ໜ້າຫຼັກ / ການເຄື່ອນໄຫວ / ຫາລືວຽກພົວພັນຮ່ວມມື ສອງຝ່າຍ ລາວ ແລະ ອິນເດຍ
ຂປລ. ຕອນບ່າຍຂອງວັນທີ 22 ເມສາ 2025 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຢເກສ໌ວາ ສັງວານ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ອິນເດຍ ປະຈຳລາວ ພ້ອມດ້ວຍຄະນະ ເພື່ອປຶກສາຫາລືກ່ຽວກັບວຽກງານການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ ອິນເດຍ ໃນໄລຍະຜ່ານມາ.
ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ໂຢເກສ໌ວາ ສັງວານ, ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ອິນເດຍ ຕະຫລອດ 69 ປີ ແຫ່ງການສ້າງສາຍພົວພັນ ການທູດຮ່ວມກັນ ຜ່ານມາ, ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫລືອຂອງ ລັດຖະບານອິນເດຍ ໃຫ້ແກ່ ສປປ ລາວ ໂດຍສະເພາະ ໂຄງການຮ່ວມມືລາວ-ອິນເດຍ ໃນການປົກປັກຮັກສາ ແລະ ບູລະນະສ້ອມແປງກຸ່ມຜາສາດຫີນວັດພູຈຳປາສັກ, ໂຄງການປົກປັກຮັກສາຕົ້ນໂພ, ປັບປຸງ ແລະ ພັດທະນາບໍລິເວນແທນໂພ ຢູ່ສະຖານທີ່ທ່ອງທ່ຽວພູສີ ແຂວງຫລວງພະບາງ, ການພັດທະນາຊັບພະຍາກອນມະນຸດ, ດ້ານການສຶກສາ, ສາທາລະນະສຸກ, ການສົ່ງເສີມການຄ້າ-ການລົງທຶນ, ການພັດທະນາຊົນນະບົດ ແລະ ຂະແໜງການອື່ນໆ ອັນເປັນການ ປະກອບສ່ວນອັນສໍາຄັນ ເຂົ້າໃນການສ້າງສາພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ.
ທ່ານ ໂຢເກສ໌ວາ ສັງວານ ກໍໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານ ນາງ ສວນສະຫວັນ ວິຍະເກດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສ ອິນເດຍ ແລະ ສປປ ລາວ ແລະ ໃຫ້ຄໍາໝັ້ນສັນຍາ ທີ່ຈະສືບຕໍ່ພົວພັນຮ່ວມມື ລະຫວ່າງ ສອງ ປະເທດ ໃຫ້ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສ້າງຄວາມສາມັກຄີມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດ ອິນເດຍ-ລາວ.