ໜ້າຫຼັກ / ການເຄື່ອນໄຫວ / ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານທູດ ສປ ຈີນ ແລະ ສູນວັດທະນະທຳຈີນ ປະຈຳ ລາວ ຈັດງານສະແດງສິລະປະ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ
ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານທູດ ສປ ຈີນ ແລະ ສູນວັດທະນະທຳຈີນ ປະຈຳ ລາວ ຈັດງານສະແດງສິລະປະ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ ພາຍໃຕ້ຫົວຂໍ້ “ມິດຕະພາບອັນເລິກເຊິ່ງຂອງແມ່ນ້ຳລ້ານຊ້າງແມ່ນ້ຳຂອງ ຮ່ວມກັນກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງ” ຈັດຂຶ້ນທີ່ຫໍວັດທະນະທຳແຫ່ງຊາດ ໃນວັນທີ 25 ເມສາ 2026 ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ 2026 ໂດຍມີ ທ່ານນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມເປັນກຽດ.ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ກ່າວເນັ້ນເຖິງການຮ່ວມມືທີ່ສະເໝີຕົ້ນສະເໝີປາຍ ເພື່ອເພີ່ມພູນຄູນສ້າງ “ຄູ່ຮ່ວມຊະຕາກຳ ລາວ-ຈີນ” ຕາມທິດ 4 ດີ. ພາຍໃນງານ ມີການສະແດງສິລະປະອັນປານີດຈາກ ໂຮງລະຄອນສິລະປະຊິ່ນຈ່ຽງ ແລະ ກອງສິລະປະກອນແຫ່ງຊາດລາວ ທີ່ສະທ້ອນເຖິງມູນເຊື້ອວັດທະນະທຳ ແລະ ຄວາມສາມັກຄີອັນແໜ້ນແຟ້ນ ດັ່ງສາຍນ້ຳຂອງ ແລະ ນ້ຳລ້ານຊ້າງທີ່ໄຫຼຫຼັ່ງຢ່າງບໍ່ຢຸດຢັ້ງ ແລະ ຍືນຍົງຕະຫຼອດການ.