ໜ້າຫຼັກ / ການເຄື່ອນໄຫວ / ຄະນະນໍາກະຊວງ ຖວທ ເຂົ້າອວຍພອນກະຊວງປ້ອງກັນປະເທດ

ຄະນະນໍາກະຊວງ ຖວທ ເຂົ້າອວຍພອນກະຊວງປ້ອງກັນປະເທດ

20 Jan 2025 | medialaos.net |

  ໃນວັນທີ 18 ມັງກອນ 2025 ນີ້, ສະຫາຍ ວັນສີ ກົວມົວ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ (ຖວທ) ພ້ອມດ້ວຍຄະນະ ໄດ້ຮ່ວມກັບຫຼາຍພາກ ສ່ວນເຂົ້າອວຍພອນ ກະຊວງ ປ້ອງກັນປະເທດ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ, ວັນທີ 20 ມັງກອນ ຄົບຮອບ 76 ປີ ໂດຍການຕ້ອນຮັບຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ.

   ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ຕາງ ໜ້າຄະນະນໍາກະຊວງປ້ອງກັນປະເທດ ກ່າວສະແດງຄວາມຂອບ ໃຈຕໍ່ພາກສ່ວນຕ່າງໆ ທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນ ຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ເຊິ່ງນັບແຕ່ປະເທດຊາດກ້າວເຂົ້າສູ່ລະບອບໃໝ່ ກອງທັບໄດ້ເປັນກຳລັງຫຼັກແຫ່ງໃນການຮັກສາ ເອກະລາດ ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ເຊິ່ງເປັນໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະຫງ່າ ທີ່ພັກ-ລັດ ແລະ ປະຊາຊົນລາວ ບັນດາເຜົ່າມອບ ໝາຍໃຫ້, ເວລາໃດກອງທັບກໍຖືສໍາຄັນ ແລະ ຕັ້ງໜ້າປະຕິບັດພາລະກິດຂອງຕົນສໍາເລັດເປັນກ້າວໆ, ສາມາດສ້າງໄດ້ບັນດາຜົນງານອັນໃຫຍ່ຫຼວງ ພ້ອມກັບປະຊາຊົນລາວບັນດາເຜົ່າ ໃນການປົກປັກຮັກສາໝາກຜົນ ຂອງການປະຕິວັດໄດ້ຢ່າງໝັ້ນຄົງ, ປະກອບສ່ວນສ້າງສາພັດທະນາປະເທດຊາດ ເຮັດໃຫ້ເສດຖະກິດ ແລະ ຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າດີຂຶ້ນ, ປະເທດຊາດມີຄວາມໝັ້ນຄົງ, ສັງຄົມມີຄວາມ ສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

Share:

ຂ່າວຫຼ້າສຸດ

ອົງການຈັດຕັ້ງມະຫາຊົນ

ຄະນະຊາວໜຸ່ມ ກະຊວງ ຖວທ ໄດ້ຮັບ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ

  • 04 Jun 2025
  • ຂ່າວ: ທະນູທອງ

  ຂປລ. ພິທີມອບ-ຮັບ...

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບ ຜູ້ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ

  • 21 May 2025
  • ພາບ: ເກດສະໜາ

  ຂປລ....

ອ່ານເພີ່ມ

ວຽກງານເສນາ

ຄະນະຄຸ້ມຄອງເວັບໄຊ ກະຊວງ ຖວທ ຊຸກຍູ້ການສ້າງ ແລະ ພັດທະນາເວັບໄຊ ຖວທ ແຂວງບໍ່ແກ້ວ

  • 20 May 2025
  • ຂ່າວ: ບຸນຈັນ ມະນີໄຊ

  ຂປລ. ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ...

ອ່ານເພີ່ມ

ວຽກງານເສນາ

ຫາລືວຽກພົວພັນຮ່ວມມື ສອງຝ່າຍ ລາວ ແລະ ອິນເດຍ

  • 22 Apr 2025
  • ຂ່າວ-ພາບ: ກິດຕາ

    ຂປລ....

ອ່ານເພີ່ມ