ໃນວັນທີ 29 ກັນຍາ 2026 ທີ່ຜ່ານມາ, ທ່ານ ພະຂັນໄຊ ສີຄັນໄຊ, ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ນຳພາຄະນະຜູ້ແທນແຫ່ງສປປ ລາວ ເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີທ່ອງທ່ຽວ ອາຊຽນ ຄັ້ງທີ 2 (The Second ASEAN Tourism Ministers’ Retreat) ເຊິ່ງຈັດຂຶ້ນທີ່ນະຄອນ ຫຼວງມະນີລາ, ປະເທດຟີລິບປິນ. ກອງປະຊຸມຄັ້ງນີ້ຖືເປັນເວທີສຳຄັນໃນການປຶກສາຫາລືທາງດ້ານຍຸດທະສາດ ເພື່ອໃຫ້ບັນດາປະເທດສະມາຊິກອາຊຽນສາມາດຕອບສະໜອງ ແລະ ຮັບມືກັບສິ່ງທ້າທາຍກໍຄືກາລະ ໂອກາດໃໝ່ໆ ທີ່ສົ່ງຜົນກະທົບຕໍ່ຂະແໜງການທ່ອງທ່ຽວຂອງພາກພື້ນໄດ້ຢ່າງທັນການ.
ໃນກອງປະຊຸມ, ບັນດາລັດຖະມົນຕີທ່ອງທ່ຽວອາຊຽນ ໄດ້ຮັບຮູ້ເຖິງຄວາມສຳຄັນຂອງຂະແໜງການທ່ອງທ່ຽວ ໃນຖານະເປັນກຳລັງຂັບເຄື່ອນທີ່ສຳຄັນຕໍ່ການເຕີບໂຕທາງເສດຖະກິດ, ການສ້າງວຽກເຮັດງານທໍາ ແລະ ການເຊື່ອມ ໂຍງລະ ຫວ່າງປະຊາຊົນໃນພາກພື້ນ. ຢ່າງໃດກໍຕາມ, ທີ່ປະຊຸມໄດ້ສະແດງຄວາມເປັນຫ່ວງຕໍ່ກັບຜົນກະທົບຈາກປັດ ໄຈພາຍນອກເຊັ່ນ: ຄວາມເຄັ່ງຕຶງໃນຕາເວັນອອກກາງ ແລະ ຄວາມຜັນຜວນຂອງຕະຫຼາດພະລັງງານໂລກ ເຊິ່ງສົ່ງ ຜົນກະທົບໂດຍກົງຕໍ່ຄ່າຂົນສົ່ງ, ລາຄານ້ຳມັນເຊື້ອໄຟການບິນ ແລະ ຄວາມສາມາດໃນການແຂ່ງຂັນຂອງຈູດໝາຍ ປາຍທາງການທ່ອງທ່ຽວ. ເພື່ອແກ້ໄຂບັນຫານີ້, ກອງປະຊຸມໄດ້ຕົກລົງທີ່ຈະເພີ່ມທະວີການຮ່ວມມືເພື່ອຊຸກຍູ້ການ ເດີນທາງພາຍໃນພາກພື້ນອາຊຽນໃຫ້ຫຼາຍຂຶ້ນ ແລະ ສຸມໃສ່ການລົງທຶນດ້ານການຕະຫຼາດໄປສູ່ຈຸໝາຍປາຍທາງ ການທ່ອງທ່ຽວເມືອງຮອງ (second and third-tier destinations) ເພື່ອຫຼຸດຜ່ອນຜົນກະທົບ ຈາກການຫຼຸດລົງ ຂອງນັກທ່ອງທ່ຽວໄລຍະໄກ.
ນອກຈາກນັ້ນ, ວາລະທີ່ສຳຄັນໃນກອງປະຊຸມຍັງລວມເຖິງ:
• ການປັບປຸງຂໍ້ຕົກລົງດ້ານທ່ອງທ່ຽວອາຊຽນ: ກອງປະຊຸມໄດ້ເຫັນດີໃຫ້ມີການທົບທວນ ແລະ ປັບປຸງຂໍ້ຕົກລົງການທ່ອງທ່ຽວອາຊຽນ (ASEAN Tourism Agreement) ທີ່ເຄີຍຮັບຮອງມາຕັ້ງແຕ່ປີ 2002 ໃຫ້ສອດຄ່ອງກັບສະພາບການປ່ຽນແປງໃໝ່, ລວມທັງຄວາມກ້າວໜ້າດ້ານດິຈິຕອນ, ຄວາມ ຍືນຍົງ, ການເຊື່ອມໂຍງ ແລະ ຄວາມຕ້ອງການໃໝ່ໆຂອງນັກທ່ອງທ່ຽວ. ທີ່ປະຊຸມໄດ້ມອບໝາຍໃຫ້ອົງ ການທ່ອງທ່ຽວແຫ່ງຊາດອາຊຽນ (NTOs) ສືບຕໍ່ຈັດຕັ້ງປະຕິບັດວຽກງານນີ້.
• ການລົງທຶນດ້ານການທ່ອງທ່ຽວແບບຍືນຍົງ: ໄດ້ມີການປຶກສາຫາລືກ່ຽວກັບການສ້າງເອກະສານການ ລົງທຶນດ້ານການທ່ອງທ່ຽວແບບຍືນຍົງ ແລະ ທົນທານຂອງອາຊຽນ (ASEAN Sustainable and Resilient Tourism Investment Outlook) ໂດຍໄດ້ຮັບການສະໜັບສະໜູນຈາກທະນາ ຄານພັດທະນາອາຊີ (ADB) ເພື່ອສ້າງເອກະສານດັ່ງກ່າວນີ້ ເປັນເຄື່ອງມືດຶງດູດການລົງທືນດ້ານການທ່ອງ ທ່ຽວອາຊຽນ.
• ລະບົບຂໍ້ມູນຂ່າວສານການທ່ອງທ່ຽວອາຊຽນ (ASEAN Tourism Intelligence): ກອງປະຊຸມ ໄດ້ຊົມເຊີຍ ແລະ ສະໜັບສະໜູນຂໍ້ລິເລີ່ມຂອງປະເທດຟີລິບປິນ ໃນການສ້າງລະບົບຖານຂໍ້ມູນ ແລະ ການວິເຄາະການທ່ອງທ່ຽວລະດັບພາກພື້ນ. ໂຄງການນີ້ຈະຊ່ວຍສ້າງກະດານສະແດງຂໍ້ມູນ Dashboard ເພື່ອຕິດຕາມຕົວຊີ້ວັດການທ່ອງທ່ຽວ, ພ້ອມທັງສ້າງບົດລາຍງານການວິເຄາະທີ່ຊ່ວຍໃຫ້ການວາງນະໂຍ ບາຍຕ່າງໆອີງໃສ່ຂໍ້ມູນຕົວຈິງ ແລະ ມີຄວາມຊັດເຈນຫຼາຍຂຶ້ນ.
ຄຽງຄູ່ກັບກອງປະຊຸມວົງແຄບດັ່ງກ່າວ, ຄະນະຜູ້ແທນສປປ ລາວ ຍັງໄດ້ເຂົ້າຮ່ວມສໍາມະນາການລົງທຶນດ້ານ ການທ່ອງທ່ຽວອາຊຽນ (ASEAN Tourism Investment Showcase) ເຊິ່ງຈັດໂດຍປະເທດເຈົ້າພາບ ຮ່ວມກັບ ADB ເພື່ອເປັນເວທີຈັບຄູ່ການລົງທຶນ ແລະ ນຳສະເໜີໂຄງການທ່ອງທ່ຽວທີ່ມີຄວາມພ້ອມ ສຳລັບການ ລົງທຶນໃຫ້ແກ່ພາກສ່ວນຕ່າງໆ. ໃນໂອກາດນີ້, ທ່ານ ສົມໄຊ ສີປະເສີດ, ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ຈາກກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຂຶ້ນນຳສະເໜີທ່າແຮງ ແລະ ໂຄງການພັດທະນາ ສະຖານທີ່ທ່ອງທ່ຽວຂອງ ສປປ ລາວ ໃຫ້ແກ່ນັກລົງທຶນ, ອົງການຈັດຕັງສາກົນໄດ້ຮັບຊາບ, ຊຶ່ງໄດ້ນໍາສະເໜີ 2 ຈຸດໝາຍປາຍ ທາງການທ່ອງທ່ຽວທີ່ມີທ່າແຮງໃນການຊຸກຍູ້ສົ່ງເສີມການລົງທຶນຂອງພາກລັດ, ທຸລະກິດ, ອົງການຈັດຕັ້ງສາກົນ ແລະ ປະຊາຊົນທ້ອງຖິ່ນ ເຊັ່ນ: ເມືອງເຟືອງ, ແຂວງວຽງຈັນ ແລະ ເມືອງປະທູມພອນ, ແຂວງຈໍາປາສັກ.
ໃນຕອນທ້າຍຂອງກອງປະຊຸມ, ບັນດາລັດຖະມົນຕີທ່ອງທ່ຽວອາຊຽນໄດ້ຮ່ວມກັນຮັບຮອງເອົາຖະແຫຼງການຮ່ວມ (Joint Statement) ໂດຍໄດ້ຢືນຢັນຄືນເຖິງຄວາມມຸ່ງໝັ້ນໃນການຈັດຕັ້ງປະຕິບັດແຜນຍຸດທະສາດການທ່ອງ ທ່ຽວອາຊຽນ 2026-2030 ໃຫ້ເກີດຜົນເປັນຮູບປະທຳ. ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ເນັ້ນໜັກເຖິງການຮ່ວມມືທີ່ແໜ້ນແຟ້ນ ເພື່ອສ້າງໃຫ້ພາກພື້ນອາຊຽນກາຍເປັນຈຸດໝາຍປາຍທາງການທ່ອງ ທ່ຽວທີ່ມີຄຸນນະພາບສູງ, ຍືນຍົງ, ທົນທານ ແລະ ປະກອບສ່ວນເຂົ້າໃນການເຊື່ອມໂຍງເສດຖະກິດເພື່ອສະຫວັດ ດີພາບຂອງປະຊາຊົນໃນພາກພື້ນຢ່າງແທ້ຈິງ