ໜ້າຫຼັກ / ການເຄື່ອນໄຫວ / ກະຊວງ ວທ ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດກົດໝາຍ, ນິຕິກຳໃຕ້ກົດໝາຍ ປີ 2021-2025 ແລະ ທິດທາງແຜນການ ປີ 2026-2030

ກະຊວງ ວທ ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດກົດໝາຍ, ນິຕິກຳໃຕ້ກົດໝາຍ ປີ 2021-2025 ແລະ ທິດທາງແຜນການ ປີ 2026-2030

06 May 2026 | ຫ້ອງການກະຊວງ |

    ໃນລະຫວ່າງວັນທີ 6-7 ພຶດສະພາ 2026 ນີ້, ທີ່ນະຄອນຫຼວງວຽງຈັນ , ຫ້ອງການກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໃນນາມກອງເລຂາວຽກງານນິຕິກຳ ໄດ້ຈັດ “ກອງປະຊຸມປະເມີນ ການຈັດຕັ້ງປະຕິບັດກົດໝາຍ, ນິຕິກຳໃຕ້ກົດໝາຍ ປີ 2021-2025 ແລະ ທິດທາງແຜນການ ປີ 2026-2030” ຂຶ້ນຢ່າງເປັນທາງການ. ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານໂດຍ ທ່ານ ກິ່ງໄຊ ຈຸນລະມຸນຕຣີ ຮອງຫົວໜ້າຫ້ອງການ, ໂດຍມີບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ, ຮອງຫົວໜ້າພະແນກ ວທ ນະຄອນຫຼວງວຽງຈັນ, ຫົວໜ້າ/ຮອງພະແນກຂອງກົມ, ຫົວໜ້າ/ຮອງຂະແໜງ ພະແນກ ວທ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານ-ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ 40 ກວ່າ ທ່ານ.
     ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ກິ່ງໄຊ ຈຸນລະມຸນຕຣີ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານນິຕິກຳ ຊຶ່ງເປັນເຄື່ອງມືທີ່ຈຳເປັນໃນການຄຸ້ມຄອງພາກສ່ວນຕ່າງໆ ທັງພາກລັດ ແລະ ທຸລະກິດ ນັບແຕ່ພະນັກງານລັດ, ຫົວໜ່ວຍທຸລະກິດ ຕະຫຼອດຮອດນັກທ່ອງທ່ຽວ ໃຫ້ປະຕິບັດຖືກຕ້ອງຕາມລະບຽບ ແລະ ມາດຕະຖານທີ່ວາງໄວ້. ພ້ອມນັ້ນ, ທ່ານຍັງໄດ້ຍົກເອົາທິດຊີ້ນຳຂອງທ່ານ ນາຍົກລັດຖະມົນຕີ ທີ່ໄດ້ໂອ້ລົມຕໍ່ຂະແໜງການ ວທ ທົ່ວປະເທດ ໃນວັນທີ 7 ເມສາ 2026 ຜ່ານມາ ແລະ ທ່ານ ລັດຖະມົນຕີ ໄດ້ມີຄໍາເຫັນ ແລະ ໃຫ້ຄວາມສໍາຄັນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິຜົນສູງຂຶ້ນ.

     ກອງປະຊຸມວິຊາການຄັ້ງທໍາອິດນີ້ ແມ່ນໄດ້ເປີດໂອກາດໃຫ້ຜູ້ຄຸ້ມຄອງມະຫາພາກ, ຕົວແທນຜູ້ຈັດຕັ້ງປະຕິບັດ, ພະນັກງານລັດ ແລະ ບັນດາກົມປິ່ນອ້ອມ ໄດ້ມາແລກປ່ຽນຂໍ້ມູນ, ຖອດຖອນບົດຮຽນ ແລະ ປຶກສາຫາລືຮ່ວມກັນຢ່າງກົງໄປກົງມາ. ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີຈາກບັນດາກົມທີ່ສ້າງນິຕິກຳໃນການຈັດຕັ້ງປະຕິບັດນິຕິກໍາ ແລະ ນິຕິກາໍໃຕ້ກົດໝາຍ ແລະ ແຜນການຕໍ່ໜ້າ, ຮັບຟັງການປະກອບຄຳເຫັນຈາກກົມກວດກາ ແລະ ພະແນກ ວທ ນະຄອນຫຼວງວຽງຈັນ ໃນຖານະຕົວແທນໃຫ້ແກ່ບັນດາແຂວງໃນທົ່ວປະເທດ ກ່ຽວກັບຂໍ້ສະດວກ,ຂໍ້ຫຍຸ້ງຍາກ, ສິ່ງໃນການຈັດຕັ້ງປະຕິບັດນິຕິກຳໃນຕົວຈິງ.
       ໃນຕອນທ້າຍ, ທ່ານປະທານ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກພາກສ່ວນ ຈົ່ງພ້ອມກັນສຸມສະຕິປັນຍາປະກອບຄຳຄິດຄຳເຫັນ, ຖອດຖອນບົດຮຽນ ເພື່ອເຮັດໃຫ້ການສ້າງ ແລະ ປັບປຸງນິຕິກຳຂອງຂະແໜງການ ວທ ມີຄວາມສົມບູນ, ຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງເໝາະສົມກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນປັດຈຸບັນ.

 

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 36 ແລະ ບັນດາກອງປະຊຸມປິ່ນອ້ອມທີ່ກ່ຽວຂ້ອງ

  • 05 Nov 2026
  • ຫ້ອງການກະຊວງ

ໃນລະຫວ່າງວັນທີ 5-7 ພະຈິກ 2026 ທີ່...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ເປີດກອງປະຊຸມວຽກງານຈັດຕັ້ງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030)

  • 04 Nov 2026
  • ຫ້ອງການກະຊວງ

ຕອນເຊົ້າວັນທີ 04 ພະຈິກ 2026...

ອ່ານເພີ່ມ

ວຽກງານເສນາ

ທ່ານ ລັດຖະມົນຕີ ລາວ ແລະ ກຳປູເຈຍ ເປີດງານພົບປະເຄືອຂ່າຍພາກລັດ-ພາກທຸລະກິດການທ່ອງທ່ຽວ ທີ່ ຈຳປາສັກ ສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 70 ປີ

  • 21 Oct 2026
  • ຫ້ອງການກະຊວງ

ຕອນເຊົ້າວັນທີ 21 ຕຸລາ 2026...

ອ່ານເພີ່ມ

ວຽກງານທ່ອງທ່ຽວ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີທ່ອງທ່ຽວ ອາຊຽນ ຄັ້ງທີ 2 (The Second ASEAN Tourism Ministers’ Retreat)

  • 29 Sep 2026
  • ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ

ຄະນະຜູ້ແທນ ສປປ ລາວ...

ອ່ານເພີ່ມ