ໜ້າຫຼັກ / ການເຄື່ອນໄຫວ / ລັດຖະມົນຕີ ຖວທ ຢ້ຽມຢາມສະຖານີວິທະຍຸ-ໂທລະພາບ ແຂວງຜົ້ງສາລີ

ລັດຖະມົນຕີ ຖວທ ຢ້ຽມຢາມສະຖານີວິທະຍຸ-ໂທລະພາບ ແຂວງຜົ້ງສາລີ

13 Dec 2024 | ສົມຄິດ ແກ້ວນວນລາ |

   ຂປລ. ແຫລ່ງຂ່າວຈາກ ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ໃນວັນທີ 11 ທັນວາ 2024, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຢ້ຽມຢາມສະຖານີວິທະຍຸ-ໂທລະພາບແຂວງຜົ້ງສາລີ ເນື່ອງໃນໂອກາດທີ່ ເຂົ້າຮ່ວມງານເທສະການອາຫານເຜົ່າ ແລະ ດື່ມນໍ້າຊາ ຕິດພັນກັບການສະເຫລີມສະຫລອງປີທ່ອງທ່ຽວລາວ ແລະ ມະຫາກຳກິລາໂຍນໝາກຄອນ 3 ແຈປະເທດ (ລາວ-ຫວຽດນາມ-ຈີນ) ຄັ້ງທີ VIII ທີ່ແຂວງຜົ້ງສາລີ ທີ່ຈັດຂຶ້ນໃນລະຫວ່າງ ວັນທີ 11-13 ທັນວາ 2024.
    ທ່ານ ສົມຄິດ ແກ້ວນວນລາ ຮອງຫົວໜ້າກອງວິຊາການວິທະຍຸ-ໂທລະພາບແຂວງຜົ້ງສາລີ ໄດ້ລາຍງານວ່າ: ສະຖານີວິທະຍຸ-ໂທລະພາບແຂວງຜົ້ງສາລີ ສ້າງຕັ້ງຂຶ້ນວັນທີ 20 ທັນວາ 1996 ໄລຍະສ້າງຕັ້ງທໍາອິດ ແມ່ນກະຈ່າຍດ້ວຍຄື້ນລະບົບ FM 100.8 Mkz ກວມພື້ນທີ່ 5 ເມືອງຂອງແຂວງ ກວມເອົາ 75% ຂອງພື້ນທີ່ທົ່ວແຂວງ, ກະຈາຍອອກອາກາດ 17 ຊົ່ວໂມງຕໍ່ວັນ ແຕ່ວັນຈັນ-ວັນເສົາ, ມີ 17 ລາຍການວິທະຍຸ, 2 ລາຍການໂທລະພາບ, ພ້ອມທັງກະຈາຍໂທລະໂຄ່ງໃນເທສະບານແຂວງ 4 ຊົ່ວໂມງ 30 ນາທີຕໍ່ວັນ ແລະ ສື່ອອນລາຍ, ແຕ່ຍ້ອນຖືກໄພທໍາມະຊາດຟ້າຜ່າ ບວກກັບເຄື່ອງເກົ່າແກ່ຊຸດໂຊມ ເຮັດໃຫ້ການກະຈາຍອອກອາກາດຫລຸດລົງ. ມາຮອດປີ 2024 ສະຖານີວິທະຍຸ-ໂທລະພາບແຂວງຜົ້ງສາລີ ມີພະນັກງານ 9 ຄົນ, ຍິງ 3 ຄົນ, ກະຈ່າຍກວມພື້ນທີ່ໄດ້ພຽງ 14 ບ້ານເທສະເມືອງຜົ້ງສາລີ ກວມເອົາ 2.7% ຂອງພື້ນທີ່ທົ່ວແຂວງ, ກະຈາຍອອກອາກາດ 4 ຊົ່ວໂມງຕໍ່ວັນ ແຕ່ວັນຈັນ-ວັນເສົາ, ມີ 11 ລາຍການວິທະຍຸ, ໂທລະພາບເປ່ເພບໍ່ໄດ້ກະຈາຍ, ພ້ອມນີ້ຍັງໄດ້ກະຈາຍຜ່ານສື່ອອນລາຍ. ພ້ອມນີ້, ຍັງສາມາດເຄື່ອນໄຫວເກັບກໍາຂໍ້ມູນຂຽນຂ່າວໄດ້ 362 ຂ່າວ, ຂຽນບົດ 23 ບົດ, ຮັບຂ່າວເມືອງ 924 ຂ່າວ, ຮັບຈາກພະແນກການ, ກົມກອງອ້ອມຂ້າງ 297 ຂ່າວ, ສົ່ງຂ່າວໃຫ້ສື່ຕ່າງໆຂອງສູນກາງ 345 ຂ່າວ, 20 ບົດ, ກະຈ່າຍວິທະຍຸໄດ້ 1.483 ຊົ່ວໂມງ, ອອກຂ່າວຜ່ານສື່ອອນລາຍຂອງສະຖານີ 688 ຂ່າວ, 23 ບົດ ມີຜູ້ເຂົ້າຊົມ-ອ່ານຜ່ານສື່ອອນລາຍ 4.199.421 ເທື່ອຄົນ.
   ໂອກາດນີ້, ທ່ານລັດຖະມົນຕີໄດ້ຍອງຍໍຊົມເຊີຍຕໍ່ຜົນງານທີ່ທາງສະຖານີວິທະຍຸ-ໂທລະພາບແຂວງຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໃຫ້ສືບຕໍ່ເປັນກະບອກສຽງທີ່ດີໃຫ້ພັກ-ລັດ ໃນການເຜີຍແຜ່ແນວທາງ, ນະໂຍບາຍຂອງພັກ-ລັດ, ກະຈາຍຂໍ້ມູນຂ່າວສານແກ່ປະຊາຊົນ ແລະ ສັງຄົມ, ພັດທະນາລະບົບສະຖານີຫັນເປັນດິຈີຕອນເທື່ອລະກ້າວ, ນໍາໃຊ້ສື່ວິທະຍຸ, ໂທລະພາບ ປະສານສົມທົບກັບສື່ອອນລາຍໃຫ້ສາມາດເຜີຍແຜ່ແນວທາງ, ນະໂຍບາຍພັກ-ລັດ, ກະຈາຍຂໍ້ມູນຂ່າວສານໃຫ້ເຖິງເຂດຊົນນະບົດ, ເຂົ້າເຖິງທຸກເພດເຜົ່າ ໃຫ້ກວ້າງຂວາງກວ່າເກົ່າ, ເປັນເຈົ້າການຕິດຕາມ ແລະ ຕອບໂຕ້ຂ່າວລວງຂ່າວປອມໃຫ້ທັນການ, ປະສານສົມທົບກັບສາຍຕັ້ງ, ສາຍຂວາງ ແລະ ພາກທຸລະກິດເພື່ອດຶງແຫລ່ງທຶນ ຍົກລະດັບດ້ານພື້ນຖານໂຄງລ່າງ ແລະ ພັດທະນາວຽກງານຂອງສະຖານີໃຫ້ກ້າວໜ້າຂຶ້ນເລື້ອຍໆ, ພະນັກງານສະຖານີຕ້ອງບຸກບືນສູ້ຊົນພັດທະນາດ້ານຄວາມຮູ້ຄວາມສາມາດ ດ້ານເຕັກໂນໂລຊີທີ່ທັນສະໄໝ ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນຍຸກດິຈີຕອນ ເຮັດໃຫ້ສະຖານີມີການພັດທະນາຂຶ້ນເປັນກ້າວໆ.

Share:

ຂ່າວຫຼ້າສຸດ

ວຽກງານວັດທະນະທໍາ

ທ່ານ ລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ເຂົ້າຮ່ວມງານບຸນມະໂຫລານສິລະປະສາກົນ ຕາມເສັ້ນທາງສາຍໄໝ ຄັ້ງທີ 11​ ທີ່ ນະຄອນຊີອານ, ແຂວງສ້ານຊີ, ສປ ຈີນ.

  • 17 Oct 2025
  • ຫ້ອງການກະຊວງ

          ໃນລະຫວ່າງວັນທີ 16-17 ຕຸລາ...

ອ່ານເພີ່ມ

ວຽກງານວັດທະນະທໍາ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34

  • 08 Oct 2025
  • ພາບ-ຂ່າວ: ກອງເລຂາເສົາຄ້ຳ ASCC ລາວ

    ໃນລະຫວ່າງວັນທີ 6-9 ຕຸລາ 2025 ທີ່...

ອ່ານເພີ່ມ

ວຽກງານວັດທະນະທໍາ

ງານສັບປະດາ ວັດທະນະທຳລາວ ເປີດສາກຢ່າງຍິ່ງໃຫຍ່ ທີ່ໂຮງລະຄອນຮ່າໂນ້ຍ, ຫວຽດນາມ

  • 03 Oct 2025
  • ຫ້ອງການກະຊວງ

      ໃນຄໍ່າຄືນວັນທີ 2 ຕຸລາ 2025 ທີ່...

ອ່ານເພີ່ມ

ວຽກງານວັດທະນະທໍາ

ລາວ-ຫວຽດນາມ ຢືນຢັນການຮ່ວມມືຢ່າງເລິກເຊິ່ງ ເນັ້ນການສົ່ງເສີມວັດທະນະທຳ, ຄຸ້ມຄອງມໍລະດົກໂລກຮ່ວມຊາຍແດນ ແລະ ຍົກລະດັບການທ່ອງທ່ຽວ

  • 02 Oct 2025
  • ຫ້ອງການກະຊວງ

      ໃນໂອກາດທີ່ກະຊວງວັດທະນະທຳ...

ອ່ານເພີ່ມ