ໜ້າຫຼັກ / ການເຄື່ອນໄຫວ / ຄະນະຊີ້ນຳລະດັບຊາດ ເພື່ອຈັດປີທ່ອງທ່ຽວລາວ 2024 ໄດ້ຈັດກອງປະຊຸມປຶກສາຫາລືຫລາຍບັນຫາສຳຄັນ ເພື່ອກະກຽມໃຫ້ແກ່ການເປີດປີທ່ອງທ່ຽວລາວ 2024

ຄະນະຊີ້ນຳລະດັບຊາດ ເພື່ອຈັດປີທ່ອງທ່ຽວລາວ 2024 ໄດ້ຈັດກອງປະຊຸມປຶກສາຫາລືຫລາຍບັນຫາສຳຄັນ ເພື່ອກະກຽມໃຫ້ແກ່ການເປີດປີທ່ອງທ່ຽວລາວ 2024

22 Sep 2023 | ໜັງສືພິມລາວພັດທະນາ Laophattana News |

    ວັນທີ 22 ກັນຍາ 2023, ຄະນະຊີ້ນຳລະດັບຊາດ ເພື່ອຈັດປີທ່ອງທ່ຽວລາວ 2024 ໄດ້ຈັດກອງປະຊຸມປຶກສາຫາລືຫລາຍບັນຫາສຳຄັນ ເພື່ອກະກຽມໃຫ້ແກ່ການເປີດປີທ່ອງທ່ຽວລາວ 2024 ທີ່ຈະມາເຖິງນີ້, ເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ປະທານຄະນະຊີ້ນຳລະດັບຊາດ ເພື່ອຈັດປີທ່ອງທ່ຽວ 2024.
     ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ລາຍງານວ່າ: ຄວາມຄືບໜ້າການຈັດປີທ່ອງທ່ຽວລາວ 2024 ໂດຍສະເພາະແມ່ນການສ້າງຄຳຂວັນສຳລັບປີທ່ອງທ່ຽວ 2024 ເຊິ່ງກົມວິຊາການໄດ້ຄົ້ນຄວ້າ 2 ຄໍາຂວັນ ເພື່ອປຶກສາຫາລື ນໍາບັນດາພາກສ່ວນທີ່ກ່ຽວຂ້ອງຄື: ທ່ອງທ່ຽວລາວແບບຍືນຍົງ, ສຳຜັດທຳມະຊາດ, ວັດທະນະທຳທີ່ຫລາກຫລາຍ, ປະຫວັດສາດທີ່ຍາວນານ ດ້ວຍຄວາມສະບາຍໃຈ ແລະ ອົບອຸ່ນ; ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ເຊິ່ງໃນ 2 ຫົວຂໍ້ດັ່ງກ່າວ, ກົມວິຊາການ ໄດ້ຈັດກອງປະຊຸມປຶສາຫາລື ນຳບັນດາຫົວໜ່ວຍທຸລະກິດການທ່ອງທ່ຽວ, ອົງການຈັດຕັ້ງສາກົນ, ກົມກອງທີ່ກ່ຽວຂ້ອງ ແລະ ຄະນະນຳພາຍໃນກະຊວງ ຖວທ ໄດ້ຄັດເລືອກເອົາຫົວຂໍ້ທີ 2 ກໍຄື: “ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ”.
    ສຳລັບ ສັນຍາລັກ (Logo) ປີທ່ອງທ່ຽວລາວ 2024 ຄະນະວິຊາການ ໄດ້ຈັດກອງປະຊຸມປຶກກສາຫາລື ຮ່ວມກັບບັນດາກົມພາຍໃນກະຊວງ, ທຸລະກິດທ່ອງທ່ຽວ, ໂຮງເເຮມ, ຊ່ຽວຊານ ເເລະ ພາກສ່ວນກ່ຽວຂ້ອງ ໄດ້ປະກອບຄຳເຫັນໃສ່ໂລໂກ້ທ່ອງທ່ຽວ 2024 ໂດຍຕົກລົງເຫັນດີຄັດເລືອກເອົາຮູບແບບຊ້າງ ເປັນບູລິມະສິດທີ 1; ສ່ວນກິດຈະກຳປີທ່ອງທ່ຽວລາວ 2024, ກະຊວງ ຖວທ ໄດ້ສົມທົບບັນດາພະແນກ ຖວທ ນະຄອນຫລວງ ແລະ ແຂວງ ໃນທົ່ວປະເທດ ສັງລວມລາຍການກິດຈະກໍາປີທ່ອງທ່ຽວລາວ 2024 ໄດ້ທັງໝົດ 75 ກິດຈະກຳ ເຊິ່ງແບ່ງອອກເປັນ 2 ລະດັບ ຄື: ກິດຈະກຳລະດັບຊາດ 14 ກິດຈະກຳ ແລະ ລະດັບແຂວງ 61 ກິດຈະກຳ.
        ໂອກາດນີ້, ທ່ານ ຮອງນາຍົກ ກ່າວວ່າ: ການຈັດປີທ່ອງທ່ຽວ 2024 ຖືເປັນວຽກງານອັນສຳຄັນຍິ່ງ ເພື່ອກະຕຸກຊຸກຍູ້ການພັດທະນາ, ຄຸ້ມຄອງ, ໂຄສະນາ ແລະ ສົ່ງເສີມ ການທ່ອງທ່ຽວ ທັງສົ່ງເສີມສ້າງຜະລິດຕະພັນສະໜອງ ໃຫ້ກັບການທ່ອງທ່ຽວໃຫ້ມີຄວາມຫລາກຫລາຍຂຶ້ນ ແລະ ສ້າງມູນຄ່າເພີ່ມດ້ານຜະລິດຕະພັນພາຍໃນ, ຍົກລະດັບຄຸນນະພາບການບໍລິການ ເຂົ້າເຖິງກຸ່ມຕະຫລາດເປົ້າໝາຍ, ເຊື່ອມໂຍງກັບ ພາກພື້ນ ແລະ ສາກົນ; ສົ່ງເສີມກິດຈະກຳທາງດ້ານວັດທະນະທຳ, ບຸນປະເພນີ ເເລະ ເທດສະການຕ່າງໆ ຢູ່ສູນກາງ ເເລະ ທ້ອງຖິ່ນ ໂດຍການມີສ່ວນຮ່ວມຂອງທຸກພາກສ່ວນ; ສົ່ງເສີມການທ່ອງທ່ຽວພາຍໃນ ແລະ ດຶງດູດນັກທ່ອງທ່ຽວສາກົນ ເຂົ້າມາທ່ຽວລາວນັບມື້ນັບຫລາຍຂຶ້ນ ເເນໃສ່ສ້າງວຽກເຮັດງານທຳໃຫ້ເເກ່ສັງຄົມ ເເລະ ສ້າງລາຍຮັບເງິນຕາເຂົ້າສູ່ປະເທດ. ພ້ອມນີ້, ກໍຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ໂຄສະນາຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ແຂງແຮງ ກ່ຽວກັບການຕ້ານປະກົດການຫຍໍ້ທໍ້ໃນສັງຄົມທີ່ເປັນຫາງສຽງທີ່ບໍ່ດີໃນບັນດາປະເທດອາຊຽນທີ່ເຮັດໃຫ້ນັກທ່ອງຫລາຍປະເທດຢ້ານກົວຕໍ່ການເຂົ້າມາທ່ອງທ່ຽວພາຍໃນປະເທດລາວ ແລະ ໃຫ້ເອົາໃຈໃສ່ຕິດຕາມກວດກາທຸກກິດຈະກຳ ແລະ ວຽກງານໃນຂົງເຂດວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ດຳເນີນຢ່າງເຂັ້ມງວດຕໍ່ລະ ບຽບກົດໝາຍ.

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ຫາລືວຽກພົວພັນຮ່ວມມື ສອງຝ່າຍ ລາວ ແລະ ອິນເດຍ

  • 22 Apr 2025
  • ຂ່າວ-ພາບ: ກິດຕາ

    ຂປລ....

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ແລະ ທູດອີຢູ ຫາລືແຜນການຮ່ວມມືໃນຕໍ່ໜ້າ

  • 07 Mar 2025
  • ຂ່າວ-ພາບ: ທະນູທອງ

ຂປລ....

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບທູດສີລັງກາ ປະຈຳ ລາວ

  • 06 Mar 2025
  • ພາບ: ຂັນໄຊ

ຂປລ. ທ່ານ ນາງ ສວນສະຫວັນ ວິຍະເກດ...

ອ່ານເພີ່ມ

ວຽກງານເສນາ

ໃນວັນທີ 12 ກຸມພາ 2025 ຫ້ອງການກະຊວງ ຈັດຝຶກອົບຮົມລະບົບຫ້ອງການທັນສະໄໝ E-Office ໃຫ້ພະນັກງານຂັ້ນຫົວໜ້າກົມ, ຫົວໜ້າສະຖາບັນ, ຜູ້ອໍານວຍການ, ຮອງຫົວໜ້າກົມ, ຮອງຫົວໜ້າສະຖາບັນ, ຮອງຜູ້ອໍານວຍການບັນດາກົມ, ກອງ ພາຍໃນກະຊວງ ຖວທ

  • 12 Feb 2025
  • ສີສະຫວັນຢ່າ

 ໃນວັນທີ 12 ກຸມພາ 2025 ຫ້ອງການກະຊວງ...

ອ່ານເພີ່ມ