ໜ້າຫຼັກ / ການເຄື່ອນໄຫວ / ຖວທ ມອບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈໍາປີ 2024 ໃຫ້ 52 ພາກສ່ວນ

ຖວທ ມອບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈໍາປີ 2024 ໃຫ້ 52 ພາກສ່ວນ

14 Feb 2024 | ຂ່າວ: ສົມຫວັງ |

     ພິທີມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈໍາປີ 2024 ໃຫ້ແກ່ບັນດາຜູ້ປະກອບການທຸລະກິດການທ່ອງທ່ຽວ ຂອງ ສປປ ລາວ ຈັດຂຶ້ນໃນວັນທີ 13 ກຸມພາ 2024 ທີ່ນະຄອນຫລວງວຽງຈັນ, ໃຫ້ກຽດມອບໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖະແຫລ່ງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ(ຖວທ), ມີທ່ານຮອງລັດຖະມົນຕີ, ເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນລາວ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ຖວທ ນະຄອນຫລວງວຽງຈັນ ແລະ ຜູ້ຕາງໜ້າຈາກບັນດາແຂວງທົ່ວປະເທດ, ພາກທຸລະກິດທີ່ໄດ້ຮັບລາງວັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

       ຜູ້ປະກອບການທຸລະກິດການທ່ອງທ່ຽວ ຂອງ ສປປ ລາວ ທີ່ໄດ້ຮັບລາງວັນໃນຄັ້ງນີ້, ມີ 52 ພາກສ່ວນ ທີ່ບັນລຸຕາມເງື່ອນໄຂມາດຕະຖານທີ່ອາຊຽນກໍານົດໄວ້ ໃນ 3 ປະເພດ ຄື: ລາງວັນມາດຕະຖານໂຮງແຮມຂຽວອາຊຽນ ຈໍານວນ 45 ລາງວັນ; ລາງວັນມາດຕະຖານສະຖານທີ່ຈັດງານອາຊຽນ ປະເພດສະຖານທີ່ຈັດເທສະການ ຈໍານວນ 6 ລາງວັນ ແລະ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ຈໍານວນ 1 ລາງວັນ ຊຶ່ງຫົວຂໍ້ການແຂ່ງຂັນສໍາລັບປີ 2024 ແມ່ນການສົ່ງເສີມອາຫານ ເພື່ອການທ່ອງທ່ຽວ.

    ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ: ລາງວັນມາດຕະຖານການທ່ອງ ທ່ຽວອາຊຽນ ແມ່ນລາງວັນອັນຊົງກຽດ ທີ່ມີຄວາມໝາຍ ແລະ ຄວາມສຳຄັນຢ່າງຍິ່ງໃນການສົ່ງເສີມອຸດສາຫະກຳການທ່ອງທ່ຽວອາຊຽນ ໃຫ້ມີຄຸນນະພາບທີ່ດີ ໂດຍສະເພາະການພັດທະນາອຸດສາຫະກຳການທ່ອງ ທ່ຽວຂອງ ສປປ ລາວ ຊຶ່ງເປັນຄວາມພະຍາຍາມ ແລະ ການປະກອບສ່ວນພັນທະຢ່າງຕັ້ງໜ້າຂອງພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ພາກເອກະຊົນ ທີ່ຈຳເປັນຕ້ອງໄດ້ປະຕິບັດເພື່ອຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວໃຫ້ມີຄຸນນະພາບ, ມີຄວາມຮັບຜິດຊອບ, ມີຄວາມຍືນຍົງ ແລະ ສາມາດແຂ່ງຂັນກັນໄດ້. ທັງນີ້, ກໍເພື່ອເປັນການປົກປັກຮັກສາ ແລະ ສົ່ງເສີມມໍລະດົກທາງດ້ານທຳມະຊາດທີ່ອຸດົມສົມບູນ ແລະ ມໍລະດົກທາງດ້ານວັດທະນະທຳທີ່ໂດດເດັ່ນຂອງ ສປປ ລາວ ໃຫ້ຍືນຍົງຕະຫລອດໄປ.

Share:

ຂ່າວຫຼ້າສຸດ

ວຽກງານວັດທະນະທໍາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ອິນເດຍ ລາວ ລົງນາມເອກະສານ ໂຄງການປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ

  • 19 Jan 2026
  • ຫ້ອງການກະຊວງ

...

ອ່ານເພີ່ມ

ອົງການຈັດຕັ້ງມະຫາຊົນ

ຄະນະບໍລິຫານງານຊາວໜຸ່ມກະຊວງ ວທ ໄດ້ຈັດກອງປະຊຸມສະຫຼຸບວຽກງານຊາວໜຸ່ມ ປີ 2025 ແລະ ແຜນການປີ 2026

  • 15 Jan 2026
  • ຫ້ອງການກະຊວງ

ວັນທີ 15 ມັງກອນ 2026,...

ອ່ານເພີ່ມ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ກະຊວງ ວທ

  • 25 Dec 2025
  • ຫ້ອງການກະຊວງ

   ໃນຕອນເຊົ້າຂອງວັນທີ 25 ທັນວາ 2025...

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບຄະນະໂຮງຮຽນຊາກຸລາ ຍີ່ປຸ່ນເພື່ອເສີມສ້າງສາຍພົວພັນສອງຊາດລາວຍີ່ປຸ່ນ ຄົບຮອບ 70 ປີ

  • 18 Dec 2025
  • ຫ້ອງການກະຊວງ

   ທ່ານ ນາງ ສວນສະຫວັນ ວິຍະເກດ...

ອ່ານເພີ່ມ