ໜ້າຫຼັກ / ການເຄື່ອນໄຫວ / ລັດຖະມົນຕີກະຊວງ ຖວທ ຕ້ອນຮັບຜູ້ຕາງໜ້າ ຫ້ອງການ ອຸຍນີເຊບ ປະຈຳລາວ ເຂົ້າຢ້ຽມອຳລາ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບຜູ້ຕາງໜ້າ ຫ້ອງການ ອຸຍນີເຊບ ປະຈຳລາວ ເຂົ້າຢ້ຽມອຳລາ

25 Jun 2024 | ພາບ: ອ່າຍຄຳ |

   ຂປລ. ວັນທີ 25 ມິຖຸນາ 2024 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດລັດຖະມົນຕີກະ ຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ອໍາ​ລາ ຂອງ ທ່ານ ເພຍ ເຣເບນໂລ ບຣິດໂຕ ຜູ້ຕາງໜ້າຫ້ອງການ ອົງການອຸຍນີເຊບ ປະຈຳ ສປປ ລາວ, ທັງເປັນການ​ສະ​ເຫລີ​ມສະຫລອງ​ ສາຍ​ພົວພັນການ​ຮ່ວມ​ມື​​ ລະຫວ່າງ ອົງການອຸຍນີເຊບ ແລະ ກະຊວງ ຖວທ ໃນການສົ່ງເສີມສິດທິເດັກ ຜ່ານສື່ມວນຊົນ.

    ທ່ານ ເພຍ ເຣເບນໂລ ບຣິດໂຕ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ລັດຖະມົນຕີທີ່ ກະຊວງ ຖວທ ໄດ້ໃຫ້ການສະໜັບສະໜູນການເຄື່ອນໄຫວວຽກງານ ຂອງອົງການອຸຍນີເຊບ ຢ່າງຕໍ່ເນື່ອງໃນຕະຫລອດໄລຍະຫລາຍປີທີ່ຜ່ານມາ ​ເຊິ່ງລວມມີການສົ່ງເສີມ ການເປັນຢູ່ທີ່ດີຂອງແມ່ ແລະ ເດັກນ້ອຍ, ວຽກງານສື່ມວນຊົນ ແລະ ການມີສ່ວນຮ່ວມຂອງໄວໜຸ່ມການເຜີຍແຜ່ຂໍ້ມູນຂ່າວສ່ານດ້ານສາທາລະ ນະສຸກ ແລະ ຂໍ້ມູນອື່ນໆ ໂດຍຜ່ານການໂຄສະນາ ແລະ ກະຈາຍຂໍ້ມູນ-ຂ່າວສານ ໃຫ້ຊຸມຊົນຜ່ານຊ່ອງທາງສື່ຫລັກຄື: ວິທະຍຸໂທລະພາບ ແລະ ໂທລະໂຄ່ງຊຸມຊົນ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ.ນອກຈາກນີ້ໂຄງການ ສື່ໄວໜຸ່ມ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ກໍໄດ້ມີການສະເຫລີມສະ ຫລອງການຈັດຕັ້ງປະຕິບັດ, ຄົບຮອບ 20 ປີ ໃນບໍ່ດົນມານີ້ ແລະ ມີການຜະລິດລາຍການໂທລະພາບ ບ້ານຂອງຂ້ອຍ”ແລະ “ເຮືອນຂອງຂ້ອຍ” ສໍາລັບເດັກກ່ອນໄວຮຽນ.

  ພາຍໃຕ້ການສະໜັບສະໜູນຂອງ ອົງການອຸຍນິເຊັບ, ໃນໄລຍະການແພ່ລະບາດ ຂອງພະຍາດໂຄວິດ-19ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ໄດ້ມີບົດບາດສຳຄັນເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ໄປເຖິງຊຸມຊົນ ແລະ ໃຫ້ຂໍ້ມູນທີ່ສຳຄັນ ເພື່ອໃຫ້ເຂົາເຈົ້າສາມາດປ້ອງກັນ ການແພ່ລະບາດຂອງພະຍາດ ແລະ ປົກປ້ອງຊີວິດການເປັນຢູ່ໃຫ້ມີຄວາມປອດໄພ. ໃນບໍ່ດົນມານີ້, ​ກໍມີຂະບວນການໂຄສະນາຜ່ານສືຕ່າງໆ​ ກ່ຽວ​ກັບ​ພະຍາດ​ໝາກ​ແດງໃຫຍ່ ​ແລະ​ ພະຍາດໝາກແດງນ້ອຍ ເຮັດໃຫ້ປະຊາ ຊົນສາມາດເຂົ້າເຖິງ ແລະ ຮັບຮູ້ຂໍ້ມູນໄດ້ຢ່າງກວ້າງຂວາງ ເພື່ອຮັບການສັກຢາກັນພະຍາດດັ່ງກ່າວ ອັນ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຫລວງ​ຫລາຍ. ​ໃນອະນະຄົດອົງການອຸຍນີເຊບ ມີຄວາມໝາຍໝັ້ນໃນການ​າສືບ ຕໍ່ສະໜັບສະໜູນ​ໂຄງການ ເສີມຂະຫຍາຍຄວາມຮູ້ ທາງດ້ານດີຈິຕອນໃຫ້ກັບໄວໜຸ່ມ ແລະ ການນຳໃຊ້ສື່ ເພື່ອໂຄສະນາຄວາມສໍາຄັນຂອງການສັກວັກຊິນຄວາມຮຸນແຮງທາງເພດ ແລະ ພຶດຕິກຳທີ່ເປັນອັນຕະ ລາຍອື່ນໆ.

  ທ່ານ  ເພຍ ເຣເບນໂລ ບຣິດໂຕ ຍັງ​ໄດ້​ກ່າວ​ອີກວ່າ: ພວກເຮົາເຊື່ອວ່າ ສື່ມວນຊົນວັດທະນະທໍາ ແລະ ການທ່ອງທ່ຽວ ເປັນກຸນແຈສຳຄັນ ບໍ່ພຽງແຕ່ໃນການປົກປັກຮັກສາ ການເປັນຢູ່ທີ່ດີຂອງໄວໜຸ່ມ, ແຕ່ຍັງເປັນການເສີມສ້າງຊັບພະຍາກອນມະນຸດຂອງ ສປປ ລາວ ອີກດ້ວຍ.

​   ໂອກາດ​ນີ້, ທ່ານລັດຖະມົນຕີ ກະຊວງ ຖວທ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ນາງ ເພຍ ເຣເບນໂລ ບຣິດໂຕ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືທີ່ດີຕະຫລອດໄລຍະທີ່ຜ່ານມາພ້ອມທັງເຊື່ອໝັ້ນ​ວ່າ ການ​ຮ່ວມ​ມື​ລະ​ຫວ່າງກະຊວງ ຖວທ ແລະ ອົງການອຸຍນີເຊບ ຈະ​ສືບ​ຕໍ່​ໄດ້ຮັບ​ຜົນສຳເລັດອັນໃໝ່ ທີ່ຍິ່ງໃຫຍ່ກວ່າເກົ່າ ຕໍ່ກັບ​ເດັກ ແລະ ໄວ​ໜຸ່ມ​ໃນສ​ປ​ປລາວ.

Share:

ຂ່າວຫຼ້າສຸດ

ອົງການຈັດຕັ້ງມະຫາຊົນ

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈັດຝືກອົບຮົມ ທັກສະການເປັນຜູ້ນໍາ ແລະ ການເວົ້າເທິງເວທີ ໃຫ້ແມ່ຍິງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ

  • 29 Aug 2024
  • ຫ້ອງການກະຊວງ

ໃນວັນທີ 29 ສິງຫາ 2024 ກະຊວງຖະແຫຼງຂ່າວ,...

ອ່ານເພີ່ມ

ອົງການຈັດຕັ້ງມະຫາຊົນ

ແມ່ຍິງ​ ​ຖວທ​ ຈັດກອງປະຊຸມທາບທາມບຸກຄະລາກອນຮອບທີ 2

  • 21 Aug 2024
  • ຂ່າວ: ກິດຕາ

   ຄະນະບໍລິຫານງານສະຫະພັນແມ່ຍິງ...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ເຜີຍແຜ່ຂໍ້ຕົກລົງນາຍົກລັດຖະມົນຕີ ວ່າດ້ວຍການສໍາລະສະສາງລົດຂອງລັດ

  • 21 Aug 2024
  • ຂ່າວ: ກິດຕາ

    ຂປລ. ກະຊວງຖະແຫລງຂ່າວ,...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ຍົກລະດັບທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ II

  • 19 Aug 2024
  • ຂ່າວ: ວຽງສະຫວັນ

   ພິທີເປີດຊຸດຮຽນ...

ອ່ານເພີ່ມ