ໜ້າຫຼັກ / ການເຄື່ອນໄຫວ / ກະຊວງ ຖວທ ເຜີຍແຜ່ຂໍ້ຕົກລົງນາຍົກລັດຖະມົນຕີ ວ່າດ້ວຍການສໍາລະສະສາງລົດຂອງລັດ

ກະຊວງ ຖວທ ເຜີຍແຜ່ຂໍ້ຕົກລົງນາຍົກລັດຖະມົນຕີ ວ່າດ້ວຍການສໍາລະສະສາງລົດຂອງລັດ

21 Aug 2024 | ຂ່າວ: ກິດຕາ |

    ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມເຜີຍແຜ່ ແນະນໍາການຈັດຕັ້ງປະຕິບັດ ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການສະສາງ ລົດຂອງລັດ ສະບັບ ເລກທີ 169/ນຍ, ລົງວັນທີ 28 ທັນວາ 2023 ແລະ ແຈ້ງການຂອງກະຊວງການເງິນ ສະບັບ ເລກທີ 0589/ກງ, ລົງວັນທີ 15 ກຸມພາ 2024 ໃນວັນທີ 21 ສິງຫາ 2024 ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໂພສີ ແກ້ວມະນີວົງ ລັດຖະມົນຕີກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ​ແລະ ທ່ອງ​ທ່ຽວ, ມີບັນດາຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຈາກຫ້ອງວ່າການ ສໍານັກງານນາຍົກ ລັດ ຖະມົນຕີ, ກະຊວງການເງິນ, ອະດີດການນໍາ, ພະນັກງານອາວຸໂສບໍານານ ຂອງກະຊວງ ຖວທ ເຂົ້າຮ່ວມ.

    ຂໍ້ຕົກລົງວ່າດ້ວຍການສະສາງລົດຂອງລັດ ໄດ້ກໍານົດຫລັກການ, ເປົ້າໝາຍ, ເງື່ອນໄຂ, ຂັ້ນຕອນການສະສາງ, ການຖອນຄືນລົດຂອງລັດ ໂດຍມີຈຸດປະສົງ ເພື່ອເປັນບ່ອນອີງ ໃຫ້ບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ແນ່ໃສ່ຫັນກໍາມະສິດລົດຂອງລັດ ທີ່ພະນັກງານໄດ້ນໍາໃຊ້ໃນປັດຈຸບັນ ໃຫ້ຂາດຕົວ, ແກ້ໄຂບັນຫາບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ຊຶ່ງບໍ່ນອນ ໃນການຈັດຕັ້ງຂອງລັດແຕ່ນໍາໃຊ້ລົດຂອງລັດ. ໃນການສະສາງ ແລະ ຖອນຄືນ ປະຕິບັດຕາມຫລັກການ ຕ້ອງສອດຄ່ອງກັບນະໂຍບາຍ, ກົດໝາຍ ແລະ ລະບຽບການ; ຖືກຕ້ອງຕາມເປົ້າໝາຍ ແລະ ມີຄວາມໂປ່ງໃສ ສາມາດກວດສອບໄດ້; ຮັບປະກັນຫັນກໍາມະສິດຢ່າງຂາດຕົວ; ເງິນທີ່ໄດ້ຈາກການສະສາງ ໃຫ້ມອບເງິນເຂົ້າງົບປະມານແຫ່ງລັດຢ່າງຄົບຖ້ວນ. ລົດຂອງລັດ ທີ່ພະນັກງານ ບໍານານ ໄດ້ເອົາໄປນໍາໃຊ້ໃນເວລາເຂົ້າຮັບອຸດໜູນບໍານານ ກ່ອນຂໍ້ຕົກລົງສະບັບນີ້ ໃນນັ້ນ, ລົດຂອງລັດທີ່ນອນໃນເປົ້າໝາຍ ການສະສາງ ແມ່ນລົດບໍລິຫານ (ປ້າຍສີຟ້າ) ແມ່ນລົດຂອງລັດ ທີ່ພະນັກງານປະຈໍາການ ທີ່ເຄີຍໄດ້ນໍາໃຊ້ມາແລ້ວ ກ່ອນຂໍ້ຕົກລົງສະບັບນີ້ ລົດໃຫຍ່ທີ່ມີອາຍຸການນໍາໃຊ້ 10 ປີຂຶ້ນໄປ, ລົດຈັກທີ່ມີອາຍຸການນໍາໃຊ້ 5 ປີຂຶ້ນໄປ ແລະ ທາງການຈັດຕັ້ງທີ່ກ່ຽວຂ້ອງ ບໍ່ມີແຜນການນໍາໃຊ້ແລ້ວ; ລົດຂອງລັດທີ່ບຸກຄົນ,  ນິຕິບຸກຄົນ ຫລື ການຈັດຕັ້ງ ເຊິ່ງບໍ່ນອນໃນການຈັດຕັ້ງຂອງລັດ ແຕ່ນໍາໃຊ້ລົດຂອງລັດ; ລົດຂອງບຸກຄົນທີ່ນໍາໃຊ້ເງິນສ່ວນຕົວຊື້ ຫລື ສົມທົບ ກັບງົບປະມານຂອງລັດຊື້ ໂດຍນໍາໃຊ້ທະບຽນລົດບໍລິຫານ. ສ່ວນການຊໍາລະເງິນຜູ້ທີ່ໄດ້ມີເງື່ອນໄຂ ໃນການຊື້ລົດຂອງລັດ ແມ່ນຕ້ອງຊໍາລະເງິນເຂົ້າ ງົບປະມານແຫ່ງລັດ ບໍ່ເກີນ 3 ເດືອນ ຫລັງຈາກໄດ້ຮັບການຕົກລົງ, ມູນຄ່າໃນການຊໍາລະເງິນໃຫ້ລັດ ແມ່ນກໍານົດຕາມໄລຍະເຂົ້າການປະຕິບັດຂອງຜູ້ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດຮັບໃຊ້ການ ປະຕິວັດຊາດ ປະຊາທິປະໄຕ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍກໍານົດເປັນໄລຍະຄື: ໄລຍະທີ 1 ແມ່ນຜູ້ເຂົ້າການປະຕິວັດແຕ່ປີ 1974 ຄືນຫລັງ ແມ່ນໃຫ້ຊໍາລະ 60% ຂອງມູນຄ່າ ລົດທີ່ຍັງເຫລືອ; ໄລຍະທີ 2 ຜູ້ເຂົ້າສັງກັດລັດແຕ່ປີ 1975 ຫາ 1985 ແມ່ນໃຫ້ຊໍາລະ 70% ຂອງມູນຄ່າລົດທີ່ຍັງເຫລືອ; ໄລຍະທີ 3 ແຕ່ປີ 1986 ຫາ 1995 ແມ່ນໃຫ້ຊໍາລະ 80%; ໄລຍະທີ 4 ແຕ່ປີ 1996 ຫາ 2014 ແມ່ນຊໍາລະ 90%; ກໍລະນີບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ຊຶ່ງບໍ່ນອນໃນການຈັດຕັ້ງຂອງລັດ ທີ່ນໍາໃຊ້ລົດຂອງລັດແມ່ນຊໍາລະ 100% ຂອງມູນຄ່າ ລົດທີ່ຍັງເຫລືອ.

ຂ່າວ-ພາບ: ຂັນໄຊ

Share:

ຂ່າວຫຼ້າສຸດ

ວຽກງານຖະແຫຼງຂ່າວ

ຮອງລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບ ຄະນະຜູ້ແທນສະມາຄົມນັກຂ່າວຫວຽດນາມ

  • 11 Sep 2024
  • ທະນູທອງ

     ຂປລ. ໃນວັນທີ 11 ກັນຍາ 2024 ນີ້,...

ອ່ານເພີ່ມ

ອົງການຈັດຕັ້ງມະຫາຊົນ

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈັດຝືກອົບຮົມ ທັກສະການເປັນຜູ້ນໍາ ແລະ ການເວົ້າເທິງເວທີ ໃຫ້ແມ່ຍິງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ

  • 29 Aug 2024
  • ຫ້ອງການກະຊວງ

ໃນວັນທີ 29 ສິງຫາ 2024 ກະຊວງຖະແຫຼງຂ່າວ,...

ອ່ານເພີ່ມ

ອົງການຈັດຕັ້ງມະຫາຊົນ

ແມ່ຍິງ​ ​ຖວທ​ ຈັດກອງປະຊຸມທາບທາມບຸກຄະລາກອນຮອບທີ 2

  • 21 Aug 2024
  • ຂ່າວ: ກິດຕາ

   ຄະນະບໍລິຫານງານສະຫະພັນແມ່ຍິງ...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ຍົກລະດັບທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ II

  • 19 Aug 2024
  • ຂ່າວ: ວຽງສະຫວັນ

   ພິທີເປີດຊຸດຮຽນ...

ອ່ານເພີ່ມ