ໜ້າຫຼັກ / ການເຄື່ອນໄຫວ / ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ອິນເດຍ ລາວ ລົງນາມເອກະສານ ໂຄງການປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ອິນເດຍ ລາວ ລົງນາມເອກະສານ ໂຄງການປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ

19 Jan 2026 | ຫ້ອງການກະຊວງ |

ພິທີລົງນາມເອກະສານວ່າດ້ວຍການຈັດຕັ້ງປະຕິບັດໂຄງການ ປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດຂອງວິທະຍາໄລສິລະປະແຫ່ງຊາດ ໄດ້ຈັດຂື້ນໃນວັນທີ 19 ມັງກອນ 2026 ທີ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ໂດຍການລົງນາມຂອງ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ທ່ານ ໂຢເກສຊວາ ສັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ. ໂຄງການດັ່ງກ່າວແມ່ນການຊ່ວຍເຫຼືອເຄື່ອງນຸ່ງໃໝ່ໃຫ້ແກ່ນັກສະແດງ, ນັກດົນຕີ ແລະ ອຸປະກອນການສະແດງຕ່າງໆ ມີມູນຄ່າ ຈຳນວນ 42,960 ໂດລາສະຫະລັດ ຊຶ່ງມີໄລຍະໂຄງການ 7 ເດືອນ ພາຍໃນປີ 2026. ໂຄງການນີ້ ບໍ່ພຽງແຕ່ເປັນການຍົກລະດັບຄວາມເຂັ້ມແຂງໃຫ້ແກ່ຄູ-ອາຈານ ແລະ ນັກຮຽນສິລະປະເທົ່ານັ້ນ, ແຕ່ຍັງເປັນການປົກປັກຮັກສາມໍຣະດົກວັດທະນະທຳທີ່ມີຮາກເຫງົ້າຮ່ວມກັນມາແຕ່ບູຮານນະການ, ສ້າງລະບົບການຄຸ້ມຄອງ ແລະ ສືບທອດສິລະປະອັນລ້ຳຄ່ານີ້ໃຫ້ຍືນຍົງ. ທັງເປັນການປະກອບສ່ວນສະເຫຼີມສະຫຼອງ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ອິນເດຍ ຕື່ມອີກ. ໃນປະຈຸບັນ ລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານວັດທະນະທຳ ໂດຍສະເພາະໄດ້ກຳນົດທິດທາງນະໂຍບາຍ ເພື່ອການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກວັດທະນະທຳໃຫ້ມີລັກສະນະຊາດ, ມະຫາຊົນ, ກ້າວໜ້າ ແລະ ມີຄວາມທັນສະໄໝ. ກ່ອນພິທີລົງນາມໄດ້ມີການພົບປະ ແລະ ປຶກສາຫາລືກ່ຽວກັບໂຄງການດັ່ງກ່າວ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໄດ້ດຳເນີນຢ່າງມີຜົນສຳເລັດຈົບງາມ.

Share:

ຂ່າວຫຼ້າສຸດ

ອົງການຈັດຕັ້ງມະຫາຊົນ

ຄະນະບໍລິຫານງານຊາວໜຸ່ມກະຊວງ ວທ ໄດ້ຈັດກອງປະຊຸມສະຫຼຸບວຽກງານຊາວໜຸ່ມ ປີ 2025 ແລະ ແຜນການປີ 2026

  • 15 Jan 2026
  • ຫ້ອງການກະຊວງ

ວັນທີ 15 ມັງກອນ 2026,...

ອ່ານເພີ່ມ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ກະຊວງ ວທ

  • 25 Dec 2025
  • ຫ້ອງການກະຊວງ

   ໃນຕອນເຊົ້າຂອງວັນທີ 25 ທັນວາ 2025...

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບຄະນະໂຮງຮຽນຊາກຸລາ ຍີ່ປຸ່ນເພື່ອເສີມສ້າງສາຍພົວພັນສອງຊາດລາວຍີ່ປຸ່ນ ຄົບຮອບ 70 ປີ

  • 18 Dec 2025
  • ຫ້ອງການກະຊວງ

   ທ່ານ ນາງ ສວນສະຫວັນ ວິຍະເກດ...

ອ່ານເພີ່ມ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຈັດປະຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ພ້ອມປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ

  • 08 Dec 2025
  • ຫ້ອງການກະຊວງ

  ໃນວັນທີ 8 ທັນວາ 2025 ກະຊວງວັດທະນະທຳ...

ອ່ານເພີ່ມ