ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຂົ້າຮ່ວມ ແລະ ເປີດງານບຸນລາວ ຄັ້ງທີ 12 ປະຈໍາປີ 2024 ທີ່ປະເທດຢີ່ປຸ່ນ
27 May 2024 | ຂ່າວ: ທະນູທອງ |
ຂປລ. ພິທີເປີດບຸນລາວ ຄັ້ງທີ 12 ປະຈໍາປີ 2024 ຈັດຂຶ້ນໃນວັນທີ 25 ພຶດສະພາ 2024 ທີ່ນະຄອນໂຕກຽວ ປະເທດຢີ່ປຸ່ນ ໂດຍເປັນກຽດເຂົ້າຮ່ວມ ແລະ ເປີດງານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີ ທ່ານ ນາງ ຊຶຈິຍະ ຊິນາໂກະ ລັດຖະມີຕີກະຊວງ ໂຍທາທິການ, ປະທານສະມາຄົມມິດຕະພາບລັດຖະສະພາຍີ່ປຸ່ນ-ລາວ, ທ່ານ ມາຊາຮິໂຣ ໂກມຸຣາ ຮອງລັດຖະມົນຕີລັດຖະສະພາ ກະຊວງການຕ່າງປະເທດ ຍີ່ປຸ່ນ, ທ່ານ ນາງ ຟອງສະໝຸດ ອັນລາວັນ ເອກອັກຄະລັດຖະທູດຜູ້ມີ
ອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາລະ ນະລັດຍີ່ປຸ່ນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ມີຄຳເຫັນກ່າວເປີດງານວ່າ: ໃນການຈັດບຸນລາວ ຄັ້ງທີ 12 ປະຈຳປີ 2024 ນີ້, ເປັນການເຜີຍແຜ່ທາງວັດທະນະທຳຂອງລາວ ໃຫ້ຊາວຍີ່ປຸ່ນໄດ້ຮັບຮູ້ຢ່າງກວ້າງຂວາງ ໂດຍສະເພາະ ແມ່ນຊາວນະຄອນຫລວງໂຕກຽວ, ທັງເປັນກິດຈະກຳໜຶ່ງທີ່ປະກອບສ່ວນສຳຄັນໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ລາວ-ຍີ່ປຸ່ນ ກໍຄື ການເປັນຄູ່ຮ່ວມມືດ້ານຍຸດທະສາດທີ່ມີຄວາມສະໜິດແໜ້ນ, ພ້ອມທັງສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນສອງຊາດລາວ-ຢີ່ປຸ່ນ ທີ່ມີສາຍພົວພັນມິດຕະພາບຢ່າງສະໜິດແໜ້ນ ແລະ ການຮ່ວມມືທີ່ເປັນມູນເຊື້ອມາແຕ່ດົນນານ. ພ້ອມນີ້, ຍັງເປັນອີກໜຶ່ງກິດ ຈະກຳໃນການສົ່ງເສີມປີທ່ອງທ່ຽວລາວ 2024 ອີກດ້ວຍ. ໃນປີ 2025 ທີ່ຈະມາເຖິງນີ້, ກໍຈະເປັນປີໜຶ່ງ ທີ່ສໍາຄັນລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານຍີ່ປຸ່ນ ຈະສະເຫລີມສະຫລອງ ການສ້າງຕັ້ງສາຍພົວພັນທາງການທູດລາວ-ຍີ່ປຸ່ນ ຄົບຮອບ 70 ປີ (05 ມີນາ 1955-05 ມີນາ 2025) ແລະ 10 ປີແຫ່ງການເປັນຄູ່ຮ່ວມມືຍຸດທະສາດຮ່ວມກັນ.
ສປປ ລາວ ມີ 50 ຊົນເຜົ່າທີ່ມີວັດທະນະທໍາ, ຮີດຄອງປະເພນີ, ຂະນົບທຳນຽມອັນດີງາມ, ມີຄວາມສາມັກຄີປອງດອງກັນເປັນຢ່າງດີ ໃນການດຳລົງຊີວິດຮ່ວມກັນຢ່າງສະຫງົບ ຂອງແຕ່ຊົນເຜົ່າທີ່ແຕກຕ່າງກັນ ແລະ ຍັງມີທຳມະຊາດທີ່ສວຍສົດງົດງາມອຸດົມສົມບູນ, ມີປູສະນີຍະສະຖານ ແລະ ແຫລ່ງທ່ອງທ່ຽວຕ່າງໆທີ່ໜ້າສົນໃຈຫລາຍແຫ່ງ ຄື: ເມືອງມໍລະດົກໂລກຫລວງພະບາງ, ມໍລະດົກໂລກວັດພູຈຳປາສັກ ທີ່ມີຄວາມບູຮານເກົ່າແກ່ ແລະ ທົ່ງໄຫຫີນມໍລະດົກໂລກ ແຂວງຊຽງຂວາງ.
ໃນປີ 2023 ຜ່ານມາ, ມີນັກທ່ອງທ່ຽວຍີ່ປຸ່ນ ເດີນທາງໄປທ່ອງທ່ຽວ ສປປ ລາວ ທັງໝົດ 24.824 ເທື່ອຄົນ ແລະ ໃນ 3 ເດືອນຕົ້ນປີ 2024 ນີ້, ຈໍານວນນັກທ່ອງທ່ຽວຍີ່ປຸ່ນເຂົ້າມາທ່ອງທ່ຽວ ສປປ ລາວ 9.381 ເທື່ອຄົນ ເທົ່າກັບ 5% ຖ້າທຽບໃສ່ໃນໄລຍະດຽວກັນຂອງປີ 2023 ມີນັກທ່ອງທ່ຽວ 6.044 ເທື່ອຄົນ.
ໃນໂອກາດເປີດບຸນລາວ ຄັ້ງທີ 12 ປະຈໍາປີ 2024 ທີ່ນະຄອນຫລວງໂຕກຽວ ໃນຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ຈາກນັກສະແດງແຫ່ງຊາດລາວ ແລະ ຊີມອາ ຫານທີ່ເປັນເອກະລັກຂອງ ສປປ ລາວ ຕື່ມອີກ.
Share: