ໜ້າຫຼັກ / ການເຄື່ອນໄຫວ / ລັດຖະມົນຕີ ຖວທ ຕ້ອນຮັບຮອງລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ

ລັດຖະມົນຕີ ຖວທ ຕ້ອນຮັບຮອງລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ

09 Dec 2024 | ຂ່າວ-ພາບ ສົມຫວັງ |

  ຂປລ. ໃນວັນທີ 9 ທັນວາ 2024 ທີ່ນະຄອນຫລວງວຽງຈັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຮວາງ ດາວ ເຄື່ອງ ຮອງລັດຖະມົນຕີ ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ຈັດຕັ້ງງານສັບປະດາວັດທະນະທໍາຫວຽດນາມ ຢູ່ ສປປ ລາວ ປະຈຳ ປີ 2024.

  ໃນໂອກາດດັ່ງກ່າວທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນມາຍັງ ທ່ານ ຮວາງ ດາວ ເຄື່ອງ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ຈັດຕັ້ງງານ ສັບປະດາວັດທະນະທໍາ ຫວຽດນາມ ຢູ່ ສປປ ລາວ ປະຈຳ ປີ 2024 ໃນຄັ້ງນີ້ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ແລະ ການຈັດຕັ້ງງານສັບປະດາວັດທະນະທໍາ ຫວຽດນາມ ຖືວ່າແມ່ນການຈັດຕັ້ງຜັນຂະຫຍາຍ ແຜນການຮ່ວມມື ດ້ານສິລະປະວັດທະນະທຳ ແລະ ທ່ອງທ່ຽວ ຂອງສອງກະຊວງ ວັດທະນະທຳ ແລະ ທ່ອງທ່ຽວ ລາວ-ຫວຽດນາມ ທັງເປັນການສະແດງໃຫ້ເຫັນເຖິງໄມຕີຈິດມິດຕະພາບອັນດູດດື່ມ ຖານສະຫາຍອ້າຍນ້ອງຄວາມຮັກແພງສາມັກຄີມິດຕະພາບລາວ-ຫວຽດນາມຫວຽດນາມ-ລາວ, ຊຶ່ງຖືເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະ ສອງກະຊວງ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ.

   ໂອກາດນີ້ທ່ານ ຮວາງ ດາວ ເຄື່ອງ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີ ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້ພ້ອມທັງຖືໂອກາດນີ້ ລາຍງານໂດຍຫຍໍ້ ກ່ຽວກັບແຜນການຢ້ຽມຢາມ ແລະ ການຈັດຕັ້ງງານສັບປະດາ ວັດທະນະທໍາຫວຽດນາມ ຢູ່ ສປປ ລາວ ປະຈຳ ປີ 2024 ໃຫ້ທ່ານລັດຖະມົນຕີໄດ້ຮັບຊາບ.

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງ ຖວທ ແລະ ທູດອີຢູ ຫາລືແຜນການຮ່ວມມືໃນຕໍ່ໜ້າ

  • 07 Mar 2025
  • ຂ່າວ-ພາບ: ທະນູທອງ

ຂປລ....

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບທູດສີລັງກາ ປະຈຳ ລາວ

  • 06 Mar 2025
  • ພາບ: ຂັນໄຊ

ຂປລ. ທ່ານ ນາງ ສວນສະຫວັນ ວິຍະເກດ...

ອ່ານເພີ່ມ

ວຽກງານເສນາ

ໃນວັນທີ 12 ກຸມພາ 2025 ຫ້ອງການກະຊວງ ຈັດຝຶກອົບຮົມລະບົບຫ້ອງການທັນສະໄໝ E-Office ໃຫ້ພະນັກງານຂັ້ນຫົວໜ້າກົມ, ຫົວໜ້າສະຖາບັນ, ຜູ້ອໍານວຍການ, ຮອງຫົວໜ້າກົມ, ຮອງຫົວໜ້າສະຖາບັນ, ຮອງຜູ້ອໍານວຍການບັນດາກົມ, ກອງ ພາຍໃນກະຊວງ ຖວທ

  • 12 Feb 2025
  • ສີສະຫວັນຢ່າ

 ໃນວັນທີ 12 ກຸມພາ 2025 ຫ້ອງການກະຊວງ...

ອ່ານເພີ່ມ

ອົງການຈັດຕັ້ງມະຫາຊົນ

ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ IX ຜູ້ແທນແມ່ຍິງກະຊວງ ຖວທ

  • 29 Jan 2025
  • Lao National Radio

    ກອງປະຊຸມໃຫຍ່ ຄັ້ງທີ IX...

ອ່ານເພີ່ມ