ໜ້າຫຼັກ / ການເຄື່ອນໄຫວ / ຫ້ອງການ ຖວທ ລາວ-ສສ ຫວຽດນາມ ເຊັນບົດທຶກແລກປ່ຽນບົດຮຽນ ໄລຍະ 2023-2027

ຫ້ອງການ ຖວທ ລາວ-ສສ ຫວຽດນາມ ເຊັນບົດທຶກແລກປ່ຽນບົດຮຽນ ໄລຍະ 2023-2027

06 Nov 2023 | ຂ່າວ-ພາບ:ວຽງສະຫວັນ |

ຂປລ. ພິທີພົບປະ ແລະ ເຊັນບົດບັນທຶກແລກປ່ຽນບົດຮຽນ ລະຫວ່າງ ຫ້ອງການກະຊວງ ຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ແຫ່ງ ສປປ ລາວ ແລະ ຫ້ອງການກະຊວງ ວັດທະນະທຳກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ໄລຍະ 2023-2027 ຈັດຂຶ້ນໃນວັນທີ 6 ພະຈິກ 2023 ທີ່ກະຊວງ ຖວທ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ບຸນເພັງ ສຸພາບ ຮອງຫົວໜ້າຫ້ອງການກະຊວງ ຖວທ ແລະ  ທ່ານ  ຫງວຽນ ຫິ້ວ ຫງັອກ ຮອງຫົວໜ້າຫ້ອງການກະຊວງ ວັດທະນະທຳກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ  ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

   ການພົບປະແລກປ່ຽນຄັ້ງນີ້, ທັງ 2 ຝ່າຍ ໄດ້ຜັນຂະຫຍາຍຕາມແຜນການຮ່ວມມື ໃນຂະແໜງ ວັດທະ ນະທຳສິລະປະ ແລະ ທ່ອງທ່ຽວ ລະຫວ່າງ ກະຊວງ ວັດທະນະທຳກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ແລະ ກະຊວງ ຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ສປປ ລາວ ໄລຍະ 2021-2025 ໂດຍປະຕິບັດແຜນແລກປ່ຽນ ແລະ ການຮ່ວມມື ສອງຝ່າຍຕົກລົງ ເປັນເອກະພາບກັນ ສ້າງບົດບັນທຶກການຮ່ວມມື ແລກປ່ຽນບົດຮຽນ ໄລຍະ 2023-2027  ໂດຍສອງຝ່າຍຈະສົ່ງເສີມ ແລະ ຊຸກຍູ້ ສາຍພົວພັນຮ່ວມມື ລະຫວ່າງ ຫ້ອງການຂອງສອງກະຊວງ ບົນພື້ນຖານ ຫລັກການ ມີຄວາມສະເໝີພາບ ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ສອດຄ່ອງກັບ ບົດບາດ ແລະ ພາລະໜ້າທີ່ຂອງແຕ່ ລະຝ່າຍເຄົາລົບອະທິປະໄຕ ແລະ ລະບຽບກົດໝາຍ ຂອງລາວ ແລະ ຫວຽດນາມ ແລະ ສັນຍາສາກົນຕ່າງໆ ທີ່ແຕ່ລະປະເທດເປັນພາຄີ. ພ້ອມນີ້, ສອງຝ່າຍ ເພີ່ມທະວີການນຳໃຊ້ລະບົບ ໂດຍມີໃນການແລກປ່ຽນ ຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນຢ່າງເປັນທາງການ; ສອງຝ່າຍ ຕົກລົງເປັນເອກະພາບກັນ ສົ່ງເສີມສາຍພົວພັນຮ່ວມມືແລກປ່ຽນບົດຮຽນ ແລະ ປະສົບການ ເຊິ່ງກັນ ແລະ ກັນ.

ຫ້ອງການກະຊວງ ທັງສອງຝ່າຍ ຈະແລກປ່ຽນຄະນະຜູ້ແທນ ປະກອບດ້ວຍ 5-7 ທ່ານ ໃນເວລາ 7 ວັນ ໂດຍຜັນປ່ຽນ ສະຖານທີ່ເຮັດວຽກຢູ່ ແຕ່ລະປະເທດເປັນປະຈຳປີ, ທັງສອງຝ່າຍ ຈະອຳນວຍຄວາມສະດວກ ໃນການປະສານສົບທົບຜັນປ່ຽນກັນ ຈັດກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນເປັນປະຈຳປີ ເຊິ່ງໄລຍະ 2023-2027 ທັງສອງຝ່າຍ ຈະຊຸກຍູ້ການແລກ ປ່ຽນບົດຮຽນ ຕາມຫົວຂໍ້ ຍົກສູງປະສິດທິພາບ ຂອງວຽກງານບໍລິຫານຫ້ອງການ ດ້ວຍລະບົບຖານຂໍ້ມູນອີເລັກໂຕຣນິກ” ແລະ “ ປັບປຸງວຽກງານ ຫ້ອງການດ້ານບໍລິຫານການເງິນ ແລະ ເພີ່ມລາຍຮັບ ງົບປະມານ ໃຫ້ເປັນລະບົບຄົບຊຸດ”.

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ຫາລືວຽກພົວພັນຮ່ວມມື ສອງຝ່າຍ ລາວ ແລະ ອິນເດຍ

  • 22 Apr 2025
  • ຂ່າວ-ພາບ: ກິດຕາ

    ຂປລ....

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ແລະ ທູດອີຢູ ຫາລືແຜນການຮ່ວມມືໃນຕໍ່ໜ້າ

  • 07 Mar 2025
  • ຂ່າວ-ພາບ: ທະນູທອງ

ຂປລ....

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບທູດສີລັງກາ ປະຈຳ ລາວ

  • 06 Mar 2025
  • ພາບ: ຂັນໄຊ

ຂປລ. ທ່ານ ນາງ ສວນສະຫວັນ ວິຍະເກດ...

ອ່ານເພີ່ມ

ວຽກງານເສນາ

ໃນວັນທີ 12 ກຸມພາ 2025 ຫ້ອງການກະຊວງ ຈັດຝຶກອົບຮົມລະບົບຫ້ອງການທັນສະໄໝ E-Office ໃຫ້ພະນັກງານຂັ້ນຫົວໜ້າກົມ, ຫົວໜ້າສະຖາບັນ, ຜູ້ອໍານວຍການ, ຮອງຫົວໜ້າກົມ, ຮອງຫົວໜ້າສະຖາບັນ, ຮອງຜູ້ອໍານວຍການບັນດາກົມ, ກອງ ພາຍໃນກະຊວງ ຖວທ

  • 12 Feb 2025
  • ສີສະຫວັນຢ່າ

 ໃນວັນທີ 12 ກຸມພາ 2025 ຫ້ອງການກະຊວງ...

ອ່ານເພີ່ມ