ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ເປີດກອງປະຊຸມວຽກງານຈັດຕັ້ງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030)
04 Nov 2026 | ຫ້ອງການກະຊວງ |
ຕອນເຊົ້າວັນທີ 04 ພະຈິກ 2026 ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ໄຂກອງປະຊຸມສະຫຼຸບວຽກງານການຈັດຕັ້ງຂອງກະຊວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສວນສະຫວັນ ວິຍະເກດ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ໂດຍມີ ສະຫາຍ ດາລານີ ພົມມະວົງສາ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ, ສະຫາຍ ພະຂັນໄຊ ສີຄັນໄຊ ຄະນະປະຈຳພັກ, ຮອງລັດຖະມົນຕີ ພ້ອມດ້ວຍບັນດາສະຫາຍຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກບັນດາກົມ-ກອງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
#ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ຕາມຄຳແນະນຳ ສະບັບເລກທີ 12/ຄລສພ, ລົງວັນທີ 7 ກໍລະກົດ 2026 ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ ວທ ໃຫ້ຫັນມາເປັນແຜນວຽກ, ແຜນຄົນ ແລະ ແຜນງົບປະມານ. ໃນໂອກາດກ່າວເປີດກອງປະຊຸມ, ສະຫາຍປະທານ ໄດ້ມີຄຳເຫັນກ່າວເປີດ ໂດຍໄດ້ເນັ້ນໜັກວ່າ: “ການນໍາພາທີ່ດີ ແມ່ນການນໍາພາດ້ວຍຄວາມເປັນແບບຢ່າງ”. ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະນຳແຕ່ລະຂັ້ນ ຖືສຳຄັນການຂະຫຍາຍມະຫາຊົນເຂົ້າພັກບົນພື້ນຖານຜົນງານຕົວຈິງ ບໍ່ໃຫ້ເອື່ອຍອີງແຕ່ອາຍຸການ, ເລັ່ງປັບປຸງກົງຈັກ-ພາລະບົດບາດ ແລະ ກຳນົດຕຳແໜ່ງງານໃຫ້ຊັດເຈນ, ເຂັ້ມງວດຕໍ່ວິໄນໂມງເວລາກົດໝາຍລັດຖະກອນ, ພັດທະນາຍົກລະດັບບຸກຄະລາກອນວິຊາສະເພາະ ແລະ ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ພະນັກງານບຳນານຢ່າງເໝາະສົມ. ຕະຫຼອດການດຳເນີນກອງປະຊຸມ ຍັງໄດ້ຜ່ານ 3 ຮ່າງບົດລາຍງານສຳຄັນ ຄື: ບົດສະຫຼຸບວຽກງານຈັດຕັ້ງ 5 ປີ, ບົດລາຍງານກະກຽມກອງປະຊຸມ 3 ຂັ້ນ, ບົດລາຍງານກໍ່ສ້າງ-ບຳລຸງພະນັກງານ, ເຜີຍແຜ່ເອກະສານສຳຄັນຂອງສູນກາງພັກ.
#ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ ໃນຄັ້ງນີ້ ປຽບເໝືອນບັ້ນກວດກາຄວາມຮັບຜິດຊອບການເມືອງອັນເລິກເຊິ່ງຂອງທົ່ວກະຊວງ ວທ ທັງເປັນເຂັມຊີ້ທິດຍຸດທະສາດໃນການສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຍົກລະດັບກົງຈັກການຈັດຕັ້ງ-ບຸກຄະລາກອນ ໃຫ້ມີຄວາມກະທັດຮັດ, ໂປ່ງໃສ, ມີແບບແຜນວິທີເຮັດວຽກທີ່ເປັນແບບຢ່າງ ເພື່ອພ້ອມແບກຫາບ ແລະ ຊຸກຍູ້ພາລະກິດວັດທະນະທຳ-ການທ່ອງທ່ຽວ ໃຫ້ບັນລຸຜົນສຳເລັດໃໝ່ຢ່າງສະຫງ່າງາມ.
Share: