ໜ້າຫຼັກ / ການເຄື່ອນໄຫວ / ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຂົ້າຮ່ວມ ແລະ ເປີດງານບຸນລາວ ຄັ້ງທີ 12 ປະຈໍາປີ 2024 ທີ່ປະເທດຢີ່ປຸ່ນ

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຂົ້າຮ່ວມ ແລະ ເປີດງານບຸນລາວ ຄັ້ງທີ 12 ປະຈໍາປີ 2024 ທີ່ປະເທດຢີ່ປຸ່ນ

27 May 2024 | ຂ່າວ: ທະນູທອງ |

  ຂປລ. ພິທີເປີດບຸນລາວ ຄັ້ງທີ 12 ປະຈໍາປີ 2024 ຈັດຂຶ້ນໃນວັນທີ 25 ພຶດສະພາ 2024 ທີ່ນະຄອນໂຕກຽວ ປະເທດຢີ່ປຸ່ນ ໂດຍເປັນກຽດເຂົ້າຮ່ວມ ແລະ ເປີດງານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີ ທ່ານ ນາງ ຊຶຈິຍະ ຊິນາໂກະ ລັດຖະມີຕີກະຊວງ ໂຍທາທິການ, ປະທານສະມາຄົມມິດຕະພາບລັດຖະສະພາຍີ່ປຸ່ນ-ລາວ, ທ່ານ ມາຊາຮິໂຣ ໂກມຸຣາ ຮອງລັດຖະມົນຕີລັດຖະສະພາ ກະຊວງການຕ່າງປະເທດ ຍີ່ປຸ່ນ, ທ່ານ ນາງ ຟອງສະໝຸດ ອັນລາວັນ ເອກອັກຄະລັດຖະທູດຜູ້ມີ ອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາລະ ນະລັດຍີ່ປຸ່ນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
   ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ມີຄຳເຫັນກ່າວເປີດງານວ່າ: ໃນການຈັດບຸນລາວ ຄັ້ງທີ 12 ປະຈຳປີ 2024 ນີ້, ເປັນການເຜີຍແຜ່ທາງວັດທະນະທຳຂອງລາວ ໃຫ້ຊາວຍີ່ປຸ່ນໄດ້ຮັບຮູ້ຢ່າງກວ້າງຂວາງ ໂດຍສະເພາະ ແມ່ນຊາວນະຄອນຫລວງໂຕກຽວ, ທັງເປັນກິດຈະກຳໜຶ່ງທີ່ປະກອບສ່ວນສຳຄັນໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ລາວ-ຍີ່ປຸ່ນ ກໍຄື ການເປັນຄູ່ຮ່ວມມືດ້ານຍຸດທະສາດທີ່ມີຄວາມສະໜິດແໜ້ນ, ພ້ອມທັງສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນສອງຊາດລາວ-ຢີ່ປຸ່ນ ທີ່ມີສາຍພົວພັນມິດຕະພາບຢ່າງສະໜິດແໜ້ນ ແລະ ການຮ່ວມມືທີ່ເປັນມູນເຊື້ອມາແຕ່ດົນນານ. ພ້ອມນີ້, ຍັງເປັນອີກໜຶ່ງກິດ ຈະກຳໃນການສົ່ງເສີມປີທ່ອງທ່ຽວລາວ 2024 ອີກດ້ວຍ. ໃນປີ 2025 ທີ່ຈະມາເຖິງນີ້, ກໍຈະເປັນປີໜຶ່ງ ທີ່ສໍາຄັນລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານຍີ່ປຸ່ນ ຈະສະເຫລີມສະຫລອງ ການສ້າງຕັ້ງສາຍພົວພັນທາງການທູດລາວ-ຍີ່ປຸ່ນ ຄົບຮອບ 70 ປີ (05 ມີນາ 1955-05 ມີນາ 2025) ແລະ 10 ປີແຫ່ງການເປັນຄູ່ຮ່ວມມືຍຸດທະສາດຮ່ວມກັນ.
   ສປປ ລາວ ມີ 50 ຊົນເຜົ່າທີ່ມີວັດທະນະທໍາ, ຮີດຄອງປະເພນີ, ຂະນົບທຳນຽມອັນດີງາມ, ມີຄວາມສາມັກຄີປອງດອງກັນເປັນຢ່າງດີ ໃນການດຳລົງຊີວິດຮ່ວມກັນຢ່າງສະຫງົບ ຂອງແຕ່ຊົນເຜົ່າທີ່ແຕກຕ່າງກັນ ແລະ ຍັງມີທຳມະຊາດທີ່ສວຍສົດງົດງາມອຸດົມສົມບູນ, ມີປູສະນີຍະສະຖານ ແລະ ແຫລ່ງທ່ອງທ່ຽວຕ່າງໆທີ່ໜ້າສົນໃຈຫລາຍແຫ່ງ ຄື: ເມືອງມໍລະດົກໂລກຫລວງພະບາງ, ມໍລະດົກໂລກວັດພູຈຳປາສັກ ທີ່ມີຄວາມບູຮານເກົ່າແກ່ ແລະ ທົ່ງໄຫຫີນມໍລະດົກໂລກ ແຂວງຊຽງຂວາງ.
ໃນປີ 2023 ຜ່ານມາ, ມີນັກທ່ອງທ່ຽວຍີ່ປຸ່ນ ເດີນທາງໄປທ່ອງທ່ຽວ ສປປ ລາວ ທັງໝົດ 24.824 ເທື່ອຄົນ ແລະ ໃນ 3 ເດືອນຕົ້ນປີ 2024 ນີ້, ຈໍານວນນັກທ່ອງທ່ຽວຍີ່ປຸ່ນເຂົ້າມາທ່ອງທ່ຽວ ສປປ ລາວ 9.381 ເທື່ອຄົນ ເທົ່າກັບ 5% ຖ້າທຽບໃສ່ໃນໄລຍະດຽວກັນຂອງປີ 2023 ມີນັກທ່ອງທ່ຽວ 6.044 ເທື່ອຄົນ.
  ໃນໂອກາດເປີດບຸນລາວ ຄັ້ງທີ 12 ປະຈໍາປີ 2024 ທີ່ນະຄອນຫລວງໂຕກຽວ ໃນຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ຈາກນັກສະແດງແຫ່ງຊາດລາວ ແລະ ຊີມອາ ຫານທີ່ເປັນເອກະລັກຂອງ ສປປ ລາວ ຕື່ມອີກ.

Share:

ຂ່າວຫຼ້າສຸດ

ອົງການຈັດຕັ້ງມະຫາຊົນ

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈັດຝືກອົບຮົມ ທັກສະການເປັນຜູ້ນໍາ ແລະ ການເວົ້າເທິງເວທີ ໃຫ້ແມ່ຍິງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ

  • 29 Aug 2024
  • ຫ້ອງການກະຊວງ

ໃນວັນທີ 29 ສິງຫາ 2024 ກະຊວງຖະແຫຼງຂ່າວ,...

ອ່ານເພີ່ມ

ອົງການຈັດຕັ້ງມະຫາຊົນ

ແມ່ຍິງ​ ​ຖວທ​ ຈັດກອງປະຊຸມທາບທາມບຸກຄະລາກອນຮອບທີ 2

  • 21 Aug 2024
  • ຂ່າວ: ກິດຕາ

   ຄະນະບໍລິຫານງານສະຫະພັນແມ່ຍິງ...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ເຜີຍແຜ່ຂໍ້ຕົກລົງນາຍົກລັດຖະມົນຕີ ວ່າດ້ວຍການສໍາລະສະສາງລົດຂອງລັດ

  • 21 Aug 2024
  • ຂ່າວ: ກິດຕາ

    ຂປລ. ກະຊວງຖະແຫລງຂ່າວ,...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ຍົກລະດັບທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ II

  • 19 Aug 2024
  • ຂ່າວ: ວຽງສະຫວັນ

   ພິທີເປີດຊຸດຮຽນ...

ອ່ານເພີ່ມ