ໜ້າຫຼັກ / ການເຄື່ອນໄຫວ / ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບທູດສີລັງກາ ປະຈຳ ລາວ

ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບທູດສີລັງກາ ປະຈຳ ລາວ

06 Mar 2025 | ພາບ: ຂັນໄຊ |

ຂປລ. ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ອີເອເອສ ວິຈາຍັນຕິ ເອດິຣິສິງ (E.A.S WijyanthiEdiringhe) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ ຄົນໃໝ່ປະຈຳ ສປປ ລາວ ໃນວັນທີ 06 ມີນາ 2025 ທີ່ນະຄອນຫລວງວຽງຈັນ, ໃນໂອກາດມາດຳລົງຕຳແໜ່ງເປັນທູດຄົນໃໝ່ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ຣາຊະອານາຈັກໄທ.
ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ໃນການມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຂອງທ່ານ ນາງ ອີເອເອສ ວິຈາຍັນຕິ ເອດິຣິສິງ ຊຶ່ງຈະປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນ ແລະ ການຮ່ວມມື ໃຫ້ນັບມື້ແໜ້ນແຟ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆ.
ສປປ ລາວ ແລະ ສີລັງກາ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 20 ກໍລະກົດ 1965, ເຊິ່ງປັດຈຸບັນມີທ່າຂະຫຍາຍຕົວ ສະແດງອອກໃນການແລກປ່ຽນພົບປະ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ ໃນໂອກາດເຂົ້າຮ່ວມກອງປະຊຸມສາກົນຕ່າງໆ, ສົ່ງເສີມ ແລະ ອຳນວຍຄວາມສະດວກ ໃນການໄປມາຫາສູ່ກັນ.
ພ້ອມນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບ ໃນການສືບຕໍ່ພັດທະນາການຮ່ວມມື ຂົງເຂດຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຂອງສອງປະເທດ ທີ່ມີທ່າແຮງບົ່ມຊ້ອນ ກໍຄືຮ່ວມກັນຊຸກຍູ້ເພີ່ມທະວີການຮ່ວມມື ດ້ານການທ່ອງທ່ຽວ ຊຶ່ງທັງສອງຝ່າຍ ເຫັນດີໂດຍພື້ນຖານ ຈະສ້າງຄະນະປະສານງານດ້ານວິຊາການ ເພື່ອສືບຕໍ່ປຶກສາຫາລື ຮ່າງສັນຍາ ວ່າດ້ວຍການຮ່ວມມື ດ້ານການທ່ອງທ່ຽວ ຈຸດປະສົງເພື່ອຈັດຕັ້ງກິດຈະກຳ ການແລກປ່ຽນທັດສະນະສຶກສາ ບັນດາແຫລ່ງທ່ອງທ່ຽວຕ່າງໆ ລະຫວ່າງ ນັກວິຊາການຮ່ວມກັນ; ຮ່ວມກັນຈັດຕັ້ງກອງປະຊຸມສຳມະນາ ສົ່ງເສີມວຽກງານການທ່ອງທ່ຽວ ທາງດ້ານວັດທະນະທໍາ ແລະ ສາສະໜາ ລາວ-ສີລັງກາ ແລະ ວາງສະແດງການທ່ອງທ່ຽວ ຮ່ວມກັບ ໂຄສະນາຕາມສະຖານທີ່ທ່ອງທ່ຽວ ທີ່ໂດດເດັ່ນຂອງກັນ ແລະ ກັນ ໂດຍມີເປົ້າໝາຍເພື່ອດຶງດູດການທ່ອງທ່ຽວ ລະຫວ່າງ ສອງປະເທດ ແລະ ບັນດາກິດຈະກຳຕ່າງໆ ຊຶ່ງຈະເປັນກົນໄກທີ່ສຳຄັນໃນການຕິດຕາມ ແລະ ຊຸກຍູ້ການຮ່ວມມືວຽກງານການທ່ອງທ່ຽວ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່.
ໃນໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດສີລັງກາ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານລັດຖະມົນຕີ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້ ພ້ອມທັງຢືນຢັນວ່າ ຈະສືບຕໍ່ຮ່ວມມື ກັບທຸກຂະແໜງການທີ່ກ່ຽວຂ້ອງ ຂອງ ສປປ ລາວ ປະຕິບັດໜ້າທີ່ການທູດ ໃຫ້ປະສົບຜົນສໍາເລັດຕາມເປົ້າໝາຍ ເພື່ອເປັນຂົວຕໍ່ ເສີມຂະຫຍາຍມູນເຊື້ອສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສີລັງກາ-ລາວ, ລາວ-ສີລັງກາ ກໍຄືວຽກງານທ່ອງທ່ຽວ ໃຫ້ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຂຶ້ນໄປເລື້ອຍໆ ໃນອະນາຄົດ ແລະ ຍາວນານ.
ພາບ: ຂັນໄຊ

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງ ຖວທ ແລະ ທູດອີຢູ ຫາລືແຜນການຮ່ວມມືໃນຕໍ່ໜ້າ

  • 07 Mar 2025
  • ຂ່າວ-ພາບ: ທະນູທອງ

ຂປລ....

ອ່ານເພີ່ມ

ວຽກງານເສນາ

ໃນວັນທີ 12 ກຸມພາ 2025 ຫ້ອງການກະຊວງ ຈັດຝຶກອົບຮົມລະບົບຫ້ອງການທັນສະໄໝ E-Office ໃຫ້ພະນັກງານຂັ້ນຫົວໜ້າກົມ, ຫົວໜ້າສະຖາບັນ, ຜູ້ອໍານວຍການ, ຮອງຫົວໜ້າກົມ, ຮອງຫົວໜ້າສະຖາບັນ, ຮອງຜູ້ອໍານວຍການບັນດາກົມ, ກອງ ພາຍໃນກະຊວງ ຖວທ

  • 12 Feb 2025
  • ສີສະຫວັນຢ່າ

 ໃນວັນທີ 12 ກຸມພາ 2025 ຫ້ອງການກະຊວງ...

ອ່ານເພີ່ມ

ອົງການຈັດຕັ້ງມະຫາຊົນ

ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ IX ຜູ້ແທນແມ່ຍິງກະຊວງ ຖວທ

  • 29 Jan 2025
  • Lao National Radio

    ກອງປະຊຸມໃຫຍ່ ຄັ້ງທີ IX...

ອ່ານເພີ່ມ

ວຽກງານເສນາ

ໃນວັນທີ 22 ມັງກອນ 2025 ຫ້ອງການກະຊວງ ຖວທ ຈັດຝຶກອົບຮົມລະບົບຫ້ອງການທັນສະໄໝ E-Office ແລະ ແນະນໍາການຮ່າງເອກະສານທາງການ ໃຫ້ບັນດາກົມ, ກອງ ພາຍໃນກະຊວງ ຖວທ

  • 22 Jan 2025
  • ສີສະຫວັນຢ່າ

  ໃນວັນທີ 22 ມັງກອນ 2025 ຫ້ອງການກະຊວງ...

ອ່ານເພີ່ມ