ໜ້າຫຼັກ / ການເຄື່ອນໄຫວ / ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ IX ຜູ້ແທນແມ່ຍິງກະຊວງ ຖວທ

ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ IX ຜູ້ແທນແມ່ຍິງກະຊວງ ຖວທ

29 Jan 2025 | Lao National Radio |

    ກອງປະຊຸມໃຫຍ່ ຄັ້ງທີ IX ຜູ້ແທນແມ່ຍິງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2025 ທີ່ຫໍວັດທະນະທຳແຫ່ງຊາດ ໂດຍການເປັນປະທານຂອງ ສະຫາຍ ນາງ ບົວໄຂ ເພັງພະຈັນ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງ ຖວທ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ອາລີ ວົງໜໍາບຸນທຳ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ສະຫາຍ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ; ບັນດາປ້າອາວຸ ໂສບໍານານ ພ້ອມ ດ້ວຍຄະນະສະຫະພັນແມ່ຍິງອ້ອມຂ້າງກະຊວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
   ສະຫາຍ ນາງ ວຽງທອງ ພິມພະຈັນ, ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຖວທ, ໄດ້ຜ່ານຮ່າງບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງກະຊວງ ຖວທ ຄັ້ງທີ IX ໂດຍຫຍໍ້, ສະຫະພັນແມ່ຍິງກະຊວງ ຖວທ, ໂດຍພາຍ ໃຕ້ການຊີ້ນຳ ນໍາພາຂອງພັກປະຊາຊົນ ປະຕິວັດລາວ ໄດ້ສ້າງເງື່ອນໄຂໃຫ້ສະຫະພັນແມ່ຍິງເຄື່ອນໄຫວຕາມພາລະບົດບາດ, ​ສິດ ແລະ ໜ້າທີ່ຂອງຕົນ, ສາມາດປະຕິບັດ ແລະ ໄດ້ຮັບຜົນ ສຳເລັດຂອງວຽກງານ ໃນແຕ່ລະດ້ານ ໂດຍສະແດງອອກໃນດ້ານວຽກງານແນວຄິດການເມືອງ ໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດການເມືອງຂອງສະມາຊິກ ແລະ ພະນັກງານເພດຍິງ ໃນຂະແໜງ ການໃຫ້ມີນໍ້າໃຈຮັກຊາດ, ມີຄຸນສົມບັດສິນທຳປະຕິວັດ, ຮັກສາຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ ແລະ ປະຕິບັດວຽກງານຢ່າງມີຄວາມຮັບຜິດຊອບສູງ, ວຽກງານກໍ່ສ້າງພະນັກ ງານເພດຍິງ ໄດ້ຮັບການບຳລຸງທິດສະດີການເມືອງການປົກຄອງທັງຫມົດ 156 ສະຫຍ ແລະ ໄດ້ເຂົ້າຮ່ວມຝຶກອົບຮົມດ້ານອື່ນໆ.
     ນອກຈາກນີ້, ສະມາຊິກສະຫະພັນແມ່ຍິງອ້ອມຂ້າງກະຊວງ ຖວທ ຍັງໄດ້ຮັບການຍ້ອງຍໍ ໃນການປະກອບສ່ວນສ້າງສາພັດທະນາວຽກງານຮອບດ້ານໃນໄລຍະ 5 ປີ ຜ່ານມາ ໄດ້ຮັບຫຼຽນກາແຮງງານຊັ້ນ 1 ຈຳນວນ 151 ຫຼຽນ; ຊັ້ນສອງຈຳນວນ 270 ຫຼຽນ, ແລະ ຊັ້ນ 3 ຈຳນວນ 273 ຫຼຽນ, ຫຼຽນກາມິດຕະພາບ 2 ​ຫຼຽນ, ຫຼຽນກາແຮງງານ 356 ຫຼຽນ, ໃບຍ້ອງຍໍຈາກລັດຖະບານ 300 ໃບ, ໃບຍ້ອງຍໍຈາກກະຊວງ 159 ໃບ, ໃບຂອບໃຈ 13 ໃບ, ໄດ້ຮັບໃບຍ້ອງຍໍບຸກຄົນ 3 ດີ ປະເພດ1 ຈຳນວນ 719 ສະຫາຍ ແລະ ປະເພດສອງ 21 ສະຫາຍ, ການຈັດຕັ້ງປະຕິບັດຂໍ້ແຂງຂັນ 3 ດີຂອງສະຫະພັນແມ່ຍິງລາວ ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊືມຄຳຂວັນ, ຂໍ້ແຂ່ງຂັນ 3​ ດີ ຂອງສະຫະພັນແມ່ຍິງລາວ ໃຫ້ສະມາຊິກສະຫະພັນແມ່ຍິງ ເປີດບັ້ນແຂ່ງຂັນພ້ອມຕີລາຄາສະຫຼຸບສັງລວມການຈັດຕັ້ງປະຕິບັດຂໍ້ແຂງຂັນໄລຍະ 1 ແລະ 2 ໄດ້ຮັບຜົນສຳເລັດ ສະແດງອອກຄື: ປີ 2021-2022 ມີສະມາຊິກ 3 ດີ ປະເພດ1 ຈຳນວນ 735 ສະຫາຍ, ໜ່ວຍແມ່ຍິງ 3 ດີ ຈຳນວນ 49 ໜ່ວຍ, ປີ 2023-2024 ມີສະມາຊິກ 3 ດີ ປະເພດ 1 ຈຳນວນ 719 ຄົນ, ໜ່ວຍແມ່ຍິງ 3 ດີ 41 ໜ່ວຍ, ສຳລັບປີ 2024 ມີສະມາຊິກ 3 ດີ 677 ສະຫາຍ, ໜ່ວຍແມ່ຍິງ 3 ດີ 44 ໜ່ວຍ.
     ພາຍຫຼັງຜ່ານຮ່າງບົດລາຍງານ ບັນດາສະມາຊິກໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາໃສ່ຮ່າງບົດລາຍງານເພື່ອໃຫ້ເນື້ອໃນຄົບຖ້ວນສົມບູນ, ໃນໂອກາດດັ່ງກ່າວ ສະຫາຍ ນາງ ບົວໄຂ ເພັງພະຈັນ ໄດ້ມອບໃບຍ້ອງຍໍ 3 ດີໃຫ້ບັນດາໜ່ວຍສະ ຫະພັນແມ່ຍິງອ້ອມຂ້າງກະຊວງ ຖວທ, ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຖວທ ຊຸດໃຫມ່ ໂດຍມີຜູ້ລົງສະໝັກທັງຫມົດ 17 ສະຫາຍ, ເລືອກເອົາ 13 ສະ ຫາຍ.
ຜ່ານການປ່ອນບັດຄັດເລືອກ ໃນກອງປະຊຸມຮອບປະຖົມມະເລີກໄດ້ຄັດເລືອກເອົາ ສະຫາຍ ນາງ ຈໍາພອນ ວົງສາ ເປັນປະທານສະຫະພັນແມ່ຍິງ ຊຸດທີ IX; ສະຫາຍ ນາງ ວອນວິໄລ ລັດຖະຟ້າສະຫວ່າງ ເປັນຮອງປະທານ, ທັງເປັນປະທານກວດກາ, ສະຫາຍ ນາງ ມະນີສາຄອນ ທໍາມະວົງໄຊ, ເປັນຮອງປະທານ; ສະຫາຍ ນາງ ສິມມະນີ ແກ້ວແກ່ນ ເປັນຄະນະ ເພື່ອມາບໍລິຫານວຽກງານຂອງສະຫະພັນແມ່ຍິງ ກະຊວງ ຖວທ.

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ກະຊວງ ວທ

  • 25 Dec 2025
  • ຫ້ອງການກະຊວງ

   ໃນຕອນເຊົ້າຂອງວັນທີ 25 ທັນວາ 2025...

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບຄະນະໂຮງຮຽນຊາກຸລາ ຍີ່ປຸ່ນເພື່ອເສີມສ້າງສາຍພົວພັນສອງຊາດລາວຍີ່ປຸ່ນ ຄົບຮອບ 70 ປີ

  • 18 Dec 2025
  • ຫ້ອງການກະຊວງ

   ທ່ານ ນາງ ສວນສະຫວັນ ວິຍະເກດ...

ອ່ານເພີ່ມ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຈັດປະຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ພ້ອມປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ

  • 08 Dec 2025
  • ຫ້ອງການກະຊວງ

  ໃນວັນທີ 8 ທັນວາ 2025 ກະຊວງວັດທະນະທຳ...

ອ່ານເພີ່ມ

ວຽກງານວັດທະນະທໍາ

ທ່ານ ລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ເຂົ້າຮ່ວມງານບຸນມະໂຫລານສິລະປະສາກົນ ຕາມເສັ້ນທາງສາຍໄໝ ຄັ້ງທີ 11​ ທີ່ ນະຄອນຊີອານ, ແຂວງສ້ານຊີ, ສປ ຈີນ.

  • 17 Oct 2025
  • ຫ້ອງການກະຊວງ

          ໃນລະຫວ່າງວັນທີ 16-17 ຕຸລາ...

ອ່ານເພີ່ມ