ໜ້າຫຼັກ / ການເຄື່ອນໄຫວ / ຮອງລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບ ຄະນະສະມາຄົມນັກຂ່າວໜັງສືພິມ ແຫ່ງປະເທດໄທ

ຮອງລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບ ຄະນະສະມາຄົມນັກຂ່າວໜັງສືພິມ ແຫ່ງປະເທດໄທ

09 Nov 2023 | ຂ່າວ: ວຽງສະຫວັນ |

ຂປລ. ວັນ​ທີ 8 ພະຈິກ 2023 ​ນີ້,  ທ່ານ ​ ໂພສີ ແກ້ວມະນີວົງ ຮອງລັດ​ຖະ​ມົນ​ຕີ​ ກະ​ຊວງ​ຖະ​ແຫລງ​ຂ່າວວັດ​ທະ​ນະ​ທຳ ແລະ ​ທ່ອງ​ທ່ຽວ (ຖວ​ທ)​ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ ​ຂ​ອງ​ຄະນະສະມາ ຄົມ ນັກຂ່າວໜັງສືພິມ ແຫ່ງປະເທດໄທ  ນຳໂດຍ ທ່ານ ມົງຄຸນ ບາງປຣະພາ ປະທານສະມາຄົມ ນັກຂ່າວໜັງສືພິມ ແຫ່ງ ປະເທດໄທ ​ໃນ​ໂອ​ກາດ​ທີ່​ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ​.

ໂອ​ກາດນີ້,​ ທ່ານ ໂພສີ ແກ້ວມະນີວົງ  ກໍ​ໄດ້​ສະ​ແດງ​ຄວາມຍິນ​ດີຕ້ອນ​ຮັບ ແລະ ຕີ​ລາ​ຄາ​ສູງ​ຕໍ່​ທີ່ ທ່ານ ມົງຄຸນ ບາງປຣະພາ ພ້ອມຄະນະ ທີ່ເດີນທາງມາເຄື່ອນໄຫວວຽກງານໃນຄັ້ງນີ້, ຊຶ່ງ​ເປັນ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ ເຂົ້າ​ໃນ​ການ​ເສີມຂະຫຍາຍ ການພົວ​ພັນ​ການ​ຮ່ວມ​ມື​ ລະ​ຫວ່າງປະເທດ ໂດຍສະເພາະ ດ້ານການຮ່ວມມືໃນ ຂົງເຂດວຽກງານສື່ມວນຊົນວຽກການຂ່າວ ແລະ ການພັດທະນາ ບຸກຄະລາກອນ ພາຍໃຕ້ການຝຶກອົບຮົມ ໂດຍການການຮ່ວມມືກັນ ທັງສອງສະມາຄົມນັກຂ່າວ ລາວ ແລະ ໄທ ໃຫ້​ນັບ​ມື້​ມີ​​ການ​ຂະ​ຫຍາຍ​ຕົວ​ຍິ່ງໆ​ຂຶ້ນ.

ທ່ານ ມົງຄຸນ ບາງປຣະພາ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ ມາຍັງ ທ່ານຮອງລັດ​ຖະ​ມົນ​ຕີ ທີ່​ໄດ້​ ໃຫ້​ການ​ຕ້ອນ​ຮັບ​ ພ້ອມທັງໄດ້ລາຍງານໃຫ້ຊາບ ກ່ຽວກັບຜົນຂອງການພົບປະ ແລະ ການຢ້ຽມຢາມ ເຮັດວຽກຮ່ວມກັນ ຂອງທັງສອງສະມາຄົມນັກຂ່າວລາວ-ໄທ. ພ້ອມນີ້, ກໍໃຫ້​ຄຳ​ສັນ​ຍາ​ວ່າ ຈະ​ສືບ​ຕໍ່​ ສົ່ງເສີມວຽກງານດ້ານສື່ມວນຊົນດ້ານການຂ່າວການພັດທະນາບຸກຄະລາກ່ອນ ໂດຍເນັ້ນໃສ່ ການແລກປ່ຽນ ບົດຮຽນພາຍໃຕ້ ການຮ່ວມຂອງສອງສະມາຄົມນັກຂ່າວ ຈັດຝຶກອົບຮົມໃຫ້ແກ່ນັກຂ່າວ ລາວ ແລະ ໄທ ໃຫ້ມີປະສິດຕິພາບສູງຂຶ້ນ.

ໃນໂອກາດນີ້, ມົງຄຸນ ບາງປຣະພາ ພ້ອມຄະນະ ຍັງໄດ້ໄປຢ້ຽມຢາມໂທລະພາບ ນະຄອນຫລວງວຽງຈັນ (Vte9)ດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິດສະຕິກ ນະຄອນຫລວງ ວຽງຈັນ ຕື່ມອີກ.

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງ ຖວທ ປະກາດໃຫ້ພະນັກງານ ການນຳຂັ້ນສູງ ຮັບອຸດໜູນບຳນານ

  • 24 Nov 2023
  • ຂ່າວ: ວຽງສະຫວັນ

      ຂປລ. ກະຊວງຖະແຫລງຂ່າວ,...

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບ ຮອງປະທານ ວິທະຍຸໂທລະພາບສູນກາງຈີນ

  • 21 Nov 2023
  • ຂ່າວ-ພາບ: ທະນູທອງ

    ຂປລ....

ອ່ານເພີ່ມ

ວຽກງານຖະແຫຼງຂ່າວ

ລາວ-ຈີນ ແລກປ່ຽນດ້ານສື່ມວນຊົນ ພາຍໃຕ້ຫົວຂໍ້ “ໜຶ່ງແລວໜຶ່ງເສັ້ນທາງ’’

  • 20 Nov 2023
  • ຂ່າວ: ທະນູທອງ

   ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ...

ອ່ານເພີ່ມ

ວຽກງານທ່ອງທ່ຽວ

ປີທ່ອງທ່ຽວລາວ 2024 ກຳນົດເອົາຮູບຊ້າງຖືແຄນເປັນສັນຍາລັກນຳໂຊກ

  • 13 Nov 2023
  • ຂ່າວ: ທະນູທອງ

    ຂປລ. ປີທ່ອງທ່ຽວລາວ ຄັ້ງທີ 4...

ອ່ານເພີ່ມ