ໜ້າຫຼັກ / ການເຄື່ອນໄຫວ / ສະຫລຸບວຽກງານ ຖວທ ທົ່ວປະເທດ ປະຈຳ ປີ 2023 ແລະ ທິດທາງແຜນການ ປີ 2024
ໃນກອງປະຊຸມ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ຖວທ ໄດ້ໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ ຂະແໜງ ຖວທ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ ເປັນຕົ້ນ ວຽກງານ ຖະແຫລງຂ່າວ-ສື່ມວນຊົນ ໄດ້ຂະຫຍາຍລະບົບໂທລະໂຄ່ງໄລຍະ II ມີທັງໝົດ 1.000 ຊຸດ, ປະຕິບັດແລ້ວ 1.087 ຊຸດ; ລົງສໍາຫລວດ ແລະ ເກັບກໍາຂໍ້ມູນທີ່ດິນຖະແຫລງຂ່າວຢູ່ 3 ແຂວງພາກເໜືອ ແລະ 2 ແຂວງພາກໃຕ້ ເພື່ອຂຶ້ນແຜນງົບປະມານ ໃຫ້ແກ່ການກໍ່ສ້າງ ແລະ ຕິດຕັ້ງສະຖານນີວິທະຍຸ FM ໃຫ້ແກ່ເມືອງທີ່ບໍ່ມີສະຖານີວິທະຍຸ ໂດຍສະເພາະ ບັນດາເມືອງ ທີ່ຢູ່ລຽບຕາມຊາຍແດນສຳເລັດ 8 ເມືອງ; ປັດຈຸບັນພາຫະ ນະສື່ມວນຊົນໃນຂອບເຂດທົ່ວປະເທດ ປະເພດສື່ສິ່ງພິມມີທັງໝົດ 116 ສະບັບ; ພາກເອກະຊົນ 13 ສະບັບ, ພາກລັດມີ 103 ສະບັບ. ໃນນີ້, ເປັນລາຍວັນ 11 ສະບັບ; ສະຖານີວິທະຍຸກະຈາຍສຽງທົ່ວປະເທດມີທັງໝົດ 168 ສະຖານີ. ໃນນີ້, ມີສະຖານນີ FM ແລະ AM 86 ສະຖານີ, ວິທະຍຸເຄືອຂ່າຍມີ 82 ສະຖານີ; ສະຖານີໂທລະພາບທົ່ວປະເທດມີ 49 ສະຖານນ (ສະຖານີໂທລະພາບອານາລອກມີ 25 ສະຖານີ, ໂທລະພາບຜ່ານດາວທຽມ ມີ 10 ສະຖານີ ແລະ ໂທລະພາບດີຈີຕອນ 14 ສະຖານີ); ໜ້າຂ່າວອອນລາຍ 86 ໜ້າຂ່າວ ແລະ ໂທລະໂຄ່ງ ມີ 7.858 ຊຸດ. ນອກຈາກນີ້ກໍໄດ້ສໍາເລັດພິທີມອບ-ຮັບ ສະຖານີວິທະຍຸ-ໂທລະພາບ ແຂວງໄຊສົມບູນ ໂດຍການຊ່ວຍ ເຫລືອຂອງ ສສ ຫວຽດນາມ.
ພ້ອມກັນນີ້, ກໍໄດ້ສ້າງພະນັກງານສືບທອດປ່ຽນແທນ ໃນຂະແໜງຖະແຫລງຂ່າວ-ສື່ມວນຊົນ ໃຫ້ມີຄຸນນະພາບດີກວ່າເກົ່າ, ສຶກສາຮຽນຮູ້ວິຊາສະເພາະທີ່ກ່ຽວຂ້ອງ ຢູ່ພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ ການອົບຮົມວິຊາການຂຽນຂ່າວ, ຕັດຕໍ່ພາບນິ້ງ-ວິດີໂອ ແລະ ອື່ນໆ; ໄດ້ເອົາໃຈໃສ່ໃນການສືບທອດ, ເສີມຂະຫຍາຍມູນເຊື້ອ ແລະ ອະນຸລັກຮັກສາຄຸນຄ່າ ວັດທະນະທຳອັນດີງາມຂອງຊາດ, ຂອງເຜົ່າໄດ້ເປັນຢ່າງດີ. ພ້ອມກັນນັ້ນ, ກໍເອົາໃຈໃສ່ປ້ອງກັນ, ສະກັດກັ້ນ, ແກ້ໄຂກະແສວັດທະນະທໍາ ແລະ ຄ່ານິຍົມທີ່ບໍ່ສອດຄ່ອງ ບໍ່ໃຫ້ແຊກຊຶມ ເຂົ້າມາດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ; ໄດ້ສົ່ງເສີມ ແລະ ອະນຸລັກຮັກສາວັດທະນະທໍາ ທີ່ເປັນເອກະລັກຂອງບັນດາເຜົ່າ ເປັນຕົ້ນ ລົງເກັບກຳຂໍ້ມູນປະຫວັດ, ວິຖິຊີວິດ ແລະ ການນຸ່ງຖືຂອງຊົນເຜົ່າອາຄາ, ຊົນເຜົ່າໄທແດງ, ຊົນເຜົ່າຜູ້ນ້ອຍ; ໄດ້ຖ່າຍທໍາສາລະຄະດີ ໂຄສະນາເຜີຍແຜ່ ຊິວິດວັດທະນະທຳ ອອກອາກາດຜ່ານທາງ ໂທລະພາບແຫ່ງຊາດລາວ ແລະ ຜະລິດລາຍການ ອອກອາກາດທາງ ວິທະຍຸກະຈາຍສຽງແຫ່ງຊາດ, ສຶກສາ, ຄົ້ນຄວ້າ, ເກັບກຳຂໍ້ມູນ ແລະ ປະກອບແບບຟອມ “ຟ້ອນລໍາວົງລາວ” ເຖິງອົງການອຸຍແນັສໂກ ເພື່ອສະເໜີເປັນມໍລະດົກວັດທະນະທໍານາມມະທໍາ, ພ້ອມທັງໄດ້ຄົ້ນຄວ້າ, ເກັບກຳຂໍ້ມູນ, ສັງລວມຮູບພາບ ແລະ ວິດີໂອ ເພື່ອກະກຽມ ປະກອບແບບຟອມສະເໜີລົງທະບຽນ “ປະເພນີສູ່ຂວັນ” ແລະ ຄົ້ນຄວ້າຂໍ້ມູນສ້າງປື້ມການອະນຸລັກ ແລະ ສົ່ງເສີມສິລະປະວັດທະນະທໍານາມມະທຳຟ້ອນລາຍງ້າວ;
ພ້ອມທັງໄດ້ເອົາໃຈໃສ່ຄຸ້ມຄອງ, ກວດກາ ວຽກງານການພິມ, ສິ່ງພິມຢູ່ພາຍໃນປະເທດ ແລະ ນຳເຂົ້າຈາກຕ່າງປະເທດຢ່າງຕັ້ງໜ້າ ເພື່ອສະກັດກັ້ນບັນດາສິ່ງພິມ ທີ່ບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ແລະ ລາມົກອານາຈານ; ສຸມໃສ່ການອະນຸລັກ, ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າ ຂອງມໍລະດົກແຫ່ງຊາດ ໃນລະດັບຕ່າງໆ, ສຳເລັດການນຳສະເໜີ ຫັດຖະກຳພື້ນເມືອງ ພູມປັນຍາການຕໍ່າລາຍນາກ ຂອງຊຸມຊົນເຊື້ອຊາດລາວ ຖືກຮັບຮອງເປັນມໍລະດົກວັດທະນະທຳ ທີ່ບໍ່ເປັນວັດຖຸຂອງມວນມະນຸດ ໂດຍອົງການອຸຍແນັສໂກ, ສຳເລັດການນຳສົ່ງເອກະສານຄຳຮ້ອງ ສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກໂລກທາງທໍາມະຊາດ ແບບເຊື່ອມຕໍ່ກັບ ສວນອຸທິຍານແຫ່ງຊາດຟອງຫຍາແກ່ບາງ ມໍລະ ດົກໂລກຂອງ ສສ ຫວຽດນາມ, ສຳເລັດການຮັບຮອງ ມໍລະດົກແຫ່ງຊາດລະດັບທ້ອງຖິ່ນ 5 ແຫ່ງ ແລະ ຂົງເຂດວຽກງານອື່ນໆ ສາມາດຍາດໄດ້ຜົນສຳເລັດເຊັ່ນດຽວກັນ.