ໜ້າຫຼັກ / ການເຄື່ອນໄຫວ / ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ລົງຊຸກຍູ້ ແລະ ຊ່ວຍເຫຼືອການແກ້ໄຂບັນຫາວຽກງານວັດທະນະທຳ ແລະ ການທ່ອງທ່ຽວ ຢູ່ ແຂວງຫຼວງພະບາງ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ລົງຊຸກຍູ້ ແລະ ຊ່ວຍເຫຼືອການແກ້ໄຂບັນຫາວຽກງານວັດທະນະທຳ ແລະ ການທ່ອງທ່ຽວ ຢູ່ ແຂວງຫຼວງພະບາງ

18 Aug 2026 | ຫ້ອງການກະຊວງ |

ໂດຍປະຕິບັດຕາມຂໍ້ຕົກລົງ ຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 27/ນຍ, ລົງວັນທີ 20 ເມສາ 2026, ໃນຕອນບ່າຍຂອງວັນທີ 18 ສິງຫາ 2026 ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ນຳໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ຢ້ຽມຢາມ ທ່ານ ບຸນເລືອມ ມະນີວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ ໃນໂອກາດລົງເຄື່ອນໄຫວຊຸກຍູ້ຊ່ວຍເຫຼືອ ວຽກງານວັດທະນະທຳ ແລະ ທ່ອງທ່ຽວ ຢູ່ ແຂວງຫຼວງພະບາງ.
ທ່ານ ລັດຖະມົນຕີ ໄດ້ລາຍງານຈຸດປະສົງຂອງການລົງມາເຄື່ອນໄຫວໃນຄັ້ງນີ້ຕໍ່ ທ່ານ ເລຂາຄະນະບໍລິຫານງານສູນກາງພັກແຂວງ ແມ່ນເພື່ອລົງມາຊ່ວຍຊຸກຍູ້ ແລະ ຊ່ວຍເຫຼືອແຂວງຫຼວງພະບາງ ທີ່ຕິດພັນກັບວຽກງານວັດທະນະທໍາ ແລະ ການທ່ອງທ່ຽວຂອງແຂວງ, ການມາເຄື່ອນໄຫວຂອງຄະນະໃນຄັ້ງນີ້ອີກດ້ານໜຶ່ງ ກໍ່ແມ່ນການປະຕິບັດພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບຂອງຕົນໃນຖານະເປັນເສນທິການໃຫ້ລັດຖະບານກ່ຽວກັບ ວຽກງານວັດທະນະທຳ ແລະ ການທ່ອງທ່ຽວ. ບັນທ່ານຮັບຊາບດີແລ້ວວ່າ ບໍ່ວ່າເວລາໃດພັກ-ລັດ ຍາມໃດກໍ່ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ວຽກງານ ວັດທະນະທຳ ໂດຍຖືວ່າ ວັດທະນະທຳແມ່ນຄຸນລັກສະນະ ແລະ ປັດໄຈພື້ນຖານຂອງການດຳລົງຄົງຕົວຂອງຊາດ " ເສຍວັດທະນະທຳຄືເສຍຊາດ" ແລະ ວຽກງານການທ່ອງທ່ຽວກໍ່ແມ່ນເສດຖະກິດປາຍແຫຼມຂະແໜງການໜຶ່ງໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຊຶ່ງສະແດງອອກໃນຫຼາຍສະໄໝ ທີ່ກົມການເມືອງສູນກາງພັກ ໄດ້ມີມະຕິສະເພາະກ່ຽວກັບ ວຽກງານວັດທະນະທຳ. ສະໄໝທີ XI ຜ່ານມາ ກໍ່ໄດ້ມີມະຕິເລກທີ 25/ກມສພ, ລົງວັນທີ 17 ພຶດສະພາ 2021 ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານວັດທະນະທຳ ໃນໄລຍະໃໝ່.
ພ້ອມດຽວກັນ, ຄະນະກະຊວງ ວທ ແລະ ພະແນກ ວທ ແຂວງ ຍັງໄດ້ລົງເຄື່ອນໄຫວຢ້ຽມຢາມສະຖານທີ່ທ່ອງທ່ຽວຕ່າງໆທີ່ສຳຄັນຂອງແຂວງ ຊຶ່ງເຫັນໄດ້ວ່າແຂວງຫຼວງພະບາງ ຍັງສືບຕໍ່ຮັກສາໄດ້ຄວາມໂດດເດັ່ນທາງດ້ານວັດທະນະທໍາ-ຮີດຄອງປະເພນີອັນດີງາມທີ່ຫຼາກຫຼາຍ, ມີປະຫວັດສາດອັນຍາວນານ, ມີທໍາມະຊາດທີ່ອຸດົມສົມບູນ, ຖືເປັນແຫຼ່ງທ່ອງທ່ຽວລະດັບໂລກຂອງ ສປປ ລາວ, ຈຳນວນຕົວເລກນັກທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມຫຼວງພະບາງໃນແຕ່ລະປີຢ່າງຫຼວງຫຼາຍ, ໄດ້ຮັບລາງວັນຕ່າງໆຈາກລະດັບພາກພື້ນ ແລະ ສາກົນຫຼາຍລາງວັນ, ຫຼາຍສື່ຂອງສາກົນກໍໄດ້ຂະໜານໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ຕິດອັນດັບຕົ້ນໆຂອງໂລກເລື້ອຍໆມາ ເຮັດໃຫ້ຜູ້ປະກອບການ ການບໍລິການຂະແໜງຕ່າງໆໄດ້ຮັບຜົນປະໂຫຍດທາງກົງ ແລະ ທາງອອ້ມຈາກການທ່ອງທ່ຽວທາງດ້ານວັດທະນະທໍາອີກດ້ວຍ.

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 36 ແລະ ບັນດາກອງປະຊຸມປິ່ນອ້ອມທີ່ກ່ຽວຂ້ອງ

  • 05 Nov 2026
  • ຫ້ອງການກະຊວງ

ໃນລະຫວ່າງວັນທີ 5-7 ພະຈິກ 2026 ທີ່...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ເປີດກອງປະຊຸມວຽກງານຈັດຕັ້ງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030)

  • 04 Nov 2026
  • ຫ້ອງການກະຊວງ

ຕອນເຊົ້າວັນທີ 04 ພະຈິກ 2026...

ອ່ານເພີ່ມ

ວຽກງານເສນາ

ທ່ານ ລັດຖະມົນຕີ ລາວ ແລະ ກຳປູເຈຍ ເປີດງານພົບປະເຄືອຂ່າຍພາກລັດ-ພາກທຸລະກິດການທ່ອງທ່ຽວ ທີ່ ຈຳປາສັກ ສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 70 ປີ

  • 21 Oct 2026
  • ຫ້ອງການກະຊວງ

ຕອນເຊົ້າວັນທີ 21 ຕຸລາ 2026...

ອ່ານເພີ່ມ

ວຽກງານທ່ອງທ່ຽວ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີທ່ອງທ່ຽວ ອາຊຽນ ຄັ້ງທີ 2 (The Second ASEAN Tourism Ministers’ Retreat)

  • 29 Sep 2026
  • ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ

ຄະນະຜູ້ແທນ ສປປ ລາວ...

ອ່ານເພີ່ມ