ໜ້າຫຼັກ / ການເຄື່ອນໄຫວ / ແມ່ຍິງ​ ​ຖວທ​ ຈັດກອງປະຊຸມທາບທາມບຸກຄະລາກອນຮອບທີ 2

ແມ່ຍິງ​ ​ຖວທ​ ຈັດກອງປະຊຸມທາບທາມບຸກຄະລາກອນຮອບທີ 2

21 Aug 2024 | ຂ່າວ: ກິດຕາ |

   ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮອບທີ 2 ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ IX ຂອງສະຫະພັນແມ່ຍິງກະຊວງ ຖວທ ຂຶ້ນໃນວັນທີ 20 ສິງຫານີ້ ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງ ຖວທ ຜູ້ຊີ້ນໍາວຽກງານມະຫາຊົນ ກະຊວງ ຖວທ, ມີບັນດາປະທານ-ຮອງປະທານຄະບໍລິຫານງານສະຫະພັນແມ່ຍິງ ຖວທ, ພ້ອມດ້ວຍບັນດາສະມາຊິກສະຫະພັນແມ່ຍິງອ້ອມຂ້າງ ເຂົ້າຮ່ວມ.

   ສະຫາຍ ນາງ ວຽງທອງ ພິມພະຈັນ ຮອງປະທານ ຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງ ຖວທ ໄດ້ຂຶ້ນຜ່ານ ຮ່າງບົດລາຍງານການເມືອງ ວ່າ: ສະຫະພັນແມ່ຍິງກະຊວງ ຖວທ ແມ່ນອົງການຈັດຕັ້ງມະຫາຊົນໜຶ່ງໃນລະບົບການເມືອງຂອງກະຊວງ ຖວທ, ມີລະບົບສາຍໃຍການຈັດຕັ້ງ ແຕ່ລະຂັ້ນຮາກຖານ ກົມ, ກອງ, ສະຖາບັນ, ໂຮງຮຽນ ແລະ ວິສາຫະກິດ ທີ່ຢູ່ພາຍໃຕ້ການຊີ້ນຳ-ນຳພາ ໂດຍກົງຮອບດ້ານຂອງອົງຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ.

   ສະຫະພັນແມ່ຍິງກະຊວງ ຖວທ ໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດໃຫ້ສະມາຊິກ ແລະ ພະນັກງານເພດຍິງໃນຂະແໜງການ ໂດຍປະຕິບັດ ຕາມລະບອບການຮ່ວມຊີວິດສ່ອງແສງຈາກບັນດາໜ່ວຍຢ່າງເປັນປົກກະຕິ ເພື່ອໃຫ້ສະມາຊິກ-ພະນັກງານເພດຍິງ ມີນໍ້າໃຈຮັກຊາດ, ມີຄຸນສົມບັນສິນທຳປະຕິວັດ, ຮັກສາຄຸນນະລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ ແລະ ປະຕິບັດວຽກງານຢ່າງມີຄວາມຮັບຜິດຊອບສູງ, ຊຸກຍູ້ໃຫ້ໄດ້ເຂົ້າຮ່ວມທຸກຂະບວນການເຊື່ອມຊຶມຈາກອົງການຈັດຕັ້ງຂັ້ນເທິງຈັດຂຶ້ນເປັນຕົ້ນເຂົ້າຮ່ວມຮັບຟັງການເຜີຍແຜ່, ເຊື່ອມຊຶມມະຕິ, ຄໍາສັ່ງ ແລະ ເອກະສານສໍາຄັນຕ່າງໆຂອງພັກ, ຂອງລັດ ມີ 8 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 14.000 ຄົນ ຍິງ 5.800 ຄົນ, ຊາຍ 8.200 ຄົນ, ເພດຍິງກວມ 81% ຂອງຜູ້ເຂົ້າຮ່ວມ;

  ສະຫະພັນແມ່ຍິງໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມເອກະສານມູນເຊື້ອປະຫວັດສາດຂອງຊາດ, ຂອງພັກ, ມູນເຊື້ອວັດທະ ນະທໍາອັນດີງາມຂອງຊາດ, ຂອງແມ່ຍິງລາວ, ລັດຖະທໍາມະນູນ, ກົດໝາຍ, ກົດລະບຽບສະຫະພັນແມ່ຍິງ, ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ແນວທາງການຕ່າງ ປະເທດ, ວຽກງານເສດຖະກິດ-ສັງຄົມ, ບັນດາສົນທິສັນຍາສາກົນ ທີ່ພົວພັນເຖິງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກ, ນິຕິກໍາ ແລະ ເອກະສານສໍາຄັນອື່ນໆ ໄດ້ 5 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 4.250 ຄົນ ຍິງ 3.975 ຄົນ, ຊາຍ 275 ຄົນ, ສະເລ່ຍແມ່ນໄດ້ 16 % (ຖ້າທຽບໃສ່ຄາດໝາຍໃນມະຕິ VIII); ແມ່ຍິງຂົງເຂດຖະແຫຼງຂ່າວໄດ້ໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານ ເນື່ອງໃນໂອກາດວັນສໍາຄັນຕ່າງໆຂອງພັກ-ລັດ ຜ່ານທາງວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ, ໜັງສືພິມ ແລະ ສື່ອອນລາຍ. ຜ່ານການສຶກສາອົບຮົມການເມືອງ-ແນວຄິດ ດ້ວຍຫຼາຍວິທີເຮັດໃຫ້ສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວ ມີຄວາມຮັບຮູ້, ເຂົ້າໃຈຕໍ່ແນວທາງການປ່ຽນແປງໃໝ່ຢ່າງຮອບດ້ານຂອງພັກ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີສະຕິເປັນເຈົ້າຕົນເອງປະກອບສ່ວນເຂົ້າໃນພາລະກິດພັດທະນາ ແລະ ສ້າງສາປະເທດຊາດ ຊຶ່ງມີຫຼາຍສະຫາຍ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຂັ້ນເທິງ ມອບໝາຍໜ້າທີ່ ແລະ ຄວາມຮັບຜິດຊອບສໍາຄັນ ໃຫ້ແມ່ຍິງເປັນຜູ້ຊີ້ນໍາ-ນໍາພາ.

    ທົ່ວກະຊວງ ຖວທ ມີຈໍານວນສະມາຊິກສະຫະພັນແມ່ຍິງ ທັງໝົດ 719 ຄົນ, ມີ 6 ຮາກຖານ 23 ໜ່ວຍຂຶ້ນກັບ, ມີໜ່ວຍເອກະລາດ 21 ໜ່ວຍ ລວມທັງໝົດມີ 44 ໜ່ວຍ ຈາກ 21 ພາກສ່ວນ. ລະບົບການຈັດຕັ້ງສະຫະພັນແມ່ຍິງກະຊວງ ຖວທ ມີ 3 ຂັ້ນຄື: ມີຄະນະບໍລິຫານຂັ້ນກະຊວງ, ຂັ້ນຮາກຖານ ແລະ ຂັ້ນໜ່ວຍ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຮັບຟັງ ບົດສຳຫຼວດການນໍາພາຂອງຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຖວທ ສະໄໝ ທີVIII ແລະ ຮັບຟັງມາດຕະຖານຂອງປະທານ-ຮອງປະທານ ແລະ ຄະນະບໍລິຫານສະຫະພັນແມ່ຍິງກະຊວງ, ອົງການ, ນະຄອນຫຼວງວຽງຈັນ, ແຂວງ; ຮັບຟັງການແນະນໍາວິທີການໃຫ້ຄະແນນທາບທາມບຸກຄະລາກອນລົງສະໝັກເລືອກຕັ້ງ. ໃນໂອກາດນີ້, ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມດັ່ງກ່າວ.

(ຂ່າວ-ພາບ: ວັນເພັງ)

Share:

ຂ່າວຫຼ້າສຸດ

ວຽກງານຖະແຫຼງຂ່າວ

ຮອງລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບ ຄະນະຜູ້ແທນສະມາຄົມນັກຂ່າວຫວຽດນາມ

  • 11 Sep 2024
  • ທະນູທອງ

     ຂປລ. ໃນວັນທີ 11 ກັນຍາ 2024 ນີ້,...

ອ່ານເພີ່ມ

ອົງການຈັດຕັ້ງມະຫາຊົນ

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈັດຝືກອົບຮົມ ທັກສະການເປັນຜູ້ນໍາ ແລະ ການເວົ້າເທິງເວທີ ໃຫ້ແມ່ຍິງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ

  • 29 Aug 2024
  • ຫ້ອງການກະຊວງ

ໃນວັນທີ 29 ສິງຫາ 2024 ກະຊວງຖະແຫຼງຂ່າວ,...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ເຜີຍແຜ່ຂໍ້ຕົກລົງນາຍົກລັດຖະມົນຕີ ວ່າດ້ວຍການສໍາລະສະສາງລົດຂອງລັດ

  • 21 Aug 2024
  • ຂ່າວ: ກິດຕາ

    ຂປລ. ກະຊວງຖະແຫລງຂ່າວ,...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ຍົກລະດັບທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ II

  • 19 Aug 2024
  • ຂ່າວ: ວຽງສະຫວັນ

   ພິທີເປີດຊຸດຮຽນ...

ອ່ານເພີ່ມ