ໜ້າຫຼັກ / ການເຄື່ອນໄຫວ / ຮອງລັດຖະມົນຕີ ຖວທ ຕ້ອນຮັບຄະນະຫ້ອງການກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ

ຮອງລັດຖະມົນຕີ ຖວທ ຕ້ອນຮັບຄະນະຫ້ອງການກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ

06 Nov 2023 | ຂ່າວ-ພາບ: ວຽງສະຫວັນ |

ຂປລ. ວັນທີ 6 ພະຈິກ 2023 ນີ້, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບ ທ່ານ  ຫງວຽນ ຫິ້ວ ຫງັອກ ຮອງຫົວໜ້າຫ້ອງ ການກະຊວງ ວັດທະນະທຳກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ  ໃນໂອກາດທີ່ເດີ່ນທາງມາເຮັດວຽກຢູ່ ສປປ ລາວ ພ້ອມດ້ວຍຄະນະ.

ໂອກາດນີ້, ທ່ານ ວັນສີ ກົວມົວ ໄດ້ຕີລາຄາສູງຕໍ່ ທ່ານ ຫງວຽນ ຫິ້ວ ຫງັອກ ຮອງຫົວໜ້າຫ່ອງການກະຊວງ ວັດທະນະທຳກິລາ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ທີ່ເດີນທາງມາເຮັດວຽກທີ່ ສປປ ລາວ ໃນຄັ້ງນີ້ ແລະ ພ້ອມຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືຂອງສອງຊາດ ລາວ-ຫວຽດນາມ ກໍຄື ກະຊວງກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ແລະ ກະຊວງ ວັດທະນະທຳກິລາ ແລະ ທ່ອງທ່ຽວ ສສ ວຽດນາມ ໂດຍສະເພາະ ໃນຂົງເຂດວຽກງານວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.

ທ່ານ  ຫງວຽນ ຫິ້ວ ຫງັອກ ກໍໄດ້ສະແດງຄວາມອົກຂອບໃຈຕໍ່ ທ່ານ ວັນສີ ກົວມົວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ແລະ ຈະເຮັດສຸດຄວາມສາມາດ ເພື່ອເຮັດໃຫ້ ການຮ່ວມມື-ຊ່ວຍເຫລືອ ພັດທະນາວຽກງານ ວັດທະນະທໍາ ແລະ ທ່ອງທ່ຽວ ຂອງ ສປປ ລາວ-ຫວຽດນາມ ໃຫ້ດີຂຶ້ນເລື້ອຍໆ. ພ້ອມນີ້ທ່ານຍັງລາຍງານຜົນສຳເລັດ ການພົບປະ ແລະ ເຊັນບົດບັນທຶກ ແລກປ່ຽນບົດຮຽນ ລະຫວ່າງ ຫ້ອງການກະຊວງ ຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ຫ້ອງການກະຊວງ ວັດທະນະທຳກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ໄລຍະ 2023-2027 ຕື່ມອີກ.

Share:

ຂ່າວຫຼ້າສຸດ

ວຽກງານວັດທະນະທໍາ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34

  • 08 Oct 2025
  • ພາບ-ຂ່າວ: ກອງເລຂາເສົາຄ້ຳ ASCC ລາວ

    ໃນລະຫວ່າງວັນທີ 6-9 ຕຸລາ 2025 ທີ່...

ອ່ານເພີ່ມ

ວຽກງານວັດທະນະທໍາ

ງານສັບປະດາ ວັດທະນະທຳລາວ ເປີດສາກຢ່າງຍິ່ງໃຫຍ່ ທີ່ໂຮງລະຄອນຮ່າໂນ້ຍ, ຫວຽດນາມ

  • 03 Oct 2025
  • ຫ້ອງການກະຊວງ

      ໃນຄໍ່າຄືນວັນທີ 2 ຕຸລາ 2025 ທີ່...

ອ່ານເພີ່ມ

ວຽກງານວັດທະນະທໍາ

ລາວ-ຫວຽດນາມ ຢືນຢັນການຮ່ວມມືຢ່າງເລິກເຊິ່ງ ເນັ້ນການສົ່ງເສີມວັດທະນະທຳ, ຄຸ້ມຄອງມໍລະດົກໂລກຮ່ວມຊາຍແດນ ແລະ ຍົກລະດັບການທ່ອງທ່ຽວ

  • 02 Oct 2025
  • ຫ້ອງການກະຊວງ

      ໃນໂອກາດທີ່ກະຊວງວັດທະນະທຳ...

ອ່ານເພີ່ມ

ວຽກງານເສນາ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງວັດທະນະທຳແລະການທ່ອງທ່ຽວ ຄັ້ງທີ VI ໄດ້ສຳເລັດລົງຢ່າງສະຫງ່າງາມ.

  • 26 Sep 2025
  • ຫ້ອງການກະຊວງ

    ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ...

ອ່ານເພີ່ມ