ໜ້າຫຼັກ / ການເຄື່ອນໄຫວ / ລາວ-ຈີນ ແລກປ່ຽນດ້ານສື່ມວນຊົນ ພາຍໃຕ້ຫົວຂໍ້ “ໜຶ່ງແລວໜຶ່ງເສັ້ນທາງ’’

ລາວ-ຈີນ ແລກປ່ຽນດ້ານສື່ມວນຊົນ ພາຍໃຕ້ຫົວຂໍ້ “ໜຶ່ງແລວໜຶ່ງເສັ້ນທາງ’’

20 Nov 2023 | ຂ່າວ: ທະນູທອງ |

   ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ຈັດກອງປະຊຸມແລກປ່ຽນບົດຮຽນດ້ານສື່ມວນຊົນ ພາຍໃຕ້ຫົວຂໍ້ “ໜຶ່ງແລວໜຶ່ງເສັ້ນທາງ” ໃນວັນທີ 20 ພະຈິກ 2023 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວລາວ ແລະ ທ່ານ ຫູຈິ້ງຈຸ່ນ ຮອງຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນ, ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍສື່ມວນຊົນຈາກທຸກຂະແໜງການ ຂອງລາວ ແລະ ຈີນ ເຂົ້າຮ່ວມ.
   ກອງປະຊຸມໃນຄັ້ງນີ້, ສື່ມວນຊົນ ລາວ ແລະ ຈີນ ໄດ້ແລກປ່ຽນຄຳເຫັນກັນຢ່າງເລິກເຊິ່ງໂດຍປິ່ນອ້ອມຫົວຂໍ້ກ່ຽວກັບໜ້າທີ່ຮັບຜິດຊອບຂອງສື່ມວນຊົນ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໂດຍໄດ້ເຫັນດີເປັນເອ ກະພາບກັນເຫັນວ່າ: ລາວ-ຈີນ ໃນຖານະເປັນປະເທດບ້ານໃກ້ຄຽງ ທີ່ມີສາຍພູສາຍນ້ຳຕິດຈອດກັນ, ຈະກາຍເປັນຄູ່ຮ່ວມຊາຕະກຳທີ່ມີເສັ້ນທາງໄປມາຫາສູ່ກັນ, ປະຊາຊົນມີຄວາມສະໜິດສະໜົມ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນໂດຍຜ່ານການສ້າງ ໜຶ່ງແລວໜຶ່ງເສັ້ນທາງ ຮ່ວມກັນ. ໃນນັ້ນ, ສື່ມວນຊົນສອງປະເທດ ລາວ-ຈີນ ຈະລົງເລິກການຮ່ວມມືກັນ ເພື່ອເພີ່ມພະລັງແຮງໃໝ່ເຂົ້າໃນ “ໜຶ່ງແລວໜຶ່ງເສັ້ນທາງ”.
    ທ່ານ ໂພສີ ແກ້ວມະນີວົງ ໄດ້ມີຄຳເຫັນວ່າ: ການຈັດກອງປະຊຸມສົນທະນາໃນຄັ້ງນີ້, ເປັນການຈັດຕັ້ງປະຕິ ບັດຄວາມຮັບຮູ້ ທີ່ເປັນເອກະພາບກັນລະຫວ່າງຜູ້ນຳສອງປະເທດ ແລະ ສັນຍາລະຫວ່າງສອງພາກສ່ວນພວກເຮົາຢ່າງ ເປັນຮູບປະທຳ, ພວກເຮົາມີຄວາມຫວັງເປັນຢ່າງຍິ່ງວ່າ ບົນພື້ນຖານຈຸດເລີ່ມຕົ້ນທີ່ສູງໃນປັດຈຸບັນ, ຈະໄດ້ລົງເລິກການຮ່ວມມືກັບວິທະຍຸ ໂທລະພາບສູນກາງຈີນ, ຊົມໃຊ້ຂໍ້ມູນຂ່າວສານຮ່ວມກັນ, ແລກປ່ຽນໃນດ້ານບຸກຄະລາກອນ, ຮັກສາການຕິດຕໍ່ ພົວພັນໃນຂົງເຂດຕ່າງໆ ເຊັ່ນ: ວິທະຍຸ, ໂທລະພາບ ແລະ ໜັງສືພິມ ແລະ ຍົກລະດັບການຮ່ວມມືໃຫ້ສູງຂຶ້ນ.
    ທ່ານ ໂພສີ ແກ້ວມະນີວົງ ໃຫ້ຮູ້ອີກວ່າ: ສື່ມວນຊົນຫລາຍແຫ່ງຂອງ ສປປ ລາວ ແລະ ວິທະຍຸໂທລະພາບສູນກາງຈີນ ໄດ້ຮ່ວມກັນລົງນາມໃນຂໍ້ລິເລີ່ມຮ່ວມກ່ຽວກັບການຊຸກຍູ້ “ການຖອດຖອນບົດຮຽນເຊິ່ງກັນ ແລະ ກັນລະຫວ່າງອະລິຍະທຳຕ່າງໆ” ກັບສື່ມວນຊົນຂອງປະເທດເພື່ອນມິດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໂດຍໄດ້ສະເໜີວ່າ: ສື່ມວນຊົນ ຕ້ອງເປັນຜູ້ເຜີຍແຜ່ຄ່ານິຍົມຮ່ວມກັນຂອງມວນມະນຸດ, ເປັນຜູ້ປົກປ້ອງຄວາມຫລາກຫລາຍຂອງອະລິຍະທຳຂອງໂລກ ແລະ ເປັນຜູ້ນຳໜ້າການແລກປ່ຽນດ້ານວັດທະນະທຳ. ປັດຈຸບັນ, ສື່ມວນຊົນແບບໃໝ່ ແລະ ສື່ມວນຊົນແບບດັ້ງເດີມຂອງ ສປປ ລາວ ໄດ້ບັນລຸການພັດທະນາແບບເຊື່ອມໂຍງເຂົ້າກັນ, ສື່ມວນຊົນແບບດັ້ງເດີມຕ່າງໆ ເຊັ່ນ: ວິທະຍຸ ແລະ ໂທລະພາບ ໄດ້ສຳເລັດການຫັນປ່ຽນຈາກລະບົບເຕັກນິກອານາລອກ ມາເປັນດີຈິຕອນ. ພ້ອມກັນນັ້ນ, ສື່ສິ່ງພິມ ກໍໄດ້ບັນລຸການເຊື່ອມໂຍງເຂົ້າກັບເຕັກນິກທັນສະໄໝ. ຄຽງຄູ່ກັບການຂະຫຍາຍຕົວຢ່າງວ່ອງໄວຂອງເຕັກນິກຂໍ້ມູນຂ່າວສານທັນສະໄໝ, ສື່ມວນຊົນຂອງລາວ ກໍຕັ້ງໜ້າພັດທະນາຕົນເອງ ໂດຍຫັນປ່ຽນໄປສູ່ສື່ໃໝ່ຕ່າງໆ ເຊັ່ນ: ສື່ສັງຄົມອອນລາຍ ເພື່ອເປີດກວ້າງຊ່ອງທາງລາຍງານຂໍ້ມູນຂ່າວສານຕ່າງໆ.
    ພ້ອມກັນນີ້, ທ່ານ ຫູຈິ້ງຈຸ່ນ ກໍໄດ້ມີຄຳເຫັນວ່າ: ເມື່ອບໍ່ດົນມານີ້, ໃນກອງປະຊຸມສຸດຍອດເວທີປຶກສາຫາລື ການຮ່ວມມື ສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3, ທ່ານ ສີຈິ້ນຜິງ ແລະ ທ່ານ ທອງລຸນ ສີສຸລິດ ໄດ້ຮ່ວມກັນລົງນາມໃນ “ແຜນການດຳເນີນການ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ”, ສ້າງໂອກາດສຳຄັນໃຫ້ແກ່ການລົງເລິກການຮ່ວມມື ຂົງເຂດສື່ມວນຊົນ.ໃນຖານະເປັນຜູ້ປະກອບການສື່ມວນຊົນໃນຍຸກໃໝ່, CMG ຍິນດີຮ່ວມກັບບັນດາຄູ່ຮ່ວມງານ ແລະ ບັນດາເພື່ອນມິດ, ເພີ່ມແຮງຂັບເຄື່ອນໃໝ່ເຂົ້າໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນ ທາງ”, ປະກອບສ່ວນຫລາຍກວ່າເກົ່າເຂົ້າໃນການລົງເລິກ ສາຍພົວພັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງຈີນກັບລາວ; ສືບຕໍ່ສ້າງເວທີສົນທະນາ ແລະ ແລກປ່ຽນອະລິຍະທຳແບບຂ້າມພາກພື້ນ ແລະ ເຄົາລົບຄວາມແຕກຕ່າງດ້ານອະລິຍະທຳ, ຊຸກຍູ້ການເຊື່ອມໂຍງ ຈິດໃຈປະຊາຊົນ, ຮ່ວມແຮງຮ່ວມໃຈກັນ, ປະກອບສ່ວນເຂົ້າໃນການແລກປ່ຽນອະລິຍະທຳລະຫວ່າງຈີນ ແລະ ລາວ.
ໂອກາດດຽວກັນ, ທ່ານ ຄຳເຜີຍ ພິລາພາ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ກໍໄດ້ມີຄຳເຫັນວ່າ: ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນປັດສະຈາກການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ຄວາມເປັນເຈົ້າການຂອງສື່ມວນຊົນບໍ່ໄດ້, ກ່ຽວກັບບັນຫາທີ່ວ່າ ໃນເວລາລາຍງານຂ່າວກ່ຽວກັບ “ໜຶ່ງແລວໜຶ່ງເສັ້ນທາງ” ນັ້ນເຮັດແນວໃດ ຈຶ່ງຈະສາມາດສະແດງໃຫ້ເຫັນເຖິງໜ້າທີ່ຮັບຜິດຊອບຂອງ ສື່ມວນຊົນທັງສອງປະເທດລາວ-ຈີນ, ພ້ອມທັງສະເໜີວ່າ ສື່ມວນຊົນຂອງສອງປະເທດຄວນເປັນ “ເພື່ອນທີ່ຮູ້ໃຈກັນ”, ຊອກຫາຜົນປະໂຫຍດຮ່ວມກັນ ແລະ ຈຸດຮ່ວມກັນດ້ານການພັດທະນາລະຫວ່າງປະເທດ, ກາຍເປັນ “ພະລັງແຮງທາງບວກ” ທີ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນ, ແກ້ຂັດຂໍ້ສົງໄສ ແລະ ເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນ; ສື່ມວນຊົນສອງປະເທດຄວນເປັນ “ຄູ່ຮ່ວມມືທີ່ສະໜິດແໜ້ນ”, ເປີດກວ້າງຮູບການ ແລະ ວິທີການຮ່ວມມືຕ່າງໆ ເຊັ່ນ: ການຊົມໃຊ້ຂໍ້ມູນຂ່າວສານຮ່ວມກັນ ການແລກປ່ຽນບຸກຄະລາກອນ ການຮ່ວມກັນລາຍງານຂ່າວ ແລະ ອື່ນໆໃຫ້ກາຍເປັນ “ພະລັງແຮງໃໝ່” ທີ່ລົງເລິກການແລກປ່ຽນກັນ ແລະ ເປີດກວ້າງຄວາມຮັບຮູ້ທີ່ເປັນເອກະພາບກັນ. ວິທະຍຸໂທລະພາບສູນກາງຈີນ ມີແນວຄິດເຜີຍແຜ່ຂໍ້ມູນຂ່າວສານທີ່ລ້ຳໜ້າ, ມີເຕັກນິກເຜີຍແຜ່ທີ່ກ້າວໜ້າ, ມີຜູ້ມີຄວາມຮູ້ຄວາມສາມາດທີ່ດີເດັ່ນ ແລະ ມີເວທີການເຜີຍແຜ່ທີ່ອຸດົມສົມບູນ, ສຳນັກຂ່າວສານປະເທດລາວ ຍິນດີເພີ່ມທະວີການຮ່ວມມືກັບວິທະຍຸໂທລະພາບສູນກາງຈີນຕື່ມອີກ ເພື່ອພີ່ມທະວີການວາງແຜນການປະສົມ, ເພີ່ມທະວີການແລກປ່ຽນບຸກຄະ ລາກອນ ເພື່ອເປີດກວ້າງຮູບການເຜີຍແຜ່ ແລະ ຮ່ວມກັນຊ່ວຍຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໃນການເປີດທົດສະວັດຄຳໃນຄັ້ງໜ້າ.

Share:

ຂ່າວຫຼ້າສຸດ

ອົງການຈັດຕັ້ງມະຫາຊົນ

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈັດຝືກອົບຮົມ ທັກສະການເປັນຜູ້ນໍາ ແລະ ການເວົ້າເທິງເວທີ ໃຫ້ແມ່ຍິງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ

  • 29 Aug 2024
  • ຫ້ອງການກະຊວງ

ໃນວັນທີ 29 ສິງຫາ 2024 ກະຊວງຖະແຫຼງຂ່າວ,...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ເຜີຍແຜ່ຂໍ້ຕົກລົງນາຍົກລັດຖະມົນຕີ ວ່າດ້ວຍການສໍາລະສະສາງລົດຂອງລັດ

  • 21 Aug 2024
  • ຂ່າວ: ກິດຕາ

    ຂປລ. ກະຊວງຖະແຫລງຂ່າວ,...

ອ່ານເພີ່ມ

ອົງການຈັດຕັ້ງມະຫາຊົນ

ແມ່ຍິງ​ ​ຖວທ​ ຈັດກອງປະຊຸມທາບທາມບຸກຄະລາກອນຮອບທີ 2

  • 21 Aug 2024
  • ຂ່າວ: ກິດຕາ

   ຄະນະບໍລິຫານງານສະຫະພັນແມ່ຍິງ...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ຍົກລະດັບທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ II

  • 19 Aug 2024
  • ຂ່າວ: ວຽງສະຫວັນ

   ພິທີເປີດຊຸດຮຽນ...

ອ່ານເພີ່ມ