ໜ້າຫຼັກ / ການເຄື່ອນໄຫວ / ກະຊວງ ຖວທ ແລະ ກຸ່ມບໍລິສັດທຣິບການຄ້າ ຊຽງໄຮ ສປ ຈີນ ລົງນາມຮ່ວມມືດ້ານການທ່ອງທ່ຽວ

ກະຊວງ ຖວທ ແລະ ກຸ່ມບໍລິສັດທຣິບການຄ້າ ຊຽງໄຮ ສປ ຈີນ ລົງນາມຮ່ວມມືດ້ານການທ່ອງທ່ຽວ

04 Jul 2024 | ພາບ: ອ່າຍຄຳ |

  ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ກຸ່ມບໍລິສັດທຣິບການຄ້າຊຽງໄຮ ສປ ຈີນ ລົງນາມບົດບັກທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການທ່ອງທ່ຽວ ໃນວັນທີ 5 ກໍລະກົດ 2024, ຕາງໜ້າຝ່າຍລາວ ລົງນາມໂດຍ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ແລະ ຝ່າຍຈີນ ທ່ານ ນາງ ຊໍາເມີ້ ຫວັງ ຫົວໜ້າການຕະຫລາດພາກພື້ນ ກຸ່ມບໍລິສັດທຣິບການຄ້າຊຽງໄຮ ແຫ່ງ ສປ ຈີນ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
  ໃນໂອກາດນີ້, ທ່ານ ນາງ ມານີສາຄອນ ທຳມະວົງໄຊ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ໄດ້ໃຫ້ຮູ້ວ່າ: ການທ່ອງທ່ຽວລາວ ເປັນຂະແໜງການໜຶ່ງ ທີ່ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງລັດຖະບານລາວ ຖືເອົາເປັນຂະແໜງເສດຖະກິດໜຶ່ງທີ່ສຳຄັນ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ໃນຊຸມປີຜ່ານມາ ມີນັກທ່ອງທ່ຽວສາກົນມາທ່ຽວ ສປປ ລາວ ນັບມື້ນັບເພີ່ມຂຶ້ນ. ໃນນັ້ນ, ນັກທ່ອງທ່ຽວຈີນ ແມ່ນຕະຫລາດທ່ອງທ່ຽວໜຶ່ງທີ່ສຳຄັນ ຂອງການທ່ອງທ່ຽວລາວ ແລະ ຈັດເປັນອັນດັບທີ 3 ທັດຈາກນັກທ່ອງທ່ຽວໄທ ແລະ ຫວຽດນາມ. ສະນັ້ນ, ເພື່ອເສີມຂະຫຍາຍການຕະຫລາດທ່ອງທ່ຽວລາວ ດຶງດູດນັກທ່ອງທ່ຽວຈີນ ມາທ່ຽວລາວ ໃຫ້ນັບມື້ນັບເພີ່ມຂຶ້ນ ຂະແໜງການທ່ອງທ່ຽວລາວ ຈະຕ້ອງສືບຕໍ່ອຳນວຍຄວາມສະດວກ, ກະກຽມບັນດາເງື່ອນໄຂຕ່າງໆ ເພື່ອຮອງຮັບການຂະຫຍາຍຕົວ ຂອງຕະຫລາດດັ່ງກ່າວ. ໃນ 4 ເດືອນຕົ້ນປີ 2024 ມີນັກທ່ອງທ່ຽວຈີນ ມາທ່ຽວລາວ 351.419 ເທື່ອຄົນ ເພີ່ມຂຶ້ນ 67% ຖ້າທຽບໃສ່ໄລຍະດຽວກັນຂອງປີ 2023 ຄາດຄະເນວ່າຮອດທ້າຍປີ 2024 ຈະບັນລຸໄດ້ 8 ເເສນ ເທື່ອຄົນ.
   ການລົງນາມບົດບັນທຶກສະບັບນີ້, ຈະເປັນບາດກ້າວທີ່ສຳຄັນ ປະກອບສ່ວນເຂົ້າໃນການຈັດປີທ່ອງທ່ຽວ ລາວ 2024. ພ້ອມກັນນີ້, ຈະເປັນໂອກາດທີ່ດີສໍາລັບການພັດທະນາ ສົ່ງເສີມການຕະຫລາດຂອງລາວ ໃນຕະຫລາດ ນັກທ່ອງທ່ຽວຈີນ, ພັດທະນາຜະລິດຕະພັນການທ່ອງທ່ຽວ, ການບໍລິການທ່ອງທ່ຽວ, ສົ່ງເສີມໂຄສະນາການທ່ອງ ທ່ຽວ, ພັດທະນາບຸກຄະລາກອນທ່ອງທ່ຽວ, ລວມທັງການນຳໃຊ້ເຕັກໂນໂລຊີ ໃນຂະແໜງການທ່ອງທ່ຽວ ໂດຍສະເພາະ ຮູບແບບໂຄສະນາການທ່ອງທ່ຽວລາວ ໃນລະບົບດິຈີຕອນ, ແອັບວີແຊັດ, ອາລີເພ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວຈີນ ທີ່ຈະເດີນທາງມາທ່ຽວລາວ .

Share:

ຂ່າວຫຼ້າສຸດ

ວຽກງານວັດທະນະທໍາ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34

  • 08 Oct 2025
  • ພາບ-ຂ່າວ: ກອງເລຂາເສົາຄ້ຳ ASCC ລາວ

    ໃນລະຫວ່າງວັນທີ 6-9 ຕຸລາ 2025 ທີ່...

ອ່ານເພີ່ມ

ວຽກງານວັດທະນະທໍາ

ງານສັບປະດາ ວັດທະນະທຳລາວ ເປີດສາກຢ່າງຍິ່ງໃຫຍ່ ທີ່ໂຮງລະຄອນຮ່າໂນ້ຍ, ຫວຽດນາມ

  • 03 Oct 2025
  • ຫ້ອງການກະຊວງ

      ໃນຄໍ່າຄືນວັນທີ 2 ຕຸລາ 2025 ທີ່...

ອ່ານເພີ່ມ

ວຽກງານວັດທະນະທໍາ

ລາວ-ຫວຽດນາມ ຢືນຢັນການຮ່ວມມືຢ່າງເລິກເຊິ່ງ ເນັ້ນການສົ່ງເສີມວັດທະນະທຳ, ຄຸ້ມຄອງມໍລະດົກໂລກຮ່ວມຊາຍແດນ ແລະ ຍົກລະດັບການທ່ອງທ່ຽວ

  • 02 Oct 2025
  • ຫ້ອງການກະຊວງ

      ໃນໂອກາດທີ່ກະຊວງວັດທະນະທຳ...

ອ່ານເພີ່ມ

ວຽກງານເສນາ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງວັດທະນະທຳແລະການທ່ອງທ່ຽວ ຄັ້ງທີ VI ໄດ້ສຳເລັດລົງຢ່າງສະຫງ່າງາມ.

  • 26 Sep 2025
  • ຫ້ອງການກະຊວງ

    ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ...

ອ່ານເພີ່ມ