ໜ້າຫຼັກ / ການເຄື່ອນໄຫວ / ຄະນະຊາວໜຸ່ມ ກະຊວງ ຖວທ ໄດ້ຮັບ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ

ຄະນະຊາວໜຸ່ມ ກະຊວງ ຖວທ ໄດ້ຮັບ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ

04 Jun 2025 | ຂ່າວ: ທະນູທອງ |

  ຂປລ. ພິທີມອບ-ຮັບ ທຸງໄຊນຳໜ້າຂະບວນການແຂ່ງຂັນ ບຸກໃຫ້ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດຂຶ້ນໃນວັນທີ ມິຖຸນາ 2025 ນີ້ຕາງໜ້າມອບໂດຍ ສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປ ລາວ ໂດຍມີ ສະຫາຍ ວັນສີ ກົວມົວ ກໍາມະການ ສຳຮອງສູນກາງພັກຮອງເລຂາຄະນະພັກຮອງລັດຖະມົນຕີກະຊວງ ຖວທມີບັນດາສະຫາຍເລຂາຮອງເລຂາກຳມະການໜ່ວຍຊາວໜຸ່ມຮາກຖານ ແລະ ຊາວໜຸ່ມທີ່ຂຶ້ນກັບ ຮາກຖານພ້ອມດ້ວຍສະມາຊິກຊາວໜຸ່ມ ອ້ອມຂ້າງ ກະຊວງ ຖວທ ເຂົ້າຮ່ວມ.

  ໂອກາດດັ່ງກ່າວສະຫາຍ ນາງ ສີວັນໄຊ ສີພັນຄຳ ຮອງເລຂາຄະນະບໍລິຫານການຊາວໜຸ່ມ ກະຊວງ ຖວທທັງເປັນຮອງຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ ໄດ້ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກ ນັບແຕ່​ປີ 2021-2024 ແລະ ທິດທາງແຜນການ ປີ 2025 ​ໂດຍ​ວຽກ​ງານ​ຂອງ​ຊາວ​ໜຸ່ມ​ ໄດ້​ຕິດ​ພັນ​​ກັບ​ວຽກງານ​ວິຊາ​ສະ​ເພາະຢ່າງ​ສະໜິດ​ແໜ້ນ ໄດ້ປະກອບສ່ວນ​ຢ່າງຫລວງຫລາຍ ເຂົ້າໃນວຽກງານວິຊາສະເພາະ ຂອງຂະແໜງການຂອງຕົນ ຢ່າງຫ້າວຫັນ ແລະ ມີຜົນສໍາເລັດສູງ. ຜ່ານການປະຕິບັດ ວຽກງານດ້ວຍ ຄວາມຕື່ນຕົວສະໝັກໃຈ ແລະ ມີຄວາມຮັບຜິດຊອບສູງ ເຮັດໃຫ້ການຈັດຕັ້ງບຸກຄົນໃນຖັນແຖວຊາວໜຸ່ມ ກາຍເປັນຕົວແບບຊາວໜຸ່ມ 4 ບຸກ ສັງກັດໃນກົມກອງ​ຕ່າງໆທົ່ວກະຊວງເຮັດໃຫ້ຊາວ​ໜຸ່ມມີຄວາມເຂັ້ມແຂງໜັກແໜ້ນມີຄວາມສາມັກຄີພາຍໃນແໜ້ນແຟ້ນມີແບບແຜນວິທີເຮັດວຽກ​ເປັນ​ຢ່າງ​ດີວ່ອງໄວ ແລະ ມີຄຸນນະພາບ. ຜ່ານການຈັດຕັ້ງປະຕິ ບັດຂໍ້ແຂ່ງຂັນ 4 ບຸກນັບແຕ່​ປີ 2021-2024 ທີ່ຜ່ານມາຄະນະຊາວໜຸ່ມກະຊວງ ຖວທ ສາມາດຈັດຕັ້ງປະຕິບັດບັນດາເນື້້ອໃນຈິດໃຈຂໍ້ແຂ່ງຂັນ 4 ບຸກ ໄດ້ຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດບຸກທະລຸ ໃນຫລາຍດ້ານ. ພ້ອມນີ້, ສະຫາຍ ນາງ ສີວັນໄຊ ສີພັນຄໍາ ຍັງໄດ້ຍົກໃຫ້ເຫັນ ຜົນງານການຈັດຕັ້ງປະຕິບັດ 9 ມາດຖານ 4 ບຸກ ຂອງຄະນະ ບໍລິຫານງານຊາວໜຸ່ມ ຕື່ມອີກ.

  ໂອກາດນີ້ສະຫາຍ ທອງລີ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການປະຕິບັດໜ້າທີ່ຂອງຄະນະບໍລິຫານງານຊາວໜຸ່ມກະຊວງ ຖວທ ທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ບັນດາເນື້້ອໃນ ຈິດໃຈຂໍ້ແຂ່ງຂັນ ບຸກຂອງກະຊວງຢ່າງຕັ້ງໜ້າສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການເຄື່ອນ ໄຫວວຽກງານວິຊາສະເພາະ ຂອງຄະນະບໍລິຫານ ການຊາວໜຸ່ມ ກະຊວງ ຖວທ ຍາດມາໄດ້ໃນໄລຍະຜ່ານມາທັງໄດ້ເນັ້ນໃຫ້ຄະນະນໍາ ກໍຄື ສະມາຊິກຊາວໜຸ່ມ ກະຊວງ ຖວທ ຕ້ອງກໍາໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບ ເນື້ອໃນຂໍ້ແຂ່ງຂັນ ບຸກຂອງຊາວໜຸ່ມຖືເປັນສໍາຄັນວຽກງານການສຶກສາອົບຮົມ ການເມືອງແນວຄິດໃຫ້ຊາວໜຸ່ມລາວ ກໍຄື ໃນຖັນແຖວລັດຖະກອນນັກຮຽນ-ນັກສຶກສາ ທີ່ສັງກັດກະຊວງພວກເຮົາ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງມີແບບແຜນວິທີຄົ້ນຄິດ ແລະ ປະຕິບັດໜ້າທີ່ວິຊາສະເພາະຢ່າງວິທະຍາສາດມີຄວາມກ້າວໜ້າຊອກຮູ້ຮຽນນໍາຄົນຮຸ່ນກ່ອນ ໃຫ້ມີນໍ້າໃຈຮັກຊາດຮັກລະບອບໃໝ່ມີມານະຈິດອົດທົນມີຄຸນສົມບັດສິນທໍາປະຕິວັດຢ່າງໜັກແໜ້ນ ໃຫ້ສົມເປັນສິນໄຊຍຸກໃໝ່ຢ່າງແທ້ຈິງ; ເອົາໃຈໃສ່ສືບຕໍ່ສູ້ຊົນບຸກບືນຝຶກຝົນຫລໍ່ ຫລອມຕົນເອງ ເສີມຂະຫຍາຍຮັກສາມູນເຊື້ອດຸໝັ່ນຂະຫຍັນພຽນເຄົານົບທໍານຽມຮີດຄອງປະເພນີອັນດີງາມຂອງຊາດພະຍາຍາມຊອກຫາຄວາມຮູ້ໃໝ່ໆ ເພື່ອພັດທະນາຄວາມຮູ້ ຄວາມສາມາດ ຂອງຕົນໃຫ້ສູງຂຶ້ນເລື້ອຍໆຮູ້ຈັກໝູນໃຊ້ຄວາມຮູ້ຄວາມສາມາດສະຕິປັນຍາ ແລະ ກໍາລັງວັງຊາຂອງຕົນ ໃຫ້ມີປະໂຫຍດສູງສຸດ ຕໍ່ວຽກງານລວມ ຂອງການພັດທະນາ ແລະ ສ້າງສາປະເທດຊາດເປັນແບບຢ່າງທີ່ດີນໍາໜ້າໃນການຄົ້ນ ຄວ້າ-ຮໍ່າຮຽນຍົກລະດັບຄວາມຮູ້ຄວາມສາມາດຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ເປັນຊາວໜຸ່ມທີ່ໜັກແໜ້ນ ສາມາດກາຍ ຜູ້ສືບທອດທີ່ດີ ຂອງຊາດໃນອະນາຄົດ; ເອົາໃຈໃສ່ການເຕົ້າໂຮມ ຄວາມສາມັກຄີຊາວໜຸ່ມລາວບັນດາເຜົ່າ ໃຫ້ເປັນປຶກແຜ່ນແໜ້ນໜາ ເພື່ອກາຍເປັນກໍາລັງແຮງສັງລວມ ທີ່ເຂັ້ມແຂງ ປະກອບສ່ວນເຂົ້າໃນ ວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມນັ້ນກໍຕ້ອງສະກັດກັ້ນຕ້ານການຫລິ້ນກິນຟູມເຟືອຍມົວເມົານໍາສິ່ງ ອະບາຍຍະມຸກສິ່ງເສບຕິດການພະນັນ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ກໍາລັງເປັນໄພຄຸກຄາມຊາວໜຸ່ມ; ເອົາໃຈໃສ່ປັບປຸງການຈັດຕັ້ງ ໃຫ້ໜັກແໜ້ນເຂັ້ມແຂງຊຸກຍູ້ຂະບວນການ ຂອງຊາວໜຸ່ມ ໃຫ້ກວ້າງຂວາງ ແລະ ມີຂະບວນຟົດຟື້ນເສີມຂະຫຍາຍບົດບາດ ປະຈັນບານຂອງຊາວໜຸ່ມເສີມສ້າງຫົວຄິດປະດິດສ້າງຂອງຄົນຮຸ່ນໜຸ່ມຍູ້ແຮງຂະບວນການຮັກຊາດ ແລະ ພັດທະນາໂດຍຕິດພັນກັບຂະບວນການແຂ່ງຂັນ ບຸກ ຂອງຊາວໜຸ່ມ ແລະ ດີ ຮູ້ ຂອງເຍົາວະຊົນທັນວາ ໃຫ້ເປັນຮູບປະທໍາຍິ່ງຂຶ້ນຊາວໜຸ່ມລາວຕ້ອງອາດຫານກ້າວຂຶ້ນໆ ໃຫ້ສົມກັບປະທານ ໄກສອນ ພົມວິຫານ ເຄີຍໄດ້ໃຫ້ສັນຍານາມຊາວໜຸ່ມໄວ້ວ່າ: ຊາວໜຸ່ມ ຈົ່ງເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພະຍຸລົມແດງ ຈົ່ງກາຍເປັນສິນ ໄຊແຫ່ງຍຸກສະໄໝ.

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບ ຜູ້ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ

  • 21 May 2025
  • ພາບ: ເກດສະໜາ

  ຂປລ....

ອ່ານເພີ່ມ

ວຽກງານເສນາ

ຄະນະຄຸ້ມຄອງເວັບໄຊ ກະຊວງ ຖວທ ຊຸກຍູ້ການສ້າງ ແລະ ພັດທະນາເວັບໄຊ ຖວທ ແຂວງບໍ່ແກ້ວ

  • 20 May 2025
  • ຂ່າວ: ບຸນຈັນ ມະນີໄຊ

  ຂປລ. ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ...

ອ່ານເພີ່ມ

ວຽກງານເສນາ

ຫາລືວຽກພົວພັນຮ່ວມມື ສອງຝ່າຍ ລາວ ແລະ ອິນເດຍ

  • 22 Apr 2025
  • ຂ່າວ-ພາບ: ກິດຕາ

    ຂປລ....

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ແລະ ທູດອີຢູ ຫາລືແຜນການຮ່ວມມືໃນຕໍ່ໜ້າ

  • 07 Mar 2025
  • ຂ່າວ-ພາບ: ທະນູທອງ

ຂປລ....

ອ່ານເພີ່ມ