ໜ້າຫຼັກ / ການເຄື່ອນໄຫວ / ລັດຖະມົນຕີກະຊວງ ຖວທ ຕ້ອນຮັບ ຮອງປະທານ ວິທະຍຸໂທລະພາບສູນກາງຈີນ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບ ຮອງປະທານ ວິທະຍຸໂທລະພາບສູນກາງຈີນ

21 Nov 2023 | ຂ່າວ-ພາບ: ທະນູທອງ |

    ຂປລ. ໃນວັນທີ 21 ພະຈິກ 2023 ນີ້ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຫູຈິ້ງຈຸ່ນ ຮອງຜູ້ອຳນວຍການໃຫຍ່ ວິທະຍຸໂທລະພາບສູນກາງຈີນ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຮ່ວມຈັດກອງປະຊຸມແລກປ່ຽນບົດຮຽນດ້ານສື່ມວນຊົນ ພາຍໃຕ້ຫົວຂໍ້ ໜຶ່ງແລວໜຶ່ງເສັ້ນທາງ” ຢູ່ນະຄອນຫລວງວຽງຈັນ.

      ໂອກາດດັ່ງກ່າວທ່ານນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ຫູຈິ້ງຈຸ່ນ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ພ້ອມທັງ ສະແດງຄວາມ ຊົມເຊີຍຕໍ່ຜົນສຳເລັດ ໃນການຈັດກອງປະຊຸມແລກ ປ່ຽນດ້ານສື່ມວນຊົນ ກັບກະຊວງ ຖວທ ຂອງ ສປປ ລາວ ກໍຄື ສື່ມວນຊົນທຸກຂະແໜງການ ຂອງ ລາວ ແລະ ຈີນ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເຮັດແໜ້ນ ການພົວພັນ ຮ່ວມມືລະ ຫວ່າງສອງປະເທດ ​ໂດຍສະເພາະ ຮັດແໜ້ນການຮ່ວມມື ວຽກງານສື່ມວນຊົນ ຂອງ ລາວ ແລະ ຈີນ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອແລກປ່ຽນບົດຮຽນແລກປ່ຽນ ຂໍ້ມູນຂ່າວສານຕ່າງໆ ເຊິ່ງກັນ ແລະ ກັນ ໂດຍສະເພາະ ຮ່ວມກັນໂຄສະນາການ ຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ໃຫ້ເປັນຂະບວນການຟົດຟື້ນ. ພ້ອມນີ້, ທ່ານ ລັດຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ການຮ່ວມມືທີ່ດີ ຂອງສື່ມວນຊົນ ລາວ-ຈີນ ໃນໄລຍະຜ່ານມາ ໃນການໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານຕ່າງໆຮ່ວມກັນ ເປັນຕົ້ນ ໂຄສະນາດ້ານການທ່ອງທ່ຽວ, ວັດທະນະທໍາ, ການຮ່ວມມືຮອບດ້ານ ລາວ-ຈີນ, ຈີນ-ລາວ ແລະ ອື່ນໆ. ໃນນັ້ນ ໄດ້ມີການຮ່ວມມືກັນ ໃນຫລາຍລະດັບ, ຫລາຍວຽກງານ ໂດຍສະເພາະວຽກງານດ້ານສື່ໂທລະພາບ ທີ່ມີການຮ່ວມມືກັນດ້ວຍດີຕະຫລອດມາ ເຊັ່ນ: ການຊ່ວຍເຫລືອດ້ານອຸປະກອນຕ່າງໆຈາກຝ່າຍຈີນການແລກປ່ຽນຢ້ຽມຢາມກັນ ຂອງຂັ້ນການນຳ ອົງການສື່ມວນຊົນ ໂດຍສະເພາະ ສື່ເອເລັກໂຕຣ ນິກ, ວິທະຍຸ ແລະ ໂທລະພາບ ຫລາຍສະຖານີຂອງຈີນການສະໜອງທຶນການສຶກສາ ແລະ  ການຝຶກອົບຮົມຂອງຝ່າຍຈີນ ໃຫ້ແກ່ພະນັກງານວິຊາການຂອງລາວ, ການຮ່ວມມືຜະລິດສາລະຄະ ດີການສະໜອງ ລາຍການ, ລະຄອນຊຸດ ແລະ ອື່ນໆ.

      ທ່ານ ຫູຈິ້ງຈຸ່ນ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານນາງ ສວນສະຫວັນ ວິຍະເກດ ທີ່ໄດ້​ໃຫ້ ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້ພ້ອມທັງ ລາຍງານກ່ຽວກັບແຜນການເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານລັດຖະມົນຕີຮັບຊາບ ເຊິ່ງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເປັນນິມິດໝາຍອັນດີ ປະກອບສ່ວນຮັດແໜ້ນການຮ່ວມມືດ້ານສື່ມວນຊົນ ຂອງສອງປະເທດ ຈີນ-ລາວ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ, ທັງເປັນການໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານຕ່າງໆ ໂດຍສະເພາະການທ່ອງທ່ຽວ ຂອງ ສປປ ລາວ ອອກສູ່ສາກົນໄດ້ຮັບຮູ້ຢ່າງທົ່ວເຖິງ.

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ຫາລືວຽກພົວພັນຮ່ວມມື ສອງຝ່າຍ ລາວ ແລະ ອິນເດຍ

  • 22 Apr 2025
  • ຂ່າວ-ພາບ: ກິດຕາ

    ຂປລ....

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ແລະ ທູດອີຢູ ຫາລືແຜນການຮ່ວມມືໃນຕໍ່ໜ້າ

  • 07 Mar 2025
  • ຂ່າວ-ພາບ: ທະນູທອງ

ຂປລ....

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບທູດສີລັງກາ ປະຈຳ ລາວ

  • 06 Mar 2025
  • ພາບ: ຂັນໄຊ

ຂປລ. ທ່ານ ນາງ ສວນສະຫວັນ ວິຍະເກດ...

ອ່ານເພີ່ມ

ວຽກງານເສນາ

ໃນວັນທີ 12 ກຸມພາ 2025 ຫ້ອງການກະຊວງ ຈັດຝຶກອົບຮົມລະບົບຫ້ອງການທັນສະໄໝ E-Office ໃຫ້ພະນັກງານຂັ້ນຫົວໜ້າກົມ, ຫົວໜ້າສະຖາບັນ, ຜູ້ອໍານວຍການ, ຮອງຫົວໜ້າກົມ, ຮອງຫົວໜ້າສະຖາບັນ, ຮອງຜູ້ອໍານວຍການບັນດາກົມ, ກອງ ພາຍໃນກະຊວງ ຖວທ

  • 12 Feb 2025
  • ສີສະຫວັນຢ່າ

 ໃນວັນທີ 12 ກຸມພາ 2025 ຫ້ອງການກະຊວງ...

ອ່ານເພີ່ມ