ໜ້າຫຼັກ / ການເຄື່ອນໄຫວ / ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ແມວ ບາໂລ (Mel Barlow) ເອກອັກຄະລາຊະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ລາຊະອານາຈັກ ອັງກິດ ປະຈຳ ສປປ ລາວ

ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ແມວ ບາໂລ (Mel Barlow) ເອກອັກຄະລາຊະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ລາຊະອານາຈັກ ອັງກິດ ປະຈຳ ສປປ ລາວ

24 Apr 2026 | ກົມແຜນການ ແລະ ການຮ່ວມມືສາກົນ |

   ໃນຕອນບ່າຍຂອງ ວັນທີ 24 ເມສາ 2026 ທີ່ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ແມວ ບາໂລ (Mel Barlow) ເອກອັກຄະລາຊະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ລາຊະອານາຈັກ ອັງກິດ ປະຈຳ ສປປ ລາວ.
   ໃນການພົບປະຄັ້ງນີ້ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ສະແດງຄວາມຍິນຕ້ອນຮັບ ອັນອົບອຸ່ນມາຍັງທ່ານ ທູດ ທີ່ໄດ້ສະລະເວລາ ຮ່ວມປຶກສາຫາລື ກ່ຽວກັບ ການຍົກສູງວຽກງານທ່ອງທ່ຽວ ເນື່ອງຈາກວ່າເຫັນໄດ້ເຖິງການເພີ່ມຂື້ນຂອງ ຈຳນວນນັກທ່ອງທ່ຽວ ອັງກິດ ທີ່ເຂົ້າມາທ່ຽວລາວ ນັບມື້ນັບຫຼາຍຂື້ນ ສະແດງອອກ ໃນຕົວເລກສະຖິຕິນັກທ່ອງທ່ຽວ ປະຈຳປີ 2025 ມີຈໍານວນ 43,431 ເທື່ອຄົນ, ເຫັນວ່າມີທ່າອ່ຽງເພີ່ມຂື້ນ ຖ້າທຽບໃສ່ປີ 2024.
ກຸ່ມນັກທ່ອງທ່ຽວ ຈາກປະເທດອັງກິດ ສ່ວນໃຫຍ່ ແມ່ນ ກຸ່ມຜູ້ສູງອາຍຸ ທີ່ມີຄຸນນະພາບ ມັກການທ່ອງທ່ຽວ ແບບພັກຜ່ອນ ແລະ ທ່ຽວຊົມ ແຫຼ່ງທ່ອງທ່ຽວ ວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ຄຽງຄູ່ກັບກຸ່ມນັກທ່ອງທ່ຽວ ໄວໜຸ່ມຈຳນວນໜຶ່ງ ທີ່ສົນໃຈການທ່ອງທ່ຽວ ແບບຜະຈົນໄພ.
     ພ້ອມນີ້ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຍັງຍົກໃຫ້ເຫັນ ເຖິງຄວາມສຳຄັນ ຂອງວຽກງານທ່ອງທ່ຽວ ຊຶ່ງລັດຖະບານ ແຫ່ງ ສປປ ລາວ ຖືເອົາເປັນຂະແໜງເສດຖະກິດປາຍແຫຼມ ປະກອບສ່ວນຢ່າງສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຊຶ່ງວຽກງານທ່ອງທ່ຽວ ຂອງ ສປປ ລາວ ແມ່ນມີທ່າຂະຫຍາຍຕົວ ຢ່າງຕໍ່ເນື່ອງ. ເຖິງຢ່າງໃດກໍ່ດີ ຕໍ່ຄຳເຫັນດັ່ງກ່າວ ທ່ານ ແມວ ບາໂລ ເອກອັກຄະລາຊະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ລາຊະອານາຈັກ ອັງກິດ ປະຈຳ ສປປ ລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານ ລັດຖະມົນຕີ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ໃນການຕ້ອນຮັບຄັ້ງນີ້ ພ້ອມທັງຊົມເຊີຍຜົນສຳເລັດໃນວຽກງານທ່ອງທ່ຽວ ຂອງ ສປປ ລາວ ທີ່ມີການຂະຫຍາຍຕົວ ແລະ ພັດທະນາ ຢ່າງແຂງແຮງ ແລະ ໄດ້ຍ້ອງຍໍວ່າ ສປປ ລາວ ເປັນປະເທດ ທີ່ມີຄວາມອຸດົມສົມບູນ ແລະ ສວຍສົດງົດງາມ ທາງທຳມະຊາດ, ປະຫວັດສາດ ແລະ ຮີດຄອງປະເພນີທີ່ເປັນເອກະລັກ.
    ເຖິງຢ່າງໃດກໍ່ດີ ຄຽງຄູ່ກັບດ້ານຕັ້ງໜ້າ ກໍຍັງມີສິ່ງທ້າທາຍ ຫຼາຍດ້ານ ທີ່ທ່ານ ທູດ ໄດ້ສະແດງຄວາມເປັນຫ່ວງເປັນໄຍ ໂດຍສະເພາະ ການເຜີຍແຜ່ຂໍ້ມູນຂ່າວສານ ທີ່ຍັງບໍ່ທັນກວ້າງຂວາງ ຕິດພັນກັບມາດຕະຖານ ຄວາມປອດໄພ ຂອງການທ່ອງທ່ຽວ ທີ່ຍັງຕ້ອງໄດ້ເອົາໃຈໃສ່ ແກ້ໄຂ ເປັນຕົ້ນ ກິດຈະກຳການທ່ອງທ່ຽວ ທີ່ມີຄວາມສ່ຽງສູງ ຕໍ່ນັກທ່ອງທ່ຽວ ເວົ້າລວມ ເວົ້າສະເພາະ ແມ່ນ ນັກທ່ອງທ່ຽວ ປະເທດ ອັງກິດ ທີ່ຕ້ອງໄດ້ຮັບການຄຸ້ມຄອງທີ່ຮັດກຸມ ແນໃສ່ຮັບປະກັນດ້ານຄວາມປອດໄພເປັນສຳຄັນ. ຕໍ່ບັນຫາດັ່ງກ່າວ ທ່ານ ລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ການເປັນຫ່ວງເປັນໄຍ ແລະ ໄດ້ແຈ້ງໃຫ້ທ່ໄານ ທູດ ຊາບວ່າ ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ ຢ່າງໃກ້ຊິດ ໃນການຕິດຕາມ, ກວດກາ ແລະ ຊຸກຍູ້ ໃຫ້ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ສົມທົບກັບທຸກພາກສ່ວນກ່ຽວຂ້ອງ ເລັ່ງແກ້ໄຂບັນຫາ ຫລາຍດ້ານ ເປັນຕົ້ນ: ບັນຫາມົນລະຜິດທາງສຽງ, ບັນຫາຄວາມປອດໄພ ຂອງກິດຈະກຳ ແລະ ແຫຼ່ງທ່ອງທ່ຽວ ລວມທັງຄວາມປອດໄພທາງດ້ານເຄື່ອງດື່ມ ແລະ ອາຫານ ເພື່ອສ້າງຄວາມເຊື່ອໝັ້ນ ໃຫ້ແກ່ນັກທ່ອງທ່ຽວ ກໍຄືການຍົກສູງພາບພົດການທ່ອງທ່ຽວ ຂອງ ປະເທດລາວ ໃຫ້ຢູ່ໃນລະດັບດີ ສາມາດດຶງດູດນັກທ່ອງທ່ຽວ ຈາກທົ່ວທຸກມຸມໂລກ. ພ້ອມນັ້ນ ກໍຍັງໄດ້ເອົາໃຈໃສ່ເຜີຍແຜ່ຂໍ້ມູນຂ່າວສານ ທີ່ຕິດພັນກັບການທ່ອງທ່ຽວລາວ ອອກສູ່ສາກົນ ຜ່ານຫຼາຍຊ່ອງທາງ ລວມທັງ ສື່ສັງຄົມອອນລາຍ ເພື່ອໃຫ້ນັກທ່ອງທ່ຽວ ຮັບຮູ້, ເຂົ້າໃຈ ແລະ ກຽມຕົວໃນການມາທ່ອງທ່ຽວລາວ ຢ່າງໝັ້ນໃຈ ແລະ ມີສະຕິ ຫຼີກລ້ຽງພຶດຕິກຳການທ່ອງທ່ຽວ ທີ່ສ່ຽງ ຕໍ່ອຸບັດຕິເຫດ.
    ສະເພາະ ບັນດາຜູ້ປະກອບການ ດ້ານການທ່ອງທ່ຽວ ທີ່ດຳເນີນ ທຸລະກິດບໍ່ຖືກຕ້ອງຕາມລະບຽບການ ກໍໄດ້ມີ ການສັ່ງໂຈະກິດຈະການ ແລະ ດຳເນີນການປັບໃໝຕາມລະບຽບກົດໝາຍ.
ເພື່ອຮັບປະກັນ ໃຫ້ການທ່ອງທ່ຽວລາວ ມີຄຸນນະພາບ, ປອດໄພ ແລະ ຍືນຍົງ ໃນຕໍ່ໜ້າ ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ພາກລັດ, ຜູ້ປະກອບການທຸລະກິດ ແລະ ພະນັກງານນຳທ່ຽວ ລວມທັງການເຜີຍແຜ່ຂໍ້ມູນ ຢ່າງຖືກຕ້ອງ ໂດຍສະເໜີໃຫ້ທາງ ສະຖານທູດ ຊ່ວຍຊຸກຍູ້ ສະໜັບສະໜູນ ບັນດາກິດຈະກຳທີ່ກ່າວມາຂ້າງເທິງນັ້ນ ລວມທັງແຜນການຝຶກອົບຮົມໄລຍະສັ້ນ, ທຶນການສຶກສາໄລຍະຍາວ ແລະ ການຮ່ວມມືຕ່າງໆ ໃນຂະແໜງການທ່ອງທ່ຽວ.
ບກ, ພາບ: ຫ້ອງການກະຊວງ
ເນື້ອໃນຂ່າວ:ກົມແຜນການ ແລະ ການຮ່ວມມືສາກົນ

Share:

ຂ່າວຫຼ້າສຸດ

ວຽກງານວັດທະນະທໍາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານທູດ ສປ ຈີນ ແລະ ສູນວັດທະນະທຳຈີນ ປະຈຳ ລາວ ຈັດງານສະແດງສິລະປະ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ

  • 25 Apr 2026
  • ຫ້ອງການກະຊວງ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ...

ອ່ານເພີ່ມ

ວຽກງານເສນາ

ກອງປະຊຸມສະຫຼຸບວຽກງານວັດທະນາທໍາ ແລະ ການທ່ອງທ່ຽວທົ່ວປະເທດ ປະຈໍາປີ 2025 ແລະ ແຜນການປີ 2026

  • 06 Apr 2026
  • ຫ້ອງການກະຊວງ

ກອງປະຊຸມສະຫຼຸບວຽກງານວັດທະນາທໍາ...

ອ່ານເພີ່ມ

ວຽກງານເສນາ

ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງ ວທ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ກຣາຕາ ເອັນດາ ເວີຣດານິງຕຣຽສ໌ (Grata Endah Werdaningtyas) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈໍາ ສປປ ລາວ ໃນໂອກາດໝົດວາລະ ປະຈຳການ ຢູ່ທີ່ ສປປ ລາວ.

  • 26 Mar 2026
  • ຫ້ອງການກະຊວງ

   ທ່ານ ລັດຖະມົນຕີ...

ອ່ານເພີ່ມ

ວຽກງານເສນາ

ທ່ານ ນາງ ສວນສະຫວັນ ວິຍະເກດ​, ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ພ້ອມດ້ວຍຄະນະໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ໂຢເກສ໌ວາ ຊັງວານ (Yogeshwar Sangwan) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ອິນເດຍ ປະຈຳ ສປປ ລາວ.

  • 26 Mar 2026
  • ຫ້ອງການກະຊວງ

    ໃນວັນທີ 26 ກຸມພາ 2026 ທ່ານ ນາງ...

ອ່ານເພີ່ມ