ໜ້າຫຼັກ / ການເຄື່ອນໄຫວ / ຊົມເຊີຍ ຟ້ອນລຳວົງລາວ ຖືກຮັບຮ້ອງເປັນ ມໍລະດົມໂລກ ທາງດ້ານວັດທະນະທຳນາມມະທຳ

ຊົມເຊີຍ ຟ້ອນລຳວົງລາວ ຖືກຮັບຮ້ອງເປັນ ມໍລະດົມໂລກ ທາງດ້ານວັດທະນະທຳນາມມະທຳ

10 Dec 2024 | ຂ່າວ: ກິດຕາ |

   ຂປລ. ໃນວັນທີ 10 ທັນວາ 2024 ນີ້, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດພິທີຕ້ອນຮັບ ເພື່ອສະແດງຄວາມຊົມເຊີຍ ຄະນະຜູ້ແທນທີ່ເດີນທາງກັບຈາກ ງານຮັບຮອງເອົາການຂຶ້ນທະບຽນ “ຟ້ອນລໍາວົງລາວ” ຖື ເປັນມໍຣະດົກໂລກ ທາງດ້ານວັດທະນະທຳ ນາມມະທຳຂອງມວນມະນຸດ ເຊິ່ງງານດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 5 ທັນວາ 2024 ຜ່ານມາ ທີ່ແຂວງອາຊັນຊົງ ປະເທດປາຣາໄກວ.
   ໃນໂອກາດທີ່, ຟ້ອນລຳວົງລາວ ຖືກຮັບຮອງເປັນມໍຣະດົກໂລກຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ມີ ຄໍາເຫັນສະແດງຄວາມຍິນດີເປັນຢ່າງຍິ່ງ ຕໍ່ການປະກາດຮັບຮອງເອົາການຂຶ້ນທະບຽນ “ຟ້ອນລໍາວົງລາວ” ເປັນມໍລະດົກໂລກໃນຄັ້ງນີ້, ອັນໄດ້ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ແລະ ສັງຄົມລາວ ໄດ້ສືບທອດຢ່າງພາກພູມ ແລະ ມີກຽດ, ເປັນປັດໄຈສຳຄັນໃນການອະນຸລັກຮັກສາມໍຣະດົກ ແລະ ຄວາມຫລາກຫລາຍທາງວັດທະນະທຳ ທີ່ພວມຜະເຊີນໜ້າກັບການຈະເລີນເຕີບໂຕຂອງໂລກາພິວັດ ຢ່າງຕໍ່ເນື່ອງ, ທັງເປັນປັດໄຈຄໍ້າປະກັນການຍືນຍົງຄົງຕົວ ຂອງຊາດລາວຕະຫລອດໄປ.
   ຟ້ອນລຳວົງລາວ ກາຍເປັນໜຶ່ງໃນການສະແດງອອກເຖິງ ວິຖີຊີວິດຂອງປະຊາຊົນບັນດາເຜົ່າ ຊາວຜູ້ອອກແຮງງານ ທີ່ໄດ້ສະສົມເປັນເອກະລັກໄປຕາມແຕ່ລະທ້ອງຖິ່ນ, ໄດ້ຮັບການຖ່າຍທອດຈາກບັນພະບູລຸດ ແລະ ສືບທອດຈາກຮຸ່ນຄົນໜຶ່ງສູ່ຮຸ່ນຄົນໜຶ່ງຢ່າງຕໍ່ເນື່ອງ ແລະ ໄດ້ຮັບການປະດິດແຕ່ງ, ປັບປຸງ ແລະ ດັດປັບໃຫ້ເຂົ້າກັບສະພາບແວດລ້ອມສັງຄົມອັນໃໝ່, ມີສາຍກ່ຽວພັນກັບທໍາມະຊາດອ້ອມຂ້າງ ແລະ ບົນພື້ນຖານປະຫວັດສາດຂອງຊຸມຊົນເຊື້ອຊາດລາວ ຈຶ່ງເຮັດໃຫ້ຊຸມຊົນເຫລົ່ານີ້ຮັບຮູ້ ແລະ ສືບທອດເອກະລັກວັດທະນະທໍາຂອງຕົນ ເຮັດໃຫ້ມີການພັດທະນາຢ່າງຕໍ່ເນື່ອງ ແລະ ມີຄຸນຄ່າທາງດ້ານຈິດໃຈ.

Share:

ຂ່າວຫຼ້າສຸດ

ອົງການຈັດຕັ້ງມະຫາຊົນ

ຄະນະຊາວໜຸ່ມ ກະຊວງ ຖວທ ໄດ້ຮັບ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ

  • 04 Jun 2025
  • ຂ່າວ: ທະນູທອງ

  ຂປລ. ພິທີມອບ-ຮັບ...

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບ ຜູ້ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ

  • 21 May 2025
  • ພາບ: ເກດສະໜາ

  ຂປລ....

ອ່ານເພີ່ມ

ວຽກງານເສນາ

ຄະນະຄຸ້ມຄອງເວັບໄຊ ກະຊວງ ຖວທ ຊຸກຍູ້ການສ້າງ ແລະ ພັດທະນາເວັບໄຊ ຖວທ ແຂວງບໍ່ແກ້ວ

  • 20 May 2025
  • ຂ່າວ: ບຸນຈັນ ມະນີໄຊ

  ຂປລ. ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ...

ອ່ານເພີ່ມ

ວຽກງານເສນາ

ຫາລືວຽກພົວພັນຮ່ວມມື ສອງຝ່າຍ ລາວ ແລະ ອິນເດຍ

  • 22 Apr 2025
  • ຂ່າວ-ພາບ: ກິດຕາ

    ຂປລ....

ອ່ານເພີ່ມ