ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບ ທ່ານ ຈອງ ຢອງ ຊູ (JUNG YUNG SOO) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈໍາ ສປປ ລາວ
30 Jun 2026 | ຫ້ອງການກະຊວງ |
ໃນວັນທີ 29 ມິຖຸນາ 2026 ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດ ໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫລອດໄລຍະຜ່ານມາ ຊຶ່ງທ່ານເອກອັກຄະລັດ ຖະທູດ ໄດ້ປະກອບສ່ວນຢ່າງຫ້າວຫັນເຂົ້າໃນວຽກງານສົ່ງເສີມ ແລະ ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ເວົ້າລວມ, ເວົ້າສະເພາະ ທ່ານໄດ້ເປັນຂົວຕໍ່ເພີ່ມທະວີຮັດແໜ້ນການຮ່ວມມື ໃນຂະແໜງການວັດທະນະທຳ ແລະ ການທ່ອງທ່ຽວຂອງພວກເຮົາ. ພິເສດໃນປີ 2025 ທີ່ຜ່ານມາ ໃນການສະເຫຼີມສະຫຼອງ 30 ປີ ແຫ່ງການສ້າງສາຍພົວພັນການທູດ ລາວ-ສ.ເກົາຫຼີ ກໍ່ມີຫຼາຍກິດຈະກຳທີ່ຈັດຕັ້ງປະຕິບັດຮ່ວມກັນເຊັ່ນ: ການມອບ-ຮັບ ສຳເນົາປື້ມເກົ່າແກ່ “Jikji” ໃຫ້ແກ່ ຫໍສະໝຸດແຫ່ງຊາດ, ສັບປະດາ ເກົາຫຼີ “Korea Week” ທີ່ ສູນການຄ້າວຽງຈັນເຊັນເຕີ, ພິທີມອບ-ຮັບ ໂຄງການປະຕິ ສັງຂອນໂຮງນາງສີດາ ວັດພູຈໍາປາສັກ, ໂຄງການ ສ້າງລະບົບຄຸ້ມຄອງຂໍ້ມູນດິຈິຕອນ ທາງດ້ານວັດທະນະທໍາ ສົກປີ 2022-2025, ກິດຈະກຳແຂ່ງຂັນຜະລິດຮູບເງົາສັ້ນ ແລະ ການຈັດສົ່ງອາສາສະໝັກ ຈາກອົງການ KOICA ມາປະຈຳຢູ່ຂະແໜງວັດທະນະທຳ ແລະ ການທ່ອງທ່ຽວ ແລະ ອີກຫຼາຍໆ ກິດຈະກໍາທີ່ໄດ້ດຳເນີນໃນໄລຍະທີ່ທ່ານທູດໄດ້ມາປະຕິບັດໜ້າທີ່ຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການສືບຕໍ່ສະໜັບສະໜູນ ບັນດາໂຄງການຮ່ວມມື ໃນຂະແໜງວັດທະນະທຳ ເຊັ່ນ: ໂຄງການສ້າງຄວາມເຂັ້ມແຂງດ້ານຄວາມສາມາດໃນການອະນຸລັກ ແລະ ຄຸ້ມຄອງມໍຣະດົກໂລກຂອງອົງການອຸຍແນສໂກ (UNESCO) ຢູ່ ສປປ ລາວ ສົກປີ 2026-2030 ເພື່ອສ້າງຄຸນຄ່າໃຫ້ແກ່ມໍຣະດົກໂລກ ກໍຄືມໍຣະດົກຂອງ ສປປ ລາວ ໃຫ້ມີແຜນການຄຸ້ມຄອງທີ່ເປັນລະບົບ ປະກອບສ່ວນສົ່ງເສີມໃຫ້ມີຄວາມຍືນຍົງ ແລະ ໂຄງການ ສົ່ງເສີມວັດທະນະທຳ ແລະ ພັດທະນາສູນວັດທະນະທໍາເດັກໃນຂອບເຂດທົ່ວປະເທດ ຈັດຕັ້ງປະຕິບັດ ສົກປີ 2026-2028.
ນອກນັ້ນ, ທ່ານ ລັດຖະມົນຕີ ຍັງໄດ້ເນັ້ນໜັກ ໃຫ້ເຫັນວ່າ ນັກທ່ອງທ່ຽວ ສ. ເກົາຫຼີ ທີ່ມາທ່ຽວ ສປປ ລາວ ໃນໄລຍະຜ່ານມາ ຈັດຢູ່ໃນປະເພດນັກທ່ອງທ່ຽວທີ່ມີຄຸນນະພາບສູງ, ມີການໃຊ້ຈ່າຍສູງ ຊຶ່ງໃນຕໍ່ໜ້າສອງຝ່າຍກໍຈະໄດ້ສືບຕໍ່ໂຄສະນາສົ່ງເສີມໃຫ້ນັກທ່ອງທ່ຽວ ສ.ເກົາຫຼີ ມາທ່ຽວລາວຫຼາຍຂຶ້ນກວ່າເກົ່າ ລວມທັງການສ້າງກາລະໂອກາດຜັດປ່ຽນກັນຈັດງານສັບປະດາ ວັດທະນະທໍາ ລາວ-ສ.ເກົາຫຼີ ໃຫ້ສົມຄູ່ກັບການພັດທະນາເສດຖະກິດ ທີ່ພວມຈະເລີນງອກງາມ.
ໂອກາດດຽວກັນ, ທ່ານ ຈອງ ຢອງ ຊູ (JUNG YUNG SOO) ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານລັດຖະມົນຕີ ແລະ ສະແດງຄວາມຂອບໃຈມາຍັງລັດຖະ ບານ ສປປ ລາວ ກໍຄື ພາກສ່ວນກ່ຽວຂ້ອງຂອງລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມືຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ໃນຕອນສຸດທ້າຍທ່ານລັດຖະມົນຕີ ໄດ້ອວຍພອນໄຊອັນປະເສີດແດ່ ທ່ານ ຈອງ ຢອງ ຊູ (JUNG YUNG SOO) ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ, ຄອບຄົວ ແລະ ໜ້າທີ່ການງານໃໝ່ຂອງທ່ານໃຫ້ປະສົບຜົນສຳເລັດຍິ່ງໆຂຶ້ນ.
Share: