ໜ້າຫຼັກ / ການເຄື່ອນໄຫວ / ກະຊວງ ຖວທ ມີຄວາມພ້ອມໃນການເປີດປີທ່ອງທ່ຽວລາວ 2024

ກະຊວງ ຖວທ ມີຄວາມພ້ອມໃນການເປີດປີທ່ອງທ່ຽວລາວ 2024

07 Nov 2023 | ໜັງສືພິມລາວພັດທະນາ Laophattana News |

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ກ່ຽວກັບການກະກຽມຄວາມພ້ອມໃນການເປີດປີທ່ອງທ່ຽວລາວ ປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ພະຈິກ 2023.
ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ຊີ້ແຈງວ່າ: ພາຍຫຼັງການແຜ່ລະບາດ ຂອງພະຍາດໂຄວິດ-19 ໄດ້ຫຼຸດລົງ ການທ່ອງທ່ຽວ ຂອງລາວເຮົາ ກໍໄດ້ເລີມມີການຟື້ນຕົວຂຶ້ນ. ໃນປີ 2022 ມີນັກທ່ອງທ່ຽວສາກົນເຂົ້າມາ ຈຳນວນ 1.294.365 ເທື່ອຄົນ ສາມາດສ້າງລາຍຮັບໄດ້ 265.511.231 ໂດລາ. ໃນ 9 ເດືອນ ຂອງປີ 2023 ມີນັກທ່ອງທ່ຽວຕ່າງປະເທດມາທ່ຽວລາວ 2.498.691 ເທື່ອຄົນ, ຄາດວ່າໝົດປີ 2023 ຈະມີນັກທ່ອງທ່ຽວຕ່າງປະເທດ ຈຳນວນ 2,9 ຫາ 3,3 ລ້ານເທື່ອຄົນ. ສຳລັບປີ ໃນປີ 2024 ຈະສາມາດຮັບນັກທ່ອງທ່ຽວໄດ້ປະມານ 3,5 ລ້ານເທື່ອຄົນ. ຈຸດປະສົງຂອງການເປີດປີທ່ອງທ່ຽວລາວ 2024 ມີດັ່ງນີ້:
1 ເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ເຮົາ, ກໍຄືຜົນສຳເລັດໃນການສ້າງສາພັດທະນາປະເທດຂອງປະຊາ ຊົນລາວບັນດາເຜົ່າ; ສະແດງພາບພົດອັນຈົບງາມຂອງ ສປປ ລາວ ທັງໃນດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ.
2 ເພື່ອປະກອບສ່ວນເຂົ້າໃນວຽກງານການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຕາມການກຳນົດຂອງພັກ-ລັດໃຫ້ຂະແໜງການທ່ອງທ່ຽວ ເປັນຂະແໜງການເສດຖະກິດປາຍແຫຼມໜຶ່ງ ທີ່ພາໃຫ້ມີການສະສົມເງິນຕາ, ມີການໝູນວຽນເງິນຕາພາຍໃນປະເທດເປັນຢ່າງດີ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນຂົງເຂດວຽກງານບໍລິການ, ການຜະລິດ, ເປັນຕົ້ນແມ່ນການຜະລິດກະສິກຳ ແລະ ຫັດຖະກຳ ໂດຍຖືເປັນການສົ່ງອອກກັບທີ່, ການກະຈາຍລາຍໄດ້ໄປສູ່ທ້ອງຖິ່ນ ກໍຄືເຂດຊົນນະບົດຫ່າງໄກສອກຫຼີກ ແລະ ຍັງຖືເອົາວຽກງານການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ເປັນການຂະຫຍາຍຕົວ ແລະ ເປີດກວ້າງການພົວພັນຮ່ວມມືກັບພາຍນອກອີກດ້ວຍ.
3 ຊຸກຍູ້ປຸກລະດົມຂະບວນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງ ສປປ ລາວ ທີ່ຖືເອົາການ ທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ, ປະຫວັດສາດ ແລະ ກະສິກຳ ໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ, ຕໍ່ເນື່ອງ ແລະ ມີຄວາມຍືນຍົງ ໂດຍການມີສ່ວນຮ່ວມຂອງທົ່ວສັງຄົມ ແລະ ຂອງປະຊາຊົນບັນດາເຜົ່າ.
4 ຖືເອົາໂອກາດນີ້ສຸມໃສ່ການຟື້ນຟູການທ່ອງທ່ຽວຢ່າງເປັນຮູບປະທໍາ, ປັບປຸງໂຄງລ່າງພື້ນຖານສິ່ງອຳນວຍຄວາມສະດວກ ແລະ ການບໍລິການ, ຍົກສູງຄຸນນະພາບຂອງການບໍລິການການທ່ອງທ່ຽວໃຫ້ໄດ້ມາດຕະ ຖານ, ພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດໜຶ່ງ ທີ່ສາມາດແຂ່ງຂັນ ແລະ ເຊື່ອມໂຍງກັບການທ່ອງທ່ຽວຢູ່ບັນດາປະເທດໃນ ພາກພື້ນ ແລະ ສາກົນ.
5 ດຶງດູດນັກທ່ອງທ່ຽວສາກົນເຂົ້າມາທ່ຽວລາວນັບມື້ນັບຫຼາຍຂື້ນແນໃສ່ສ້າງວຽກເຮັດງານທຳໃຫ້ແກ່ສັງ ຄົມ ແລະ ສ້າງລາຍຮັບເງິນຕາເຂົ້າສູ່ປະເທດ ແລະ ກະຈາຍລາຍໄດ້ ລົງສູ່ທ້ອງຖິ່ນ.
6 ສ້າງຈິດສຳນຶກ ແລະ ຍົກສູງຄວາມຮັບຮູ້ຂອງສັງຄົມ ແລະ ປະຊາຊົນເຮົາ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານທ່ອງທ່ຽວ ໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ຂອງທ້ອງຖິ່ນ.
7 ສົ່ງເສີມ ແລະ ໂຄສະນາຜະລິດຕະພັນການທ່ອງທ່ຽວທີ່ເປັນທ່າແຮງ, ສົ່ງເສີມກິດຈະກຳບຸນປະເພນີອັນເປັນເອກະລັກຂອງປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ.
ສຳລັບເນື້ອໃນການເປີດປີທ່ອງທ່ຽວລາວ 2024 ນີ້ ລັດຖະບານ ໄດ້ເຫັນດີ ຕົກລົງອະນຸມັດໃຫ້ເປີດປີທ່ອງທ່ຽວລາວ 2024 ຂຶ້ນ ຖືເປັນໜ້າທີ່ ຂອງທຸກຂະແໜງການນັບທັງສູນກາງ ແລະ ທ້ອງຖິ່ນ, ທັງພາກລັດ, ພາກທຸລະກິດ ແລະ ປວງຊົນລາວ ແລະ ໄດ້ກຳນົດຄຳຂວັນຄື: ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ. ໂດຍແປເປັນພາສາອັງກິດແມ່ນ Laos : A Paradiseof Culture, Nature and History.
ກະຊວງ ຖວທ ກໍໄດ້ເອົາໃຈໃສ່ເປັນເຈົ້າການປະສານງານກັບບັນດາຂະແໜງ ການທີ່ກ່ຽວຂ້ອງ ທັງພາກລັດ, ພາກທຸລະກິດ ຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ກຳນົດເອົາ 79 ກິດຈະກຳ, ໃນນີ້ມີ 14 ກິດຈະກໍາລະດັບຊາດ ແລະ 65 ກິດຈະກໍາລະດັບເເຂວງ ເພື່ອສ້າງຂະບວນການໃຫ້ຟົດຟື້ນ ໃນຂອບເຂດທົ່ວປະເທດພາຍໃນແຂວງ ຕະຫຼອດຮອດຂັ້ນເມືອງ ຕາມສະພາບທ່າແຮງຂອງການທ່ອງທ່ຽວຂອງຕົນ. ສົມທົບ ແລະ ຮ່ວມມື ລະຫວ່າງ ສູນກາງ ກັບ ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອກຳນົດບັນດາກິດຈະກຳປີທ່ອງທ່ຽວ 2024 ໃຫ້ເປັນຂະບວນຟົດຟື້ນ ແລະ ດຶງດູດນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວ ສປປ ລາວ ໃຫ້ຫຼາຍຂຶ້ນ. ໃນດ້ານການປັບປຸງມາດຕະຖານການທ່ອງທ່ຽວ: ການບໍລິການຂອງຫົວໜ່ວຍຜູ້ປະກອບການທຸລະກິດການທ່ອງທ່ຽວ ໄດ້ຜັນຂະຫຍາຍມາດຕະຖານການທ່ອງທ່ຽວອາຊຽນ ຈໍານວນ 8 ມາດຕະຖານ ຄື: ມາດຕະຖານໂຮງແຮມຂຽວ, ມາດຕະຖານເຮືອນພັກແຮມປະຊາຊົນ, ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ, ມາດຕະຖານເມືອງທ່ອງທ່ຽວສະອາດ, ມາດຕະຖານສະຖານທີ່ຈັດງານ, ລາງວັນການທ່ອງທ່ຽວແບບຍືນຍົງ, ມາດຕະຖານສະປາ ແລະ ມາດຕະຖານຫ້ອງນໍ້າສາທາລະນະສະອາດ.
ໄດ້ຮັບຮອງເອົາມາດຕະຖານການທ່ອງທ່ຽວ ຂອງ ສປປ ລາວ ຈໍານວນ 6 ມາດຕະຖານ ຄື: ມາດຕະຖານ ເມືອງທ່ອງທ່ຽວສະອາດ, ມາດຕະຖານເຮືອນພັກແຮມ, ມາດຕະຖານການທ່ອງທ່ຽວແບບປະຊາຊົນມີ ສ່ວນຮ່ວມ, ມາດຕະຖານຫ້ອງນໍ້າສາທາລະນະ, ມາດຕະຖານການບໍລິ ການສະປາ ແລະ ມາດຕະ ຖານສະຖານທີ່ຈັດງານ. ສໍາເລັດການຈັດພິທີມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປີ 2023 ຈໍານວນ 35 ລາງ ວັນ ຄື: ລາງວັນມາດຕະຖານເຮືອນພັກແຮມ 5 ລາງວັນ, ລາງວັນມາດຕະຖານການທ່ອງທ່ຽວແບບປະ ຊາຊົນ ມີສ່ວນຮ່ວມ 5 ລາງວັນ, ລາງວັນມາດຕະຖານການບໍລິການສະປາ 7 ລາງວັນ ແລະ ລາງວັນມາດຕະຖານ ຫ້ອງນໍ້າສາ ທາລະນະ 18 ລາງວັນ. ສໍາເລັດການຮ່າງເອກະສານບົດສະເໜີໂຄງການ ສ້າງມາດຕະຖານການທ່ອງທ່ຽວແບບອະນຸລັກອາຊຽນ ຊຶ່ງ ເປັນຫົວຂໍ້ທີ່ນອນຢູ່ໃນແຜນວຽກບູລິມະສິດ ຂອງ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024. ໂຄງການດັ່ງກ່າວ ໄດ້ຖືກຮັບຮອງຢູ່ໃນກອງປະຊຸມຄະນະກໍາມະການທ່ອງທ່ຽວອາຊຽນ ທີ່ ສປປ ລາວ ເປັນ ເຈົ້າພາບ ຈັດຂຶ້ນຢູ່ແຂວງຫຼວງພະບາງ ລະຫວ່າງ ວັນທີ 2-10 ກັນຍາ 2023.ສໍາເລັດການຈັດງານເປີດໂຕມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ຂຶ້ນ ໃນວັນທີ 15 ກັນຍາ 2023 ຈຸດ ປະສົງ ເພື່ອນໍາສະເໜີບັນດາເອກະສານ, ຄູ່ມືມາດຕະຖານ, ເຄື່ອງມືໂຄສະນາ (ເວັບໄຊມາດຕະຖານ, ເຟສບຸກ ມາດຕະຖານ, ວິດີໂອໂຄສະນາມາດຕະຖານ, ສິ່ງພິມໂຄສະນາມາດຕະຖານ) ໃຫ້ທົ່ວສັງຄົມ ໄດ້ຮັບຮູ້ເຖິງ ຄວາມສໍາຄັນ ແລະ ພ້ອມກັນມີສ່ວນຮ່ວມ ໃນການຊຸກຍູ້ໃຫ້ການທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ກາຍເປັນຈຸດ ໝາຍປາຍທາງການທ່ອງທ່ຽວ ທີ່ມີຄຸນນະພາບ.ສົມທົບກັບບັນດາແຂວງ ປັບປຸງເມືອງທ່ອງທ່ຽວຕາມມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ແລະ ສປປ ລາວ ໃຫ້ໄດ້ເພີ່ມອີກຈໍານວນ 4 ເມືອງ ຄື: ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ເມືອງຈໍາປາສັກ ແຂວງ ຈໍາປາສັກ, ເມືອງຈອມເພັດ ແລະ ເມືອງງອຍ ແຂວງຫຼວງພະບາງ. ລົງຊຸກຍູ້ພະແນກ ຖວທ ນະຄອນຫຼວງວຽງຈັນ, ແຂວງຈໍາປາສັກ ແລະ ຫຼວງພະບາງ ປັບປຸງສະຖານທີ່ທ່ອງທ່ຽວ ອີງຕາມມາດຕະຖານການຈັດລະດັບສະຖານທີ່ທ່ອງທ່ຽວ; ລົງຕິດຕາມຊີ້ນໍາການປະເມີນມາດຕະ ຖານເຮືອນພັກປະຊາຊົນ ແລະ ມາດຕະຖານການ ທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ທີ່ແຂວງວຽງຈັນ, ເມືອງວັງວຽງ, ແຂວງຫຼວງພະບາງ ແລະ ແຂວງຈຳປາສັກ ພ້ອມໃຫ້ຄໍາແນະນໍາໃນການປັບປຸງໃຫ້ໄດ້ມາດຕະຖານອາຊຽນ.
ໃນວັນທີ 13 ພະຈິກ 2023 ຈະໄດ້ຈັດພິທີຖະແຫຼງຂ່າວ ໃນການຈັດປີທ່ອງທ່ຽວລາວ 2024 ໃນຕອນບ່າຍ ທີ່ໂຮງແຮມດອນຈັນພາເລດ ແລະ ໃນວັນທີ 23 ພະຈິກ 2023 ຈະໄດ້ຈັດພິທີເປີດປີທ່ອງທ່ຽວລາວ 2024 ຢ່າງເປັນທາງການ ແລະ ບຸນນະມັດສະການພຣະທາດຫຼວງ ແລະ ງານວາງສະແດງສິນຄ້າປະຈຳປີ 2023. ມາຮອດນີ້, ເຫັນໄດ້ວ່າການກະກຽມຈັດປີທ່ອງທ່ຽວລາວ 2024 ນີ້ ແມ່ນມີຄວາມພ້ອມສົມຄວນ ແຕ່ກໍຍັງຕ້ອງມີຫຼາຍວຽກງານທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ແລະ ປະສານສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ວຽກງານການທ່ອງທ່ຽວມີການພັດທະນາທີ່ດີຂື້ນເລື່້ອຍໆ.

Share:

ຂ່າວຫຼ້າສຸດ

ວຽກງານຖະແຫຼງຂ່າວ

ມອບ-ຮັບ ໜ້າທີ່ ຜູ້ອຳນວຍການໃຫຍ່ ຂປລ ຜູ້ໃໝ່

  • 17 Oct 2024
  • ທະນູທອງ

   ໃນວັນທີ 16 ຕຸລາ ນີ້,...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ປະກາດພະນັກງານ ຮັບ ນະໂຍບາຍອຸດໜູນບຳນານ ແລະ ປັບປຸງການຈັດຕັ້ງ

  • 04 Oct 2024
  • ຂ່າວ: ທະນູທອງ

  ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ...

ອ່ານເພີ່ມ

ວຽກງານຖະແຫຼງຂ່າວ

ຮອງລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບ ຄະນະຜູ້ແທນສະມາຄົມນັກຂ່າວຫວຽດນາມ

  • 11 Sep 2024
  • ທະນູທອງ

     ຂປລ. ໃນວັນທີ 11 ກັນຍາ 2024 ນີ້,...

ອ່ານເພີ່ມ

ອົງການຈັດຕັ້ງມະຫາຊົນ

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈັດຝືກອົບຮົມ ທັກສະການເປັນຜູ້ນໍາ ແລະ ການເວົ້າເທິງເວທີ ໃຫ້ແມ່ຍິງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ

  • 29 Aug 2024
  • ຫ້ອງການກະຊວງ

ໃນວັນທີ 29 ສິງຫາ 2024 ກະຊວງຖະແຫຼງຂ່າວ,...

ອ່ານເພີ່ມ