ໜ້າຫຼັກ / ການເຄື່ອນໄຫວ / ກະຊວງ ຖວທ ແລະ ທູດອີຢູ ຫາລືແຜນການຮ່ວມມືໃນຕໍ່ໜ້າ

ກະຊວງ ຖວທ ແລະ ທູດອີຢູ ຫາລືແຜນການຮ່ວມມືໃນຕໍ່ໜ້າ

07 Mar 2025 | ຂ່າວ-ພາບ: ທະນູທອງ |

ຂປລ. ໃນວັນທີ 6 ມີນາ 2025 ນີ້ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Mark Gallagher ເອກອັກຄະລັດຖະທູດສະຫະພາບເອີຣົບ (ອີຢູ) ປະຈຳ ສປປ ລາວ ເພື່ອປຶກສາຫາລືກ່ຽວກັບການຮ່ວມມື ລະຫວ່າງ ກະຊວງ ຖວທ ແລະ ຫ້ອງການ ອີຢູ ປະຈຳ ລາວ ໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ.

ໃນໂອກາດນີ້ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານທູດອີ​ຢູ ທີ່ໄດ້ມາພົບປະແລກປ່ຽນ ແລະ ປຶກສາຫາລືກັນໃນຄັ້ງນີ້ພ້ອມທັງ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ອີຢູ ນັບແຕ່ສອງຝ່າຍໄດ້ສ້າງຕັ້ງ ສາຍພົວພັນການທູດນຳກັນ, ພ້ອມທັງຕີລາຄາສູງຕໍ່ການຊ່ວຍເຫລືອຂອງ ອີຢູ ແກ່ ສປປ ລາວ ໃນຫລາຍຂົງເຂດວຽກງານ ໂດຍສະເພາະ ວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍຄື ການຊ່ວຍເຫລືອເພື່ອຈັດກິດຈະກຳຕ່າງໆ ເປັນຕົ້ນ ກິດຈະກຳດ້ານສິລະປະ-ວັດທະນະທຳວຽກງານສື່ມວນຊົນວຽກງານມໍລະດົກ ແລະ ການທ່ອງທ່ຽວ ເຊິ່ງໄດ້ປະກອບສ່ວນສຳຄັນ ເຮັດໃຫ້ວຽກງານ ຂະແໜງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງ ສປປ ລາວ ໄດ້ຮັບການພັດທະນາທັງປະກອບສ່ວນ ເຮັດໃຫ້ເສດຖະກິດ-ສັງຄົມ ຂອງ ສປປ  ລາວ ເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆທັງເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມນີ້ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ຈະໄດ້ຮ່ວມເຮັດວຽກກັບທ່ານທູດ ສືບຕໍ່ປະຕິບັດບັນດາໂຄງການຊ່ວຍເຫລືອຂອງ ອີຢູ ໃນອະນາຄົດ ເພື່ອສ້າງບາດລ້ຽວໃໝ່ ໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ລາວ-ອີຢູ ກໍຄື ລະຫວ່າງກະຊວງ ຖວທ ແລະ ອີຢູ ໃຫ້ນັບມື້ນັບ ຂະຫຍາຍຕົວຂຶ້ນ ໄປເລື້ອຍໆ.

ທ່ານ Mark Gallagher ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ນາງ ສວນສະຫວັນ ວິຍະເກດ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້ພ້ອມທັງຢືນຢັນວ່າ ຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ລະ ຫວ່າງ ສອງຝ່າຍ ອີຢູ-ລາວ ກໍຄື ອີຢູ ແລະ ກະຊວງ ຖວທ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງໆ ຂຶ້ນໄປເລື້ອຍໆ, ພ້ອມທັງຢືນຢັນວ່ າຈະສືບຕໍ່ເປັນຂົ້ວຕໍ່ ໃຫ້ການສະໜັບສະໜູນ ຊ່ວຍ ເຫລືອວຽກງານຕ່າງໆຂອງກະຊວງ ຖວທ ໃຫ້ໄດ້ຮັບການພັດທະນາໃນອະນາຄົດ. ພ້ອມນີ້ທ່ານທູດ ຍັງໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ຜົນສຳເລັດຂອງ ສປປ ລາວ ໃນການເປັນປະທານອາຊຽນ ແລະ ຜົນສຳເລັດ ໃນການຈັດຕັ້ງປະຕິບັດ ວຽກງານດ້ານຕ່າງໆ ຂອງກະຊວງ ຖວທ ຕື່ມອີກ.

Share:

ຂ່າວຫຼ້າສຸດ

ອົງການຈັດຕັ້ງມະຫາຊົນ

ຄະນະຊາວໜຸ່ມ ກະຊວງ ຖວທ ໄດ້ຮັບ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ

  • 04 Jun 2025
  • ຂ່າວ: ທະນູທອງ

  ຂປລ. ພິທີມອບ-ຮັບ...

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບ ຜູ້ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ

  • 21 May 2025
  • ພາບ: ເກດສະໜາ

  ຂປລ....

ອ່ານເພີ່ມ

ວຽກງານເສນາ

ຄະນະຄຸ້ມຄອງເວັບໄຊ ກະຊວງ ຖວທ ຊຸກຍູ້ການສ້າງ ແລະ ພັດທະນາເວັບໄຊ ຖວທ ແຂວງບໍ່ແກ້ວ

  • 20 May 2025
  • ຂ່າວ: ບຸນຈັນ ມະນີໄຊ

  ຂປລ. ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ...

ອ່ານເພີ່ມ

ວຽກງານເສນາ

ຫາລືວຽກພົວພັນຮ່ວມມື ສອງຝ່າຍ ລາວ ແລະ ອິນເດຍ

  • 22 Apr 2025
  • ຂ່າວ-ພາບ: ກິດຕາ

    ຂປລ....

ອ່ານເພີ່ມ