ສປປລາວ ຮ່ວມກອງປະຊຸມລັດຖະມົນຕີທ່ອງທ່ຽວ CLV, CLMV ແລະ ACMECS ຢູ່ ສສ ຫວຽດນາມ ພ້ອມມຸ່ງສູ່ Smart Tourism
26 Aug 2026 | ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ |
ໃນລະຫວ່າງວັນທີ 26-27 ສິງຫາ 2026 ນີ້, ຢູ່ທີ່ ນະຄອນໂຮ່ຈິມິນ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ດ້ານການທ່ອງທ່ຽວກຳປູເຈຍ ລາວ ຫວຽດນາມ (CLV) ຄັ້ງທີ 1,ກຳປູເຈຍ-ລາວ-ມຽນມາ
-ຫວຽດນາມ (CLMV) ຄັ້ງທີ 8 ແລະ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນ້ຳອີຣະວະດີ-ແມ່ນ້ຳເຈົ້າພະຍາ-ແມ່ນ້ຳຂອງ (ACMECS) ຄັ້ງທີ 7. ໂດຍມີ ບັນດາລັດຖະມົນຕີ ແລະ ຜູ້ແທນຈາກ ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ພ້ອມດ້ວຍ ບັນດາປະເທດຄູ່ຮ່ວມພັດທະນາ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ຜົນສຳເລັດຂອງການຈັດຕັ້ງປະຕິບັດ ແຜນປະຕິບັດງານການຮ່ວມມືດ້ານການທ່ອງທ່ຽວ ໃນຊຸມປີຜ່ານມາ, ພ້ອມທັງໄດ້ຮ່ວມກັນຮັບຮອງ 7 ເອກະສານສຳຄັນ ດັ່ງນີ້: ຮັບຮອງ ຜົນກອງປະຊຸມເຈົ້າໜ້າທີ່ອາວຸໂສການທ່ອງທ່ຽວ CLV ຄັ້ງທີ 3 ແລະ ຮ່າງຂອບເຂດສິດ, ໜ້າທີ່ (TOR) ການຮ່ວມມື CLV. ຮັບຮອງ ຖະແຫຼງການ ກອງປະຊຸມລັດຖະມົນຕີ CLV ຄັ້ງທີ 1 (ຄັ້ງວັນທີ 26 ສິງຫາ 2026). ຮັບຮອງ ແຜນປະຕິບັດງານຂອບການຮ່ວມມື CLV ສົກປີ 2026-2028. ຮັບຮອງ ຖະແຫຼງການ ກອງປະຊຸມລັດຖະມົນຕີ ACMECS ຄັ້ງທີ 7 (ຄັ້ງວັນທີ 27 ສິງຫາ 2026). ຮັບຮອງ ແຜນປະຕິບັດງານການຮ່ວມມື ACMECS ສົກປີ 2026-2028. ຮັບຮອງ ຖະແຫຼງການ ກອງປະຊຸມລັດຖະມົນຕີ CLMV ຄັ້ງທີ 8 (ຄັ້ງວັນທີ 27 ສິງຫາ 2026). ຮັບຮອງ ແຜນປະຕິບັດງານການຮ່ວມມື CLMV ສົກປີ 2026-2028.
ທິດທາງການຮ່ວມມື & ການສະໜັບສະໜູນຈາກສາກົນເພື່ອຜັນຂະຫຍາຍຄຳໝາຍໝັ້ນ ກອງປະຊຸມໄດ້ມອບໝາຍໃຫ້ບັນດາເຈົ້າໜ້າທີ່ອາວຸໂສ ແລະ ປະເທດປະສານງານ ສຸມໃສ່ສ້າງຜະລິດຕະພັນການທ່ອງທ່ຽວທີ່ຫຼາກຫຼາຍ, ສົ່ງເສີມການໂຄສະນາການຕະຫຼາດ, ມາດຕະຖານການທ່ອງທ່ຽວ, ການທ່ອງທ່ຽວເຊື່ອມຈອດ ແລະ ຫັນເປັນດິຈິຕອນ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ ແລະ ເຫັນຜົນໄວ (Quick-win projects) ແນ່ໃສ່ໃຫ້ອະນຸພາກພື້ນກາຍເປັນ ໜຶ່ງຈຸດໝາຍປາຍທາງການທ່ອງທ່ຽວຮ່ວມກັນ. ພ້ອມນີ້, ບັນດາລັດຖະມົນຕີ ຍັງໄດ້ເຫັນດີເປັນເອກະພາບ ທີ່ຈະຊຸກຍູ້ສະໜັບສະໜູນ ອົງການທ່ອງທ່ຽວໂລກ ປະຈຳພາກພື້ນອາຊີປາຊີຟິກ (UN Tourism), Traveloka ແລະ ສະມາຄົມທ່ອງທ່ຽວອາຊີປາຊີຟິກ (PATA) ເພື່ອສຸມໃສ່ການທ່ອງທ່ຽວ ດິຈິຕອນ ຜ່ານການວິເຄາະວິໄຈພຶດຕິກຳນັກທ່ອງທ່ຽວ ແລະ ການສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນ.
ຕົວເລກສະຖິຕິການທ່ອງທ່ຽວອະນຸພາກພື້ນ ກຳປູເຈຍ, ລາວ, ມຽນມ້າ ແລະ ໄທ ປີ 2024 ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ຫຼາຍກວ່າ 65 ລ້ານຄົນ. ປີ 2025 ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 65.2 ລ້ານຄົນ. 6 ເດືອນຕົ້ນປີ 2026 ຕ້ອນຮັບນັກທ່ອງທ່ຽວ ຫຼາຍກວ່າ 33 ລ້ານຄົນ (ຄາດວ່າຈະລື່ນຄາດໝາຍ ຖ້າທຽບໃສ່ໄລຍະດຽວກັນຂອງປີ 2025)
#ສຳລັບ ສປປ ລາວ, ໄດ້ກຳນົດທິດທາງແຜນພັດທະນາການທ່ອງທ່ຽວ ສົກປີ 2026-2030 ໃຫ້ສອດຄ່ອງກັບແຜນປະຕິບັດງານອະນຸພາກພື້ນ ໂດຍສຸມໃສ່ການທ່ອງທ່ຽວແບບອະນຸລັກ, ຊີວະນາໆພັນ, ມໍລະດົກວັດທະນະທຳ ແລະ ເຊື່ອມໂຍງລາຍການທ່ອງທ່ຽວກັບປະເທດທີ່ມີຊາຍແດນຕິດຈອດກັນ. ຄຽງຄູ່ກັນນັ້ນ ຍັງເນັ້ນການຫັນເປັນດິຈິຕອນ ຫຼື Smart Tourism ເພື່ອບັນລຸຄາດໝາຍ ຕ້ອນຮັບນັກທ່ອງທ່ຽວສາກົນໃຫ້ໄດ້ 22 ລ້ານຄົນ ແຕ່ນີ້ຮອດປີ 2030.
#ໃນໄລຍະກອງປະຊຸມລັດຖະມົນຕີໃນຄັ້ງນີ້ ໄດ້ຈັດຂຶ້ນຄຽງຄູ່ກັບງານວາງສະແດງການທ່ອງທ່ຽວສາກົນ ໂຮ່ຈິມິນ ຄັ້ງທີ 20 (ITE HCMC 2026) ເຊິ່ງຈັດຂຶ້ນເພື່ອສະເຫຼີມສະຫຼອງຄົບຮອບ 20 ປີ ພາຍໃຕ້ຫົວຂໍ້ “ການເຊື່ອມໂຍງທີ່ສົດໃສ – ຈຸດໝາຍປາຍທາງການທ່ອງທ່ຽວຂອງທົ່ວໂລກ” (Vibrant Connections – Global Destinations). ງານນີ້ຖືເປັນເວທີວາງສະແດງ MICE ອັນດັບຕົ້ນໃນອາຊີ ໂດຍມີ ຜູ້ເຂົ້າຮ່ວມຈາກຕ່າງປະເທດປະມານ 600 ຄົນ, ຜູ້ແທນລະດັບສູງຈາກພາກລັດ ຫຼາຍກວ່າ 50 ທ່ານ, ຜູ້ຊື້ຈາກຕ່າງປະເທດ (Buyers) 280 ຄົນ, ບໍລິສັດທ່ອງທ່ຽວ ແລະ ທຸລະກິດປິ່ນອ້ອມ (Sellers) ຫຼາຍກວ່າ 500 ພາກສ່ວນ ແລະ ຜູ້ເຂົ້າຊົມງານ ຫຼາຍກວ່າ 1,000 ຄົນ.
Share: