ໜ້າຫຼັກ / ການເຄື່ອນໄຫວ / ໃນວັນທີ 12 ກຸມພາ 2025 ຫ້ອງການກະຊວງ ຈັດຝຶກອົບຮົມລະບົບຫ້ອງການທັນສະໄໝ E-Office ໃຫ້ພະນັກງານຂັ້ນຫົວໜ້າກົມ, ຫົວໜ້າສະຖາບັນ, ຜູ້ອໍານວຍການ, ຮອງຫົວໜ້າກົມ, ຮອງຫົວໜ້າສະຖາບັນ, ຮອງຜູ້ອໍານວຍການບັນດາກົມ, ກອງ ພາຍໃນກະຊວງ ຖວທ

ໃນວັນທີ 12 ກຸມພາ 2025 ຫ້ອງການກະຊວງ ຈັດຝຶກອົບຮົມລະບົບຫ້ອງການທັນສະໄໝ E-Office ໃຫ້ພະນັກງານຂັ້ນຫົວໜ້າກົມ, ຫົວໜ້າສະຖາບັນ, ຜູ້ອໍານວຍການ, ຮອງຫົວໜ້າກົມ, ຮອງຫົວໜ້າສະຖາບັນ, ຮອງຜູ້ອໍານວຍການບັນດາກົມ, ກອງ ພາຍໃນກະຊວງ ຖວທ

12 Feb 2025 | ສີສະຫວັນຢ່າ |

 ໃນວັນທີ 12 ກຸມພາ 2025 ຫ້ອງການກະຊວງ ຈັດຝຶກອົບຮົມລະບົບຫ້ອງການທັນສະໄໝ E-Office ໃຫ້ບັນດາກົມ, ກອງ ພາຍໃນກະຊວງ ຖວທ ພາຍໃຕ້ການເປັນປະທານຂອງທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ  ມີບັນດາທ່ານຫົວໜ້າກົມ, ຫົວໜ້າສະຖາບັນ, ຜູ້ອໍານວຍການ, ຮອງຫົວໜ້າກົມ, ຮອງຫົວໜ້າສະຖາບັນ, ຮອງຜູ້ອໍານວຍການ ຈາກບັນດາກົມ, ສະຖາບັນ, ວິທະຍາໄລ, ກອງ ທີ່ຂື້ນກັບກະຊວງ, ມີທ່ານ ປອ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຄູຝຶກຈາກ ສູນບໍລິຫານລັດດິຈິຕອນ ລວມທັງໝົດ 50 ກວ່າທ່ານ 

  ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ ໄດ້ກ່າວວ່າການຝຶກອົບຮົມຊຸດນີ້ແມ່ນຊຸດທີ 03 ແລ້ວ, ເຊີ່ງຊຸດທໍາອີດແມ່ນພະນັກງານ ຂັ້ນວິຊາການຜູ້ທີ່ຮັບຜິດຊອບວຽກງານເອກະສານຂາເຂົ້າ-ຂາອອກຂອງແຕ່ລະກົມ, ກອງ ເຂົ້າຮ່ວມເຊີ່ງພວກເຮົາແມ່ນໄດ້ຈັດຂື້ນໃນວັນທີ 15 ມັງກອນ 2025 ຜ່ານມາ ແລະ ຊຸດທີ 02 ແມ່ນພະນັກງານຂັ້ນພະແນກ, ຂັ້ນຂະແໜງຜູ້ທີ່ຮັບຜິດຊອບຊີ້ນໍາວຽກງານເອກະສານຂາເຂົ້າ-ຂາອອກຂອງແຕ່ລະກົມ, ກອງ ເຂົ້າຮ່ວມເຊີ່ງພວກເຮົາແມ່ນໄດ້ຈັດຂື້ນໃນວັນທີ 22 ມັງກອນ 2025 ຜ່ານມາ. ເຊີ່ງຊຸດທີ່ 03 ນີ້ແມ່ນຈັດໃຫ້ພະນັກງານຂັ້ນກົມ, ທຽບເທົ່າກົມ. ຊຸດຝຶກອົບຮົມນີ້ ມີຄວາມໝາຍຄວາມສໍາຄັນຫລາຍ ເພາະລະບົບຫ້ອງການທັນສະໄໝ E-Office ນັ້ນ ເປັນວຽກໜື່ງທີ່ລັດຖະບານ ໃຫ້ຄວາມສໍາຄັນເພື່ອນໍາໃຊ້ເຂົ້າໃນກົນໄກການເຮັດວຽກຂອງລັດຖະບານ ຊຸດທີ IX ໃຫ້ມີຄວາມກະທັດຮັດ, ວ່ອງໄວ, ປະຫຍັດເວລາ ແລະ ປະຫຍັດຄ່າໃຊ້ຈ່າຍຕ່າງໆ. ບັນດາກະຊວງ, ກົມກອງ, ຂະແໜງການ, ໜ່ວຍງານຕ່າງໆກໍ່ໄດ້ເລີ່ມຫັນມານໍາໃຊ້ ເຂົ້າໃນວຽກງານນັບມື້ນັບຫຼາຍຂື້ນ ແລະ ແມ່ນວຽກທີ່ມີຄວາມຈໍາເປັນຕ້ອງໄດ້ເຮັດ, ຕ້ອງມີການພັດທະນາໄປຕາມຄວາມທັນສະໄໝຂອງສັງຄົມ, ຖ້າພວກເຮົາບໍ່ພັດທະນາບໍ່ນໍາໃຊ້ລະບົບເຕັກໂນໂລຊີທີທັນສະໄໝຄືກັບພາກສ່ວນອື່ນ ພວກເຮົາກໍ່ຈະຫຼ້າຫລັງບໍ່ທັນກັບຍຸກສະໄໝ,

ການຫັນເປັນດີຈິຕອນ ຫຼືວ່າ ການຫັນເປັນທັນສະໄໝ ແມ່ນການນໍາໃຊ້ເຕັກໂນໂລຊີດີຈິຕອນ ຢູ່ໃນທຸກຂົງເຂດການພັດທະນາເສດຖະກິດ-ສັງຄົມ ໃນຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ການຜະລິດ ແລະ ການພົວພັນການຜະລິດ ມີປະສິດຕິພາບ ແລະ ມີຄຸນະພາບໃໝ່ທີ່ດີຂຶ້ນກວ່າເກົ່າ. ການຫັນເປັນດີຈິຕອນ ແມ່ນຂະບວນວິວັດທີ່ເປັນທ່າອ່ຽງລວມຂອງໂລກ. ສະນັ້ນ, ການຫັນເປັນດີຈິຕອນຢູ່ ປະເທດເຮົາ ຈຶ່ງເປັນພາລະກິດປະຕິວັດທີ່ສໍາຄັນ ໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຕາມແນວທາງປ່ຽນແປງໃໝ່ຂອງພັກເຮົາ. ໂດຍສະເພາະແມ່ນຫ້ອງການທີປະຕິບັດໜ້າທີໃນຖານະເປັນເສນາທິການ, ເຮັດໜ້າທີ່ປະສານງານ, ບໍລິຫານ-ບໍລິການ ສ້າງສິ່ງອໍານວຍຄວາມສະດວກ, ເຮັດໜ້າທີເປັນໃຈກາງປະສານງານ ລະຫວ່າງຂັ້ນລຸ່ມກັບຂັ້ນເທິງ, ຂັ້ນເທິງກັບຂັ້ນລຸ່ມ ໃຫ້ສາມາດເຄື່ອນໄຫວວຽກງານໃຫ້ມີຄວາມຄ່ອງຕົວ ແລະ ໄດ້ຮັບຜົນສໍາເລັດ, ພ້ອມນັ້ນ, ບັນດາກົມກອງຕ່າງໆກໍ່ລ້ວນແລ້ວແຕ່ມີຄວາມຈໍາເປັນຕ້ອງໄດ້ຫັນເຂົ້າສູ່ຄວາມທັນສະໄໝ ນໍາໃຊ້ລະບົບເຕັກໂນໂລຊີເຂົ້າມາຮັບໃຊ້ວຽກງານ. ສະນັ້ນ, ໂດຍເຫັນໄດ້ຄວາມສໍາຄັນດັ່ງກ່າວ ແລະ ທັງເປັນການປະຕິບັດຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີສະບັບເລກທີ 628/ຫສນຍ, ລົງວັນທີ 10 ມິຖຸນາ 2021 ໂດຍສະເໜີໃຫ້ບັນດາກະຊວງ, ອົງການທຽບເທົ່າ ແລະ ອົງການປົກຄອງທ້ອງຖີ່ນ ຫັນການຈັດປະຊຸມ ແລະ ຫັນການນໍາສົ່ງເອກະສານທາງການໄປຜ່ານລະບົບທີ່ທັນສະໄໝ ໂດຍຜ່ານລະບົບ ຕ່າງໆ ຂອງແຕ່ລະພາກສ່ວນໃນຂອບເຂດທົ່ວປະເທດ ເພື່ອສະດວກໃນການນໍາສົ່ງເອກະສານຫາກັນ ເຮັດໃຫ້ວຽກງານຫ້ອງວ່າການ, ຫ້ອງການໃນຂອບເຂດທົ່ວປະເທດມີຄວາມເປັນເອກະພາບ, ມີການພັດທະນາໃນດ້ານຕ່າງໆໃຫ້ທັນສະໄໝ.

  ເຊີ່ງໃນໄລຍະຜ່ານມາຄະນະນໍາກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກໍ່ເຫັນໄດ້ເຖີງຄວາມສໍາຄັນຂອງການຫັນເປັນທັນສະໄໝ ໂດຍໄດ້ຊີ້ນໍາບັນດາຂະແໜງການຕ່າງໆ ທີ່ຂື້ນກັບກະຊວງ ຖວທ ຄົ້ນຄວ້າພັດທະນາ ລະບົບທັນສະໄໝ ຕ່າງໆ ເພື່ອມາຮັບໃຊ້ໃຫ້ແກ່ວຽກງານຂອງຕົນ ເປັນຕົ້ນ: ດ້ານຖະແຫຼງຂ່າວ ກໍ່ໄດ້ຫັນຈາກລະບົບອານາລັອກ ມາເປັນລະບົບດີຈີຕອນ ເທື່ອລະກ້າວ, ດ້ານວັດທະນະທໍາ ກໍ່ໄດ້ມີການພັດທະນາລະບົບການຄຸ້ມຄອງປ້າຍດ້ວຍເອເລັກໂຕນິກ, ຖານຂໍ້ມູນທາງດ້ານວັດທະນະທໍາ, ດ້ານທ່ອງທ່ຽວ ກໍ່ໄດ້ພັດທະນາລະບົບການຈັດເກັບລາຍຮັບກອງທຶນການທ່ອງທ່ຽວ ແບບເອເລັກໂຕຣນິກ, ລະບົບການອອກໃບອະນຸຍາດດໍາເນີນທຸລະກິດທ່ອງທ່ຽວ ແບບອອນລາຍ ແລະ ລະບົບອື່ນໆ ອີກ.

    ພ້ອມກັນນີ້້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກໍ່ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຫັນເປັນທັນສະໄໝ ຂອງກະຊວງ ຖວທ ສະບັບເລກທີ 1089/ຖວທ, ລົງວັນທີ 04 ຕຸລາ 2024 ເພື່ອມາຄົ້ນຄວ້າກົນໄກການຫັນເປັນທັນສະໄໝຂອງກະຊວງ ຖວທ

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງ ຖວທ ແລະ ທູດອີຢູ ຫາລືແຜນການຮ່ວມມືໃນຕໍ່ໜ້າ

  • 07 Mar 2025
  • ຂ່າວ-ພາບ: ທະນູທອງ

ຂປລ....

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບທູດສີລັງກາ ປະຈຳ ລາວ

  • 06 Mar 2025
  • ພາບ: ຂັນໄຊ

ຂປລ. ທ່ານ ນາງ ສວນສະຫວັນ ວິຍະເກດ...

ອ່ານເພີ່ມ

ອົງການຈັດຕັ້ງມະຫາຊົນ

ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ IX ຜູ້ແທນແມ່ຍິງກະຊວງ ຖວທ

  • 29 Jan 2025
  • Lao National Radio

    ກອງປະຊຸມໃຫຍ່ ຄັ້ງທີ IX...

ອ່ານເພີ່ມ

ວຽກງານເສນາ

ໃນວັນທີ 22 ມັງກອນ 2025 ຫ້ອງການກະຊວງ ຖວທ ຈັດຝຶກອົບຮົມລະບົບຫ້ອງການທັນສະໄໝ E-Office ແລະ ແນະນໍາການຮ່າງເອກະສານທາງການ ໃຫ້ບັນດາກົມ, ກອງ ພາຍໃນກະຊວງ ຖວທ

  • 22 Jan 2025
  • ສີສະຫວັນຢ່າ

  ໃນວັນທີ 22 ມັງກອນ 2025 ຫ້ອງການກະຊວງ...

ອ່ານເພີ່ມ