ໜ້າຫຼັກ / ການເຄື່ອນໄຫວ / ກອງປະຊຸມເຈົ້າໜ້າທີ່ອາວຸໂສ ວັດທະນະທຳ ແລະ ສິລະປະອາຊຽນ ຄັ້ງທີ 19

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ວັດທະນະທຳ ແລະ ສິລະປະອາຊຽນ ຄັ້ງທີ 19

24 Oct 2023 | ຂ່າວ-ພາບ: ທະນູທອງ |

ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ວັດທະນະທຳ ແລະ ສິລະປະອາຊຽນ ຄັ້ງທີ 19 ແລະ ບັນດາກອງປະຊຸມປິ່ນອ້ອມ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 24-25 ຕຸລາ ນີ້ຢູ່ເມືອງວັງວຽງແຂວງວຽງຈັນ ສປປ ລາວ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ເອກະພາບ ພັນທະວົງ ຮອງເລຂາທິການໃຫຍ່ອາຊຽນ ຜູ້ຊີ້ນຳວຽກງານປະຊາຄົມວັດທະນະທຳ-ສັງຄົມອາຊຽນ, ພ້ອມດ້ວຍບັນດາເຈົ້າໜ້າທີ່ອາວຸໂສວັດທະນະທຳ ແລະ ສິລະປະ ຈາກບັນດາປະເທດສະມາຊິກອາຊຽນ ແລະ ຕິມໍເລສເຕ, ປະເທດສະມາຊິກອາຊຽນບວກສາມ (ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ ເຂົ້າຮ່ວມ. 
ທ່ານນາງ ສວນສະຫວັນ ວິຍະເກດ ກ່າວວ່າ: ກອງປະຊຸມເຈົ້າໜ້າທີ່ອາວຸໂສວັດທະນະທຳ ແລະ ສິລະປະອາຊຽນ ຄັ້ງທີ 19 ຈັດຂຶ້ນພາຍໃຕ້ຫົວຂໍ້ ເສີມຂະຫຍາຍບົດບາດວັດທະນະທຳ ແລະ ສິລະປະອາຊຽນ ຫຼັງໂຣກລະບາດໂຄວິດ-19 ເພື່ອການພັດທະນາແບບຍືນຍົງ ຊຶ່ງໄດ້ທົບທວນ ແລະ ປຶກສາຫາລືການຈັດຕັ້ງປະຕິບັດແຜນຍຸດທະສາດດ້ານວັດທະນະທໍາ ແລະ ສິລະປະອາຊຽນ 2016-2025, ແຜນງານກ່ຽວກັບການຮ່ວມມືດ້ານວັດທະນະທໍາ ແລະ ສິລະປະກັບ ຄູ່ເຈລະຈາ 2022-2025, ຂໍ້ລິເລີ່ມໃໝ່ ແລະ ເລື່ອງອື່ນໆ ທີ່ກ່ຽວຂ້ອງເຖິງການຮ່ວມມືດ້ານວັດທະນະທຳ ແລະ ສິລະປະ. ພິເສດແມ່ນການຮັບຮອງເອົາເອກະສານສຳຄັນຂອງອາຊຽນ ເປັນຕົ້ນຖະແຫຼງການວັງວຽງ ກ່ຽວກັບການຊຸກຍູ້ວິສາຫະກິດ ວັດທະນະທຳ ຂະໜາດນ້ອຍ ແລະ ຂະໜາດກາງ ໃຫ້ສອດຄ່ອງກັບການເຕີບໂຕສີຂຽວ ເພື່ອການພັດທະນາແບບຍືນຍົງ ຊຶ່ງຈະໄດ້ຮັບການຮັບຮອງຈາກ ເອເອັມຊີເອ (AMCA) ແລະ ໄດ້ຍື່ນສະເໜີຕໍ່ມາ ເພື່ອຮັບຮອງເອົາຈາກບັນດາຜູ້ນຳອາຊຽນ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ໃນເດືອນຕຸລາ 2024.
     ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງວຽງຈັນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຕໍ່ ບັນດາແຂກທີ່ມາຈາກບັນດາປະເທດອາຊຽນ ແລະ ສະແດງຄວາມດີໃຈ ຕໍ່ລັດຖະບານ ທີ່ເລືອກເອົາເມືອງວັງວຽງ ແຂວງວຽງຈັນ ເປັນສະຖານທີ່ຈັດກອງປະຊຸມໃນຄັ້ງນີ້, ພ້ອມທັງລາຍງານ ສະພາບຈຸດພິເສດຂອງ ແຂວງວຽງຈັນ ກໍຄື ຂອງເມືອງວັງວຽງ ລວມເຖິງການພັດທະນາເສດຖະກິດຂອງແຂວງ  ໂດຍສະເພາະດ້ານການທ່ອງທ່ຽວ ຊຶ່ງໃນຊຸມປີທີ່ຜ່ານມາ ການທ່ອງທ່ຽວທາງດ້ານທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ໄດ້ຮັບການພັດທະນາ ອັນໄດ້ຊຸກຍູ້ຂະແໜງການປິ່ນອ້ອມ ໃຫ້ມີການຂະຫຍາຍຕົວ ແລະ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຊຶ່ງສະແດງອອກໃນປີ 2019 (ກ່ອນການລະບາດຂອງພະຍາດໂຄວິດ-19) ຂະແໜງການທ່ອງທ່ຽວ ສາມາດສ້າງລາຍຮັບໄດ້ປະມານ 261 ຕື້ກວ່າກີບ. 
ນອກຈາກນີ້, ແຂວງວຽງຈັນ ຍັງເປັນຈຸດຍຸດທະສາດເຊື່ອມຕໍ່ລະຫວ່າງບັນດາແຂວງພາກກາງ ໄປຫາແຂວງພາກເໜືອ ໂດຍສະເພາະທາງດ່ວນຈາກນະຄອນຫຼວງວຽງຈັນ-ວັງວຽງ ແລະ ທາງຫຼວງແຫ່ງຊາດ ເລກທີ 13, ເລກທີ 11, ເລກທີ 10 ແລະ ເປັນແຂວງໜຶ່ງທີ່ມີແລວທາງລົດໄຟລາວ-ຈີນ ຕັດຜ່ານ ທີ່ເຊື່ອມຈາກນະຄອນຫຼວງວຽງຈັນ ເຖິງນະຄອນຄຸນໝິງ ສປ ຈີນ ຊຶ່ງເປັນທ່າແຮງອັນສໍາຄັນທີ່ເຮັດໃຫ້ການຄົມມະນາຄົມ-ຂົນສົ່ງທາງບົກ ແລະ ການເດີນທາງໄປມາ ຫາສູ່ກັນຂອງປະຊາຊົນ ມີຄວາມສະດວກສະບາຍ ແລະ ວ່ອງໄວຍິ່ງຂຶ້ນ, ທັງເປັນການດຶງດູດນັກທ່ອງທ່ຽວ ແລະ ນັກລົງທຶນຈາກທັງພາຍໃນ ແລະ ຕ່າງປະເທດ, ເວົ້າລວມ-ເວົ້າສະເພາະ ກໍຄື ການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ຂອງປະເທດຊາດ ພ້ອມທັງປະກອບສ່ວນເຂົ້າໃນການເຊື່ອມໂຍງດ້ານເສດຖະກິດ ກັບບັນດາປະເທດຕ່າງໆ ໃນອະນຸພາກພື້ນ

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ຫາລືວຽກພົວພັນຮ່ວມມື ສອງຝ່າຍ ລາວ ແລະ ອິນເດຍ

  • 22 Apr 2025
  • ຂ່າວ-ພາບ: ກິດຕາ

    ຂປລ....

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ແລະ ທູດອີຢູ ຫາລືແຜນການຮ່ວມມືໃນຕໍ່ໜ້າ

  • 07 Mar 2025
  • ຂ່າວ-ພາບ: ທະນູທອງ

ຂປລ....

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບທູດສີລັງກາ ປະຈຳ ລາວ

  • 06 Mar 2025
  • ພາບ: ຂັນໄຊ

ຂປລ. ທ່ານ ນາງ ສວນສະຫວັນ ວິຍະເກດ...

ອ່ານເພີ່ມ

ວຽກງານເສນາ

ໃນວັນທີ 12 ກຸມພາ 2025 ຫ້ອງການກະຊວງ ຈັດຝຶກອົບຮົມລະບົບຫ້ອງການທັນສະໄໝ E-Office ໃຫ້ພະນັກງານຂັ້ນຫົວໜ້າກົມ, ຫົວໜ້າສະຖາບັນ, ຜູ້ອໍານວຍການ, ຮອງຫົວໜ້າກົມ, ຮອງຫົວໜ້າສະຖາບັນ, ຮອງຜູ້ອໍານວຍການບັນດາກົມ, ກອງ ພາຍໃນກະຊວງ ຖວທ

  • 12 Feb 2025
  • ສີສະຫວັນຢ່າ

 ໃນວັນທີ 12 ກຸມພາ 2025 ຫ້ອງການກະຊວງ...

ອ່ານເພີ່ມ