ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດງານເປີດໂຕມາດຕະຖານການທ່ອງທ່ຽວ ໃນ ສປປ ລາວ
15 Sep 2023 | laotourismstandards |
ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດງານເປີດໂຕມາດຕະຖານການທ່ອງທ່ຽວ ໃນ ສປປ ລາວ. ຊຶ່ງໄດ້ຮັບກຽດເປັນປະທານເປີດງານໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ນອກຈາກນີ້, ຍັງມີບັນດາທູດຕະນຸທູດຈາກປະເທດສະມາຊິກອາຊຽນ, ບັນດາພາກສ່ວນທີກ່ຽວຂ້ອງທັງພາກລັດ, ພາກທຸລະກິດ ແລະ ອົງການຈັດຕັ້ງສາກົນ ຈຳນວນ 100 ກວ່າທ່ານ.
ຈຸດປະສົງຂອງງານດັ່ງກ່າວແມ່ນເພື່ອເປີດໂຕມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ເພື່ອເປັນການໂຄສະນາ, ຊຸກຍູ້ ໃຫ້ທຸກພາກສ່ວນມາຮ່ວມກັນພັດທະນາ
ແລະ ສົ່ງເສີມການທ່ອງທ່ຽວລາວໃຫ້ມີຄຸນນະພາບ, ມີມາດຕະຖານທີ່ດີ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໄດ້ຢ່າງມີປະສິດທິພາບ.
ງານເປີດໂຕມາດຕະຖານການທ່ອງທ່ຽວ ໃນຄັ້ງນີ້ ຖືວ່າເປັນໂອກາດທີ່ດີ ແລະ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງທີ່ໄດ້ເປີດກວ້າງໃຫ້ພາກສ່ວນຕ່າງໆ ສາມາດເຂົ້າເຖິງຂໍ້ມູນ-ຂ່າວສານ ກ່ຽວກັບວຽກງານດັ່ງກ່າວໄດ້ຢ່າງສະດວກ, ວ່ອງໄວ ແລະ ສາມາດຍົກລະດັບຄຸນນະພາບການທ່ອງທ່ຽວຂອງຕົນໃຫ້ໄດ້ມາດຕະຖານແຫ່ງຊາດ, ມາດຕະຖານອາຊຽນ ແລະ ມາດຕະຖານສາກົນຕາມລຳດັບ.
Share: