ໜ້າຫຼັກ / ການເຄື່ອນໄຫວ / ປີທ່ອງທ່ຽວລາວ 2024 ກຳນົດເອົາຮູບຊ້າງຖືແຄນເປັນສັນຍາລັກນຳໂຊກ

ປີທ່ອງທ່ຽວລາວ 2024 ກຳນົດເອົາຮູບຊ້າງຖືແຄນເປັນສັນຍາລັກນຳໂຊກ

13 Nov 2023 | ຂ່າວ: ທະນູທອງ |

    ຂປລ. ປີທ່ອງທ່ຽວລາວ ຄັ້ງທີ 4 ປະຈຳປີ 2024 ຈະຈັດຂຶ້ນພາຍໃຕ້ຄຳຂວັນ “ທ່ອງທ່ຽວລາວ ປອດໄພ ຊື່ນໃຈໃນວັດທະນະທຳທຳມະຊາດ ແລະ ປະຫວັດສາດ” ແລະ ໄດ້ກຳນົດເອົາຮູບຊ້າງຖືແຄນ ເປັນສັນຍາລັກນຳໂຊກ ໃຫ້ແກ່ການທ່ອງທ່ຽວລາວ 2024ພ້ອມທັງກຳນົດເອົາ 79 ກິດຈະກຳ. ໃນນີ້, ມີ 14 ກິດຈະກຳລະດັບຊາດ ແລະ 65 ກິດຈະກຳລະດັບແຂວງ.

     ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຖະແຫລງຂ່າວກ່ຽວກັບ ການຈັດປີທ່ອງທ່ຽວລາວ 2024 ໃນວັນທີ 13 ພະຈິກ 2023 ນີ້ວ່າ: ການຈັດປີທ່ອງທ່ຽງລາວ 2024 ນີ້ກະຊວງຖະເເຫລງຂ່າວວັດທະນະທຳ ເເລະ ທ່ອງທ່ຽວ ຮ່ວມກັບພະແນກ ຖວທ ນະຄອນ ຫລວງ ເເລະ ບັນດາເເຂວງໃນທົ່ວປະເທດ ໄດ້ເປັນເອກະພາບກັນກຳນົດ ບັນດາກິດຈະກໍາ ທີ່ຈະຈັດຕັ້ງປະຕິບັດ ໃນປີທ່ອງທ່ຽວລາວ 2024 ໂດຍໄດ້ສະເໜີ ໃຫ້ລັດຖະບານຮັບຮອງ ແລະ ກໍານົດເອົາ 79 ກິດຈະກຳໃນນີ້ມີ 14 ກິດຈະກຳລະດັບຊາດ ແລະ 65 ກິດຈະກຳລະດັບແຂວງ ເຊິ່ງຈະຈັດເຂົ້າໃນປະຕິທິນການທ່ອງທ່ຽວ ເພື່ອໃຫ້ນັກທ່ອງທ່ຽວ ສາມາດຄັດເລືອກທ່ອງທ່ຽວ ໄດ້ຕະຫລອດປີ ຕາມຄວາມເໝາະສົມ ແລະ ຕາມຄວາມສົນໃຈ. ພ້ອກັນນີ້, ຍັງໄດ້ຮ່ວມມືກັບບັນດາ ຜູ້ປະກອບການທຸລະກິດທ່ອງທ່ຽວໂຮງເເຮມເເຫລ່ງທ່ອງທ່ຽວຮ້ານອາຫານສາຍການບິນລາວ ເເລະ ຫົວໜ່ວຍທຸລະກິດ ທີ່ກ່ຽວຂ້ອງ ຈັດເປັນລາຍການທ່ອງທ່ຽວ. ທັງນີ້, ກໍເພື່ອເຮັດໃຫ້ບັນດາກິດຈະກໍາການທ່ອງທ່ຽວ ເເລະ ລາຍການທ່ອງທ່ຽວ ມີຄວາມກົມກຽວເຊື່ອມຈອດລະຫວ່າງສູນກາງ ເເລະ ທ້ອງຖີ່ນເເຂວງຕໍ່ເເຂວງເເຂວງຕໍ່ເມືອງ ໃນຂອບເຂດ ທົ່ວປະເທດ ເເລະ ມີຮູບເເບບສົ່ງເສີມການຂາຍ ຕາມລະດູການໃນລາຄາທີ່ເໝາະສົມ.

     ໃນປີ 2024 ຄາດຄະເນວ່າ ຈະມີນັກທ່ອງທ່ຽວສາກົນ ເດີນທາງເຂົ້າມາທ່ຽວ ສປປ ລາວ ປະມານ 2,7 ລ້ານເທື່ອຄົນ ແລະ ໃນປີ 2025 ນັກທ່ອງທ່ຽວສາກົນຈະບັນລຸເຖິງ 2,9 ລ້ານເທື່ອຄົນ. ເພື່ອເຮັດໃຫ້ການປະຕິບັດ ແຜນກິດຈະກຳ ປີທ່ອງທ່ຽວລາວ 2024 ບັນລຸຕາມລະດັບຄາດໝາຍ ທີ່ໄດ້ກຳນົດໄວ້ນັ້ນ,  ກະຊວງຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ຈະສຸມປະຕິບັດໃສ່ບັນດາໜ້າວຽກຕົ້ນຕໍ ເປັນຕົ້ນ ສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບບັນດາ ຂະເເໜງການທີ່ກ່ຽວຂ້ອງຢູ່ສູນກາງ ເເລະ ທ້ອງຖິ່ນ ເພື່ອຈັດຕັ້ງຜັນຂະຫຍາຍ ກິດຈະກໍາລະດັບຊາດລະດັບທ້ອງຖິ່ນເຂົ້າສູ່ ຊີວິດຕົວຈິງໃຫ້ທັນເວລາພ້ອມທັງ ຈະສຸມໃສ່ປັບປຸງສິ່ງອຳນວຍ ຄວາມສະດວກດ້ານການ ທ່ອງທ່ຽວສ້າງລາຍການທ່ອງທ່ຽວ ໃຫ້ມີຄວາມຫລາກຫລາຍ ຕອບສະໜອງຄວາມຕ້ອງການ ກັບທ່າອ່ຽງການຕະຫລາດທ່ອງທ່ຽວ ພາກພື້ນ ເເລະ ສາກົນ; ປັບປຸງຄຸນນະພາບການບໍລິການ ໃນຂະແໜງການທ່ອງທ່ຽວການຕ້ອນ ຮັບທີ່ອົບອຸ່ນຍີ້ມເເຍ້ມແຈ່ມໃສປະທັບໃຈ ແລະ ຮັບປະກັນຄວາມປອດໄພ,  ເພີ່ມທະວີການໂຄສະນາປີທ່ອງທ່ຽວລາວຢ່າງແຂງແຮງ ໂດຍນຳໃຊ້ພາຫະນະສື່ມວນຊົນພາຍໃນສື່ຕ່າງປະເທດ ເເລະ ການເຂົ້າຮ່ວມງານວາງສະເເດງ ການຕະຫລາດ ທ່ອງທ່ຽວສາກົນ.

      ທ່ານນາງ ສວນສະຫວັນ ວິຍະເກດ ຍັງໃຫ້ຮູ້ອີກວ່າ: ສປປ ລາວ ເຄີຍຈັດປີທ່ອງທ່ຽວລາວ ມາແລ້ວ 3 ຄັ້ງ ຄື: ຄັ້ງທີ 1 ແມ່ນປີ 1999-2000ຄັ້ງທີ 2 ແມ່ນປີ 2012ຄັ້ງທີ 3 ແມ່ນ ປີ 2018  ເຊິ່ງໃນຫລາຍປີທີ່ຜ່ານມາ ພັກ-ລັດຖະບານລາວ ຍາມໃດກໍໃຫ້ຄວາມສຳຄັນ ເເລະ ຖືການທ່ອງທ່ຽວ ເປັນຂະແໜງການເສດຖະກິດປາຍແຫລມ ຂອງການພັດທະນາ ແລະ ເອົາໃຈໃສ່ຊີ້ນຳ-ນຳພາສ້າງເງື່ອນໄຂ ອຳນວຍຄວາມສະດວກ ໃຫ້ເເກ່ຂະເເໜງ ການທ່ອງ ທ່ຽວໄດ້ກຳນົດນະໂຍບາຍພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ທາງດ້ານວັດທະນະທຳປະຫວັດສາດທຳມະຊາດ ແລະ ກະສິກຳ ເພື່ອເປັນທ່າແຮງດຶງດູດ ນັກທ່ອງທ່ຽວສາກົນ ເຂົ້າມາທ່ຽວປະເທດລາວ ນັບມື້ນັບເພີ່ມຂຶ້ນສ້າງວຽກເຮັດງານທຳໃຫ້ແກ່ສັງຄົມຊຸກຍູ້ການຜະລິດກະສິກຳຫັດຖະກຳທຸລະກິດປີ່ນອ້ອມ ຖືເປັນການສົ່ງອອກກັບທີ່ ແລະ ການກະຈາຍລາຍໄດ້ໄປສູ່ທ້ອງຖິ່ນ ກໍຄື ເຂດຊົນນະບົດຫ່າງໄກສອກຫລີກ ປະກອບສ່ວນເຂົ້າໃນ ການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ.

ຂ່າວຫຼ້າສຸດ

ອົງການຈັດຕັ້ງມະຫາຊົນ

ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມແລກປ່ຽນຄໍາຄິດເຫັນ ວຽກງານຕ້ານການຄ້າມະນຸດ ໃຫ້ຂະແໜງສື່ມວນຊົນ ແຂວງ ພາກໃຕ້ ແລະ ພາກເໜືອ

  • 15 Jul 2024
  • ຂ່າວ: ກິດຕາ

     ກະຊວງຖະແຫລງຂ່າວ, ວັດທະນະທໍາ...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ເຜີຍແຜ່ຫລາຍເອກະສານສຳຄັນຂອງພັກ-ຂອງຊາດ

  • 12 Jul 2024
  • ຂ່າວ: ສົມຫວັງ

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ...

ອ່ານເພີ່ມ

ວຽກງານທ່ອງທ່ຽວ

ກະຊວງ ຖວທ ແລະ ກຸ່ມບໍລິສັດທຣິບການຄ້າ ຊຽງໄຮ ສປ ຈີນ ລົງນາມຮ່ວມມືດ້ານການທ່ອງທ່ຽວ

  • 04 Jul 2024
  • ພາບ: ອ່າຍຄຳ

  ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ...

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບຜູ້ຕາງໜ້າ ຫ້ອງການ ອຸຍນີເຊບ ປະຈຳລາວ ເຂົ້າຢ້ຽມອຳລາ

  • 25 Jun 2024
  • ພາບ: ອ່າຍຄຳ

   ຂປລ. ວັນທີ 25 ມິຖຸນາ 2024 ນີ້, ທ່ານ...

ອ່ານເພີ່ມ