຂອງສຳນັກຂ່າວສານປະເທດລາວ ໃຫ້ໄດ້ຮັບການພັດທະນາ-ສຳເລັດຕາມເປົ້າໝາຍ ແລະ ໃຫ້ເພີ່ມທະວີພົວພັນປະສານງານກັບບັນດາກະຊວງຕ່າງໆອ້ອມຂ້າງສູນກາງ ເພື່ອແລກປ່ຽນຂໍ້ມູນຂ່າວສານຕ່າງໆຊຶ່ງກັນ ແລະ ກັນ. ພ້ອມທັງ ພົວພັນຮ່ວມມືກັບເພື່ອນມິດຍຸດທະສາດ ກໍຄືບັນດາສຳນັກງານອົງການສື່ຕ່າງປະເທດ ປະຈຳລາວ ເພື່ອແລກປ່ຽນຂໍ້ມູນຂ່າວສານຕ່າງໆຊຶ່ງກັນ ແລະ ກັນ.
    ທ່ານ ໂພສີ ແກ້ວມະນີວົງ ຍັງໄດ້ຕີລາຄາສູງຕໍ່ຜົນງານຂອງ ທ່ານ ວິໄລ ມະນີລັດ ພະນັກງານອາວຸໂສ ທີ່ໄດ້ຮັບນະໂຍບາຍຮັບອຸດໜູນບຳນານ ຊຶ່ງເປັນຜູ້ໜຶ່ງທີ່ໄດ້ສຸມທຸກເຫື່ອແຮງ, ສະຕິປັນຍາ ເຂົ້າໃນການປະຕິບັດໜ້າທີ່ວຽກງານຢ່າງສຸດກົກສຸດປາຍ ແລະ ມີຜົນສຳເລັດອັນໃຫຍ່ຫຼວງ, ປະກອບສ່ວນເຮັດໃຫ້ວຽກງານ ຂປລ ແລະ ວຽກງານຖະແຫຼງຂ່າວ ຂອງກະຊວງ ຖວທ ໄດ້ຮັບການພັດທະນາເປັນກ້າວໆມາ.

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງ ຖວທ ປະກາດພະນັກງານ ຮັບ ນະໂຍບາຍອຸດໜູນບຳນານ ແລະ ປັບປຸງການຈັດຕັ້ງ

  • 04 Oct 2024
  • ຂ່າວ: ທະນູທອງ

  ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ...

ອ່ານເພີ່ມ

ວຽກງານຖະແຫຼງຂ່າວ

ຮອງລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບ ຄະນະຜູ້ແທນສະມາຄົມນັກຂ່າວຫວຽດນາມ

  • 11 Sep 2024
  • ທະນູທອງ

     ຂປລ. ໃນວັນທີ 11 ກັນຍາ 2024 ນີ້,...

ອ່ານເພີ່ມ

ອົງການຈັດຕັ້ງມະຫາຊົນ

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈັດຝືກອົບຮົມ ທັກສະການເປັນຜູ້ນໍາ ແລະ ການເວົ້າເທິງເວທີ ໃຫ້ແມ່ຍິງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ

  • 29 Aug 2024
  • ຫ້ອງການກະຊວງ

ໃນວັນທີ 29 ສິງຫາ 2024 ກະຊວງຖະແຫຼງຂ່າວ,...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ເຜີຍແຜ່ຂໍ້ຕົກລົງນາຍົກລັດຖະມົນຕີ ວ່າດ້ວຍການສໍາລະສະສາງລົດຂອງລັດ

  • 21 Aug 2024
  • ຂ່າວ: ກິດຕາ

    ຂປລ. ກະຊວງຖະແຫລງຂ່າວ,...

ອ່ານເພີ່ມ